ໄວຣັດສາຍພັນ Omicron ສືບຕໍ່ແຜ່ລະບາດຢ່າງວ່ອງໄວ

(VOVWORLD) -ໄລ່ຮອດເວລາ 1 ໂມງຕອນເຊົ້າວັນທີ 9 ມັງກອນຕາມເວລາ UTC ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃນທົ່ວໂລກແມ່ນເກືອບ 306 ລ້ານກໍລະນີ, ໃນນັ້ນມີຫຼາຍກວ່າ 5,5 ລ້ານກໍລະນີຖືກເສຍຊີວິດ
ໄວຣັດສາຍພັນ Omicron  ສືບຕໍ່ແຜ່ລະບາດຢ່າງວ່ອງໄວ - ảnh 1ການປິ່ນປົວໃຫ້ຄົນເຈັບຢູ່ອັງກິດ

        ໃນ 24 ຊົ່ວໂມງທີ່ຜ່ານມາໂລກມີຜູ້ຕິດເຊື້ອໃໝ່ຕື່ມອີກ 2,2 ລ້ານຄົນແລະມີຜູ້ເສຍຊີວິດເກືອບ 4.800 ຄົນ. ອາເມລິກາຍັງຄົງແມ່ນປະເທດຮັບຜົນສະທ້ອນ ຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດດ້ວຍຈຳນວນຜູ້ຕິດເຊື້ອເກືອບ 61 ລ້ານຄົນແລະ 860.000 ຄົນເສຍຊີວິດ. ຖັດມາແມ່ນອິນເດຍແລະ ບຣາຊິນ.

     ໃນຂະນະນັ້ນຈຳນວນຜູ້ຕິດເຊື້ອໃໝ່ຢູ່ບັນດາປະເທດເອີລົບຄືອັງກິດ,  ຝລັ່ງ, ອີຕາລີ, ໂອຕາລິດ...ກໍ່ເພີ່ມຂຶ້ນໃນລະດັບສະຖີຕິໃນອາທິດທີ່ຜ່ານມາ. ບາງປະເທດອື່ນຄືຍີ່ປຸ່ນ ສ ເກົາຫຼີ ກໍ່ມີບັນດາກໍລະນີຕິດເຊື້ອໃໝ່ເພີ່ມຂຶ້ນຢ່າງກະໂດດຂັ້ນ.

    ຄາດວ່າມາຮອດປັດຈຸບັນໄດ້ມີວັກຊິນຫຼາຍກວ່າ 9,1 ຕື້ໂດສ ຖືກນຳໃຊ້ໃນທົ່ວໂລກ,ແຕ່ປະສິດທິຜົນຂອງການສະກັດກັ້ນໂລກລະບາດກໍ່ຍັງບໍ່ທັນຈະແຈ້ງເທື່ອ.

   

ຕອບກັບ

ຂ່າວ/ບົດ​ອື່ນ