ໄວໜຸ່ມຕອບສະໜອງ“ບັ້ນໄວໜຸ່ມອາສາສະຫມັກລະດູຮ້ອນປີ2015”

ໄວໜຸ່ມຕອບສະໜອງ“ບັ້ນໄວໜຸ່ມອາສາສະຫມັກລະດູຮ້ອນປີ2015” - ảnh 1
ໄວໜຸ່ມຕອບສະໜອງ“ບັ້ນໄວໜຸ່ມອາສາສະຫມັກລະດູຮ້ອນປີ2015”
(ພາບ: baomoi.com)


​(vovworld) - ຕອນ​ເຊົ້າ​ວັນ​ທີ 12/06, ຢູ່​ຫໍ​ວາງສະ​ແດງວາງ​ແຜນການ​ແຫ່ງ​ຊາດ, ຄະນະ​ປະ​ຈຳ​ຄະນະ​ຊາວ​ໜຸ່ມ​ກຸ່ມ​ບັນດາ​ອົງການ​ສູນ​ກາງ ​ໄດ້​ຈັດ​ຕັ້ງ​ພິທີ​ເລີ່​ມ​ເຄື່ອນ​ໄຫວ “ບັ້ນ​ໄວ​ໜຸ່ມ​ອາສາ​ສະຫມັກ​ລະດູ​ຮ້ອນປີ 2015” ​ເຊິ່ງຄະນະ​ປະ​ຈຳ​ຄະນະ​ຊາວ​ໜຸ່ມ​ກຸ່ມ​ບັນດາ​ອົງການ​ສູນ​ກາງ ຜັນ​ຂະຫຍາຍ​ແຕ່​ເດືອນ 06 – 08/2015 ​ແລະ ​ເດືອນ 07 ​ແມ່ນ​ເດືອນ​ຈຸດ​ສຸມ. ທີ່​ພິທີເລີ່​ມ​ເຄື່ອນ​ໄຫວ, ຄະນະ​ປະ​ຈຳ​ຄະນະ​ຊາວ​ໜຸ່ມ​ກຸ່ມ​ບັນດາ​ອົງການ​ສູນ​ກາງ ​ໄດ້​ສົມທົບ​ກັບ​ສະ​ຖາ​ບັນ​ໂລຫິດ​ສາດ ​ແລະ ສົ່ງ​ເລືອດ​ສູນ​ກາງ ຈັດ​ຕັ້ງ​ວັນ​ບໍລິຈາກ​ເລືອດ​ອາສາ​ສະຫມັກ​ລະດູ​ຮ້ອນ​ປີ 2015. ລາຍການ​ໄດ້​ດຶງ​ດູດ​ສະມາຊິ​ກຊາວ​ໜຸ່ມ​ກວ່າ 500 ຄົນ​ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດ.

ຂ່າວ/ບົດ​ອື່ນ