ໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ຊົມເຊີຍຜົນງານປີ 2012

ໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ຊົມເຊີຍຜົນງານປີ 2012 - ảnh 1
ຍ້ອງຍໍ​ສັນລະ​ເສີນ 10 “​ແບບຢ່າງ​ຊາວ​ໜຸ່ມ​ນະຄອນຫຼວງ​ທີ່​ດີ​ເດັ່ນ”
(ພາບ: VGP/Lê Sơn)

(vovworld) - ຕອນ​ຄຳ່​ວັນ​ທີ 6/1, ຢູ່​ຮ່າ​ໂນ້ຍ, ຄະນະ​ຊາວ​ໜຸ່ມ​ນະຄອນຫຼວງ ຮ່າ​ໂນ້ຍ ສົມທົບ​ກັບ​ສະມາຄົມ​ນັກ​ສຶກສາ​ ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍການ “ຊົມ​ເຊີຍ​ຜົນງານ​ປີ 2012 - ຕ້ອນຮັບ​ປີ​ໃໝ່ 2013”. ​ໃນ​ລາຍການ “ຊົມ​ເຊີຍ​ຜົນງານ​ປີ 2012 - ຕ້ອນຮັບ​ປີ​ໃໝ່ 2013”, ຄະນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ​ໄດ້​ມອບ​ໃບຍ້ອງຍໍ​ໃຫ້​ແກ່ 19 ຫົວໜ່ວຍທີ່​ດີ​ເດັ່ນ​ຢ່າງຮອບດ້ານ​ໃນ​ວຽກ​ງານ​ຊາວ​ໜຸ່ມ ​ແລະ ຂະ​ບວນການ​ເຍົາວະ​ຊົນ​ນະຄອນຫຼວງ​ປີ 2012; ​ເລຂາ​ຄະນະ​ຊາວ​ໜຸ່ມດີ​ເດັ່ນ 40 ຄົນ​ຂອງ​ຄະນະ​ຊາວ​ໜຸ່ມຮາກ​ຖານ, ຍ້ອງຍໍ​ສັນລະ​ເສີນ 10 “​ແບບຢ່າງ​ຊາວ​ໜຸ່ມ​ນະຄອນຫຼວງ​ທີ່​ດີ​ເດັ່ນ”. ກ່າວ​ຄຳ​ເຫັນ​ທີ່​ພິທີ, ​ເອື້ອຍ ຫງວຽນ​ທິຫງ່າ, ​ເລຂາ​ຄະນະ​ຊາວ​ໜຸ່ມ​ນະຄອນຫຼວງ ຮ່າ​ໂນ້ຍ ​ເນັ້ນ​ໜັກ​ວ່າ:

“ຄະນະ​ປະຈຳ​ຄະນະ​ຊາວ​ໜຸ່ມ​ນະຄອນຫຼວງ ຮ່າ​ໂນ້ຍ ສະ​ເໜີ​ໃຫ້​ບັນດາ​ພະນັກງານ​ຄະນະຊາວ​ໜຸ່ມ​ສຸມ​ໃສ່​ຜັນ​ຂະຫຍາຍ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່ ດ້ວຍ​ລາຍການ​ເຄື່ອນ​ໄຫວ​ຕະຫຼອດ​ອະ​ຍຸ​ການ ​ແລະ ລາຍການ​ວຽກ​ງານ​ຊາວ​ໜຸ່ມ. ຂະ​ບວນການ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ 2013, ດ້ວຍ​ຫົວ​ຂໍ້ “ຍົກ​ສູງຄຸນ​ນະພາ​ບວຽກ​ງານ​ສຶກສາ​ຊາວ​ໜຸ່ມ”. ປະຕິບັດ 2 ຂອດ​ບຸກທະລຸ​ຢ່າງ​ມີ​ປະສິດທິ​ຜົນ ນັ້ນ​ແມ່ນ ຍົກ​ສູງ​ຄຸນ​ນະພາ​ບ​ຂອງ​ການ​ດຳ​ເນີນຊີວິດຂອງ​ໜ່ວຍ​ຊາວ​ໜຸ່ມ, ສ້າງ​​ວັດທະນະທຳ​ທີ່​ດີງາມ​ໃນ​ການ​ປະພຶດ, ສະຕິການ​ປະຕິບັດ​ກົດໝາຍ​ໃນ​ໝູ່ຊາວ​ໜຸ່ມ​ນະຄອນ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ​ຈະ​ມີ​ຊາວ​ໜຸ່ມ​ນະ​ຄອນ​ຫຼວງ​ສະ​ໄໝ​ໃໝ່ຫຼາຍ​ຄົນ, ມີ​ຮາກ​ຖານ​ຊາວ​ໜຸ່ມ​ທີ່​​​ເຂັ້ມ​ແຂງ​ຮອບດ້ານ, ຫຼາຍ​ແຫ່ງ​ທີ່​ຈະປະກອບສ່ວນ​ກໍ່ສ້າງ​ນະຄອນຫຼວງ ​ແລະ ປະ​ເທດ​ຊາດ​​ໃຫ້ສວຍ​ງາມ​, ຮັ່ງມີ, ວັດທະນາ​ຖາວອນ.”

ຂ່າວ/ບົດ​ອື່ນ