ໜູນ​ຊ່ວຍ​ຊາວ ຫວຽດ​ນາມ ຢູ່ ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ

(VOVWORLD) -ດ້ວຍການຊ່ວຍເຫຼືອຈາກສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ, ຜູ້ໃຈບຸນໃຈກຸສົນພ້ອມດ້ວຍຄະນະຕິດຕໍ່ພົວພັນລັດ Penang, Johor ແລະ ກຸ່ມອາສາສະໝັກ, ຄະນະຕິດຕໍ່ Selangor ໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນ 50 ພູດ ໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານ, ຄອບຄົວເພດຍິງ ຫວຽດ ສ້າງຄອບຄົວກັບເພດຊາຍ ມາເລເຊຍ. 
ໜູນ​ຊ່ວຍ​ຊາວ ຫວຽດ​ນາມ ຢູ່ ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ - ảnh 1ການຊ່ວຍເຫຼືອພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ທີ່ພວມເຮັດວຽກ, ອອກແຮງງານ ແລະ ດຳລົງຊີວິດຢູ່ລັດ Selangor (ພາບ: TTXVN)

        ໃນວັນທີ 26 ທັນວາ, ສະຖານທູດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ ໄດ້ຈັດຕັ້ງການລະດົມການແຜ່ບໍລິຈາກ, ຊ່ວຍເຫຼືອພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ທີ່ພວມເຮັດວຽກ, ອອກແຮງງານ ແລະ ດຳລົງຊີວິດຢູ່ລັດ Selangor ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມໃນໄລຍະຜ່ານມາ.

        ດ້ວຍການຊ່ວຍເຫຼືອຈາກສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ, ຜູ້ໃຈບຸນໃຈກຸສົນພ້ອມດ້ວຍຄະນະຕິດຕໍ່ພົວພັນລັດ Penang, Johor ແລະ ກຸ່ມອາສາສະໝັກ, ຄະນະຕິດຕໍ່ Selangor ໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນ 50 ພູດ ໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານ, ຄອບຄົວເພດຍິງ ຫວຽດ ສ້າງຄອບຄົວກັບເພດຊາຍ ມາເລເຊຍ. ການເອົາໃຈໃສ່, ແບ່ງປັນ ແລະ ໜູນຊ່ວຍຢ່າງທັນການຈາກສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ມາເລເຊຍໄດ້ຊ່ວຍປະຊາຄົມຊາວ ຫວຽດນາມ ຢູ່ທີ່ນີ້ຜ່ານຜ່າຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ