(vovworld) - ມີສະມາຊິກຊາວໜຸ່ມທີ່ດີເດັ່ນຂອງ 3 ແຂວງກວາງຈິ້ (ຫວຽດນາມ), ແຂວງສາລາວັນ ແລະ ແຂວງສະຫວັນນະເຂດ ເກືອບ 100 ຄົນໄດ້ເຂົ້າຮ່ວມການເຈລະຈາດ້ວຍຫົວຂໍ້ວ່າ “ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ”, ເຊິ່ງຖືກດຳເນີນໄປໃນວັນທີ 27/9, ຢູ່ນະຄອນ ດົງຮ່າ, ແຂວງກວາງຈິ້. ການເຄື່ອນໄຫວນີ້ນອນໃນຂອບເຂດການເຄື່ອນໄຫວພົບປະມິດຕະພາບຊາວໜຸ່ມ 3 ແຂວງ; ກວາງຈິ້ (ຫວຽດນາມ), ແຂວງສາລາວັນ ແລະ ແຂວງສະຫວັນນະເຂດ (ລາວ) ປີ 2012. ການປະກອບຄຳເຫັນທີ່ການເຈລະຈາ ໄດ້ສຸມໃສ່ເຂົ້າໃນວຽກງານສ້າງເສັ້ນຊາຍແດນຮ່ວມແຫ່ງສັນຕິພາບ, ມິດຕະພາບ. ເຊິ່ງຕາມນັ້ນແລ້ວ, ຍູ້ແຮງວຽກງານໂຄສະນາສຶກສາ, ຍົກສູງສະຕິຄວາມຮັບຮູ້ໃນສະມາຊິກຊາວໜຸ່ມ, ໄວໜຸ່ມແຕ່ລະຄົນ ແລະ ກໍຄືປະຊາຊົນເຂດຊາຍແດນຂອງສອງປະເທດ ກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ; ຊາບຊືມບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ບັນດາສັນຍາ, ສົນທິສັນຍາ ແລະ ຂ້ໍກຳນົດກ່ຽວກັບຊາຍແດນ, ກ່ຽວກັບການປົກປັກຮັກສາອະທິປະໄຕແຫ່ງຊາດ, ຮັກສາ ແລະ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບລະຫວ່າງສອງປະເທດ. ໄວໜຸ່ມ 3 ແຂວງກວາງຈິ້, ແຂວງສາລາວັນ ແລະ ແຂວງສະຫວັນນະເຂດ ໄດ້ຂົນຂວາຍປະຊາຊົນຢູ່ເຂດຊາຍແດນສອງປະເທດຊ່ວຍເຫຼືອບັນດາກຳລັງປັກຫຼັກໝາຍຊາຍແດນຢ່າງສຸດຈິດສຸດໃຈ ເພື່ອປະຕິບັດໂຄງການປັກຫຼັກໝາຍຖີ່ ແລະ ບູລະນະ ລະບົບຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ - ລາວ, ປະກອບສ່ວນສ້າງສະຖຽນລະພາບທາງດ້ານການເມືອງ, ຮັບປະກັນປ້ອງກັນຊາດປ້ອງກັນຄວາມສະຫງົບລະຫວ່າງແຂວງກວາງຈິ້, ແຂວງສາລາວັນ ແລະ ແຂວງສະຫວັນນະເຂດ.