ໜູນຊ່ວຍຊາວຊົນເຜົ່າ ສ່ວນໜ້ອຍຍົກສູງສະຕິ ຄວາມຮັບຮູ້ ດ້ານກົດໝາຍ

ໜູນຊ່ວຍຊາວຊົນເຜົ່າ ສ່ວນໜ້ອຍຍົກສູງສະຕິ ຄວາມຮັບຮູ້ ດ້ານກົດໝາຍ - ảnh 1

ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ດ້ານ​ກົດໝາຍ​ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

(ພາບ:.qdnd.vn)​

( vovworld ) – ຕອນ​​ເຊົ້າ​ວັນ​ທີ 30/8, ກະຊວງ​ຍຸດຕິ​ທຳຫວຽດນາມ ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ປະກອບ​ຄຳ​ເຫັນ​ເຂົ້າ​ໃນ​ຮ່າງ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົ​ນຕີ​ກ່ຽວ​ກັບ​ນະ​ໂຍບາຍ​ໜູນ​ຊ່ວຍ​ດ້ານ​ກົດໝາຍ​ໃຫ້​ແກ່​ຜູ້​ທຸກ​ຍາກ​ຕາມ​ມະຕິ​ຂອງ​ລັດຖະບານ. ຮ່າງ​ຂໍ້​ຕົກລົງ​ລວມມີ 7 ມາດຕາ​ກຳນົດ​ກ່ຽວ​ກັບ: ຂອບ​ເຂດ​ການ​ດັດ​ແກ້, ​ເປົ້າໝາຍ ​ແລະ ບໍລິ​ເວນ​ນຳ​ໃຊ້, ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ປະຕິບັດນະ​ໂຍບາຍ​ໜູນ​ຊ່ວຍ​ດ້ານ​ກົດໝາຍ​, ກຳນົດ​ດ້ານ​ການ​ເງິນ​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອປະຕິບັດນະ​ໂຍບາຍ​ໜູນ​ຊ່ວຍ​ດ້ານ​ກົດໝາຍ​…..ທີ່ກອງ​ປະຊຸມ​ສຳ​ມະ​ນາ​, ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ກ່ຽວ​ກັບຂອບ​ເຂດ​ການ​ດັດ​ແກ້, ບໍລິ​ເວນ​ນຳ​ໃຊ້, ກົນ​ໄກ​ການ​ເງິນ….​ບັນດາ​ຄຳ​ເຫັນ​ດັ່ງກ່າວ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ຄະນະ​ຮຽ​ບຮຽງ ​ເພື່ອ​ສ້າງ​ໃຫ​້ສົມບູນ​ແບບ​ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີ​ລັດຖະບານ. ດຣ Tran Huy Lieu ຮັກສາ​ການ​ຫົວໜ້າ​ກົມ​ໜູນ​ຊ່ວຍ​ດ້ານ​ກົດໝາຍ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ທີ່​ຜ່ານ​ມາ, ນະ​ໂຍບາຍ​ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ຄົນ​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ບັນດາ​ຕາ​ແສງ​ທຸກ​ຍາກຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ດ້ານ​ກົດໝາຍ, ກຳ​ໄດ້​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົນ​ໄກ​ບຸລິມະສິດ​ຂອງ​ພັກ ​ແລະ ລັດ ທີ່​ສະຫງວນ​ໃຫ້​ແກ່​ຕົນ​ເທົ່າ​ນັ້ນ ຫາກ​ຍັງ​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າການ​ເຂົ້າຮ່ວມ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງຄົມ, ຕິດຕາມ​ກວດກາ ​ແລະ ​ເຂົ້າຮ່ວມ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍຂອງ​ພັກ ​ແລະ ລັດ.

 

 

 

 

ຂ່າວ/ບົດ​ອື່ນ