ໄວໜຸ່ມນະຄອນ ໂຮ່ຈີມິນເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນກັບສາກົນ

ໄວໜຸ່ມນະຄອນ ໂຮ່ຈີມິນເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນກັບສາກົນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 10/7, ມີຊາວໜຸ່ມອາສາສະໝັກຂອງນະຄອນ ໂຮ່ຈີມິນ ໄດ້ເດີນທາງໄປຍັງປະເທດ ສປປ ລາວ ເພື່ອປະຕິບັດການເຄື່ອນ ໄຫວອາສາສະໝັກຍາມລະດູຮ້ອນ. ລາຍການໄດ້ຮັບການປະຕິບັດນັບແຕ່ ນີ້ເຖິງວັນທີ 21/7 ຢູ່ແຂວງ ອັດຕະປື ແລະ ຈຳປາສັກ, ດ້ວຍການເຄືອ່ນ ໄຫວທີ່ມີຄວາມໝາຍຫຼາຍຢ່າງ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃຫ້ ປະຊາຊົນທ້ອງຖີ່ນ. ບັນດາໜ່ວຍອາສາສະໝັກຈະຈັດຕັ້ງການກວດພະ ຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນປະສົບກັບຄວາມຫຍຸ້ງຍາກ; ມອບຕູ້ຢາໃຫ້ສຸກສາລາຢູ່ບ້ານຕ່າງໆ; ຈັດຕັ້ງການແບ່ງປັນບົດຮຽນໃນການກວດ ແລະ ປິ່ນປົວພະຍາ​ໃຫ້ພະນັກງານ​ການ​ແພດ​ທ້ອງ​ຖີ່​ນ; ອົບຮົມ​ບົດຮຽນ​ກ່ຽວ​ກັບ​ການ​ປູ​ກຝັງ, ລ້ຽງສັດ, ການ​ນຳ​ໃຊ້​ວິທະຍາສາດ​ໃນ​ການ​ຜະລິດ​ກະສິກຳ​ໃຫ້​ແກ່​ຊາວ​ທ້ອງ​ຖີ່​ນ. ຕາມ​ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈິ​ມິນ​ແລ້ວ, ບັນດາ​ການ​ເຄື​ອ່ນ​ໄຫວ​ເຫຼົ່າ​ນັ້ນ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ​ລະຫວ່າງ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ສອງ​ປະ​ເທດ, ປະ​ກອບສ່ວນ​ສ້າງ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຫວຽດນາມ - ລາວ, ຜ່ານ​ນັ້ນ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ກັບ​ຕ່າງປະ​ເທດ​ຂອງ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ, ປະຕິບັດ​ລາຍການ​ຮ່ວມ​ມື​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ​ລະຫວ່າງ​ນະຄອນ ​ແລະ ບັນດາ​ທ້ອງ​ຖີ່​ນຂອງ​ລາວ.

 

 

ຂ່າວ/ບົດ​ອື່ນ