ໜັງສືພິມຝລັ່ງຕີລາຄາສູງຜົນງານຂອງການພັດທະນາເສດຖະກິດຂອງຫວຽດນາມ

(VOVWORLD) -“ນີ້ແມ່ນເຫດການການເມືອງທີ່ສຳຄັນ ແລະແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳຂັ້ນສູງຫວຽດນາມຢູ່ຝລັ່ງໃນໄລຍະ 13 ປີຜ່ານມາ. ນີ້ແມ່ນກາລະໂອກາດ ເພື່ອຫວນຄືນວິວັດການຮ່ວມມືລະຫວ່າງສອງປະເທດ, ຕີລາຄາຄວາມສາມາດບົ່ມຊ້ອນ ແລະ ທິດທາງ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ລົງນາມເມື່ອປີ 2013”.
ໜັງສືພິມຝລັ່ງຕີລາຄາສູງຜົນງານຂອງການພັດທະນາເສດຖະກິດຂອງຫວຽດນາມ - ảnh 1 (ພາບປະກອບ: tapchitaichinh.vn)

      ເນື່ອງໃນໂອກາດການຢ້ຽມຢາມ ສາທາລະນະລັດຝລັ່ງຢ່າງເປັນທາງການຂອງທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໃນລະຫວ່າງວັນທີ 25 – 27 ມີນາ ຕາມຄຳເຊື້ອເຊີນຂອງ ທ່ານປະທານາທິບໍດີ Emmanuel Macron, ໜັງສືພິມ “L’Humanite’” (ມະນຸດສະທຳ) ສະບັບອອກທ້າຍອາທິດ ໄດ້ສະຫງວນໜຶ່ງໜ້າເພື່ອລົງບົດກ່ຽວກັບຫົວຂໍ້ “ຫວຽດນາມໄດ້ຜ່ານຜ່າສະພາບການດ້ອຍພັດທະນາ”, ຕີລາຄາສູງບັນດາຜົນງານທາງດ້ານເສດຖະກິດ ແລະ ຍຸດທະສາດສາກົນໃນໄລຍະຜ່ານມາຂອງຫວຽດນາມ.   

        ເຕື້ອງເຖິງການຢ້ຽມຢາມຝລັ່ງຢ່າງເປັນທາງການຂອງທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ, ບົດຂຽນໄດ້ຄັດສະເໜີຄຳເວົ້າຂອງທ່ານ ຮວ່າງບິງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຊື່ງໃຫ້ຮູ້ວ່າ “ນີ້ແມ່ນເຫດການການເມືອງທີ່ສຳຄັນ ແລະແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳຂັ້ນສູງຫວຽດນາມຢູ່ຝລັ່ງໃນໄລຍະ 13 ປີຜ່ານມາ. ນີ້ແມ່ນກາລະໂອກາດ ເພື່ອຫວນຄືນວິວັດການຮ່ວມມືລະຫວ່າງສອງປະເທດ, ຕີລາຄາຄວາມສາມາດບົ່ມຊ້ອນ ແລະ ທິດທາງ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ລົງນາມເມື່ອປີ 2013”.

ຕອບກັບ

ຂ່າວ/ບົດ​ອື່ນ