ໜູນຊ່ວຍການພັດທະນາຕົວເມືອງຢູ່ລຽບຕາມເຂດອະນຸພາກພື້ນແມ່ນ້ຳຂອງ

ໜູນຊ່ວຍການພັດທະນາຕົວເມືອງຢູ່ລຽບຕາມເຂດອະນຸພາກພື້ນແມ່ນ້ຳຂອງ - ảnh 1
(ພາບປະກອບ)

(vovworld) - ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຫາ​ກໍ່​ເຊັນ​ອະນຸມັດ​ ນະ​ໂຍບາຍ​ຊົດ​ເຊີຍ, ໜູນ​ຊ່ວຍ ​ແລະ ຕັ້ງ​ບ່ອນຢູ່​ອາ​ໄສ​ຄົງ​ທີ່​ຄືນ​ໃໝ່​, ​ໃຫ້ໂຄງການ​ພັດທະນາ​ຕົວ​ເມືອງຢູ່​ລຽບ​ຕາມ​​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງກູ້​ຢືມ​ທຶນຈາກ​ທະນາຄານ​ພັດທະນາ​ອາຊີ (ADB). ຕາມ​ນັ້ນ​ແລ້ວຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ້, ​ໄຕ​ນິງ ຊີ້​ນຳ ​ແລະ ປະຕິບັດ​ການ​ຊົດ​ເຊີຍ, ໜູນ​ຊ່ວຍ, ສ້າງ​ບ່ອນຢູ່​ຄົງ​ທີ່​ໃຫ້​ແກ່​ເປົ້າ​ໝາຍ​ທີ່​ຮັບ​ຜົນ​ສະທ້ອນ​ຈາກ​ໂຄງການ​ໃຫ້​ຖືກ​ກັບ​ຂໍ້​ກຳນົດ. ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່ຂອງ​ໂຄງການ​ພັດທະນາ​ບັນດາ​ຕົວ​ເມືອງ​ຢູ່​ລຽບ​ຕາມ​​ເຂດ​ລຸ່ມ​ແມ່​ນ້ຳຂອງ​ລວມມີ​ການ​ປັບ​ປຸງ, ​ເປີດ​ກວ້າງ​ເສັ້ນທາງ​ຄົມມະນາຄົມ​ໃນ​ເຂດ​ຕົວ​ເມືອງ, ກໍ່ສ້າງ​​ໂຮງງານ​ບຳບັດ​ນ້ຳ​ເສຍ, ປ້ອງ​ກັນ​ຄັນ​ຄູ, ​ເປີດ​ກວ້າງ​ລະບົບ​ສະໜອງ​ນ້ຳ, ກໍ່​ສ້າງ​​ເຂດບັນຈຸ​ສິ່ງ​ເສດ​ເຫຼືອ​ທີ່​ຮັບປະກັນ​ຫຼັກອະນາ​ໄມ, ​ເພີ່ມ​ທະວີ​ຄວາມ​ສາມາດ​ຄຸ້ມ​ຄອງ​ຕົວ​ເມືອງ ​ແລະ ວາງ​ແຜນ​ສັງ​ລວມນະຄອນ ດົງ​ຮ່າ.
ຂ່າວ/ບົດ​ອື່ນ