ໜັງສືພິມລາຍວັນອັນດັບໜຶ່ງຂອງອີຕາລີ ຍ້ອງຍໍ ໂຮ້ຍອານ “ເຂດ 4 ແຍກຂອງເຂດຕາເວັນອອກຫ່າງໄກ່”

ໜັງສືພິມລາຍວັນອັນດັບໜຶ່ງຂອງອີຕາລີ ຍ້ອງຍໍ ໂຮ້ຍອານ “ເຂດ 4 ແຍກຂອງເຂດຕາເວັນອອກຫ່າງໄກ່” - ảnh 1
(ໂຮ້ຍອານ ​- ​ເຂດ 4 ​ແຍກຂອງ​ເຂດ​ຕາ​ເວັນ​ອອກ​ຫ່າງ​ໄກ່)

(vovworld) – ໜັງ​ສື​ພິມ​ລາຍ​ວັນ​ອັນ​ດັບ​ໜຶ່ງຂອງ​ອີ​ຕາ​ລີ ຍ້ອງຍໍ ​ໂຮ້ຍອານ ​ແມ່ນ “4 ​ແຍກຂອງ​ເຂດ​ຕາ​ເວັນ​ອອກ​ຫ່າງ​ໄກ່” ບົດ​ຂຽນດ້ວຍ​ຫົວ​ຂໍ້​ວ່າ “ໂຮ້ຍອານ ​- ​ເຂດ 4 ​ແຍກຂອງ​ເຂດ​ຕາ​ເວັນ​ອອກ​ຫ່າງ​ໄກ່” ​ໄດ້​ລົງ​ພິມ​ໃນ​ໜັງ​ສືພິມ La Repubblica ສະບັບ​ອອກ​ຫວ່າງ​ແລ້ວ​ນີ້ ​ໄດ້​ວາດ​ພາບ​ນະຄອນ​ໂຮ້ຍອານ ທີ່​ສະຫງົບ​ງຽບ ​ແລະ ​ເກົ່າ​ແກ່; ພ້ອມ​ທັງ​ຕີ​ລາຄາ​ວ່າ ​ໂຮ້ຍອານ ນອນ​ໃນ​ຈຳນວນ​​ສະຖານ​ທີ່ທ່ອງ​ທ່ຽວ​ຄວນມາ​ຢ້ຽມຢາມ​ທີ່​ສຸດ​ຢູ່​ຫວຽດນາມ. ນັກ​ຂ່າວ​ຍັງ​ໃຫ້​ຮູ້​ວ່າ, ​ໂຮ້ຍອານ ​ແມ່ນ​ສະຖານທີ່​ເຊື່ອມ​​ໂຍງ​ດ້ານ​ວັດທະນະທຳ​ລະຫວ່າງ​ຫວຽດນາມ ກັບ​ຈີນ, ຍີ່ປຸ່ນ, ​ໂຮ​ນລັງ ​ແລະ ອິນ​ເດຍ. ບົດ​ຂຽນ​ໄດ້​ຮຽກຮ້ອງ​ໃຫ້​ນັກ​ທ່ອງທ່ຽວ​ອີ​ຕາ​ລີ ຈົ່ງ​ມາ​ຢ້ຽມຢາມ​ໂຮ້ຍອານ ​ເພື່ອ​ຄົ້ນ​ຫາ​ເຂດ​ມໍລະດົກ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກອົງການ UNESCO.

ຂ່າວ/ບົດ​ອື່ນ