ໜັງສືພິມຫວຽດນາມຍ້ອງຍໍສັນລະເສີນໄຊຊະນະຟາດຊິດ


ໜັງສືພິມຫວຽດນາມຍ້ອງຍໍສັນລະເສີນໄຊຊະນະຟາດຊິດ - ảnh 1
ກອງ​ທັບ​ແດງ​ໂຊ​ຫວຽດ​

(vovworld)- ບັນ​ດາ​ໜັງ​ສື​ພິມ​ໃຫຍ່​ຂອງ​ຫວຽດ​ນາມ​ສະ​ບັບ​ອອກວັນ​ທີ 9/5 ໄດ້​ລົງ​ພິມ​ຫຼາຍ​ຂ່າວ​ ແລະ ບົດ ພ້ອມ​ດ້ວຍ​ຮູບ​ກ່ຽວ​ກັບ​ເຫດ​ການ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ​ຟາດ​ຊິດ. ບົດ​ຂຽນ​ທີ່​ລົງ​ພິມ​ໃນ​ໜັງ​ສື​ພິມ ເຍີນ​ເຢີນ ສະ​ບັບ​ອອກວັນ​ທີ 9/5 ໄດ້​ລົງ​ພິມ​ບົດ​ຮວບ​ຮ່ວມ “ສຽງ​ກ້ອງ​ກັງ​ວານ​ແຫ່ງ​ບົດ​ເພງວິ​ລະ​ຊົນ ສ​ຕາ​ລິນ​ກາດ” ໃນ​ນັ້ນ, ໄດ້​ທົບ​ທວນ​ຄືນ​ບັນ​ດາຫຼັກ​ໝາຍ​ປະ​ຫວັດ​ສາດ​ເປັນ​ໜ້າ​ຈົດ​ຈຳ​ໃນ​ການ​ບຸກ​ໂຈມ​ຕີ ສ​ຕາ​ລິນ​ກາດ. ພ້ອມ​ກັນ​ນັ້ນ ກໍ​ມີ​ບົດ​ວິ​ຈານ​ດ້ວຍ​ຫົວ​ຂໍ້ “ ໄຊ​ຊະ​ນະ​ຂອງກອງ​ທັບ​ແດງ​ໂຊ​ຫວຽດ​ ແລະ ກາ​ລະ​ໂອ​ກາດ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ, ໃນ​ນັ້ນ ໄດ້​ຢືນ​ຢັນ​ວ່າ ການ​ປະ​ຕິ​ວັດ​ເດືອນ​ຕຸ​ລາ​ລັດ​ເຊຍ​ໄດ້​ຢັ້ງ​ຢືນ​ວ່າ ບັນ​ດາ​ຜູ້​ຖືກ​ກົດ​ຂີ່​ຂຸດ​ຮີດ ມີ​ຄວາມ​ສາ​ມາດ​ໂຄນ​ລົ້ມ​ແອກ​ຄອບ​ຄອງ, ສາ​ມາດ​ສ້າງ​ສັງ​ຄົມ​ໃໝ່​ດ້ວຍ​ຕົນ​ເອງ ”

ຂ່າວ/ບົດ​ອື່ນ