(vovworld) – ຂໍ້ຕົກລົງທີ່ມີລັກສະນະຫຼັກການກ່ຽວກັບເລື່ອງຢຸດຕິການປະທະກັນຢູ່ເຂດ Shirokino ແລະ ຖອນອາວຸດ ໄດ້ຮັບການເຫັນດີໃນໜ່ວຍແກ້ໄຂສະພາບການຢູ່ຢູແກຼນ ພາຍຫຼັງການປະຊຸມຄັ້ງທຳອິດຂອງໜ່ວຍປະຕິບັດງານ, ຖືກດຳເນີນແຕ່ວັນທີ 06 – 07/05. ຕາມຜູ້ຕາງໜ້າປະຈຳການລັດເຊຍ ຢູ່ອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ (OSCE) ທ່ານ Andrey Kelin ແລ້ວ, 2 ໜ້າທີ່ດັ່ງກ່າວໄດ້ຮັບຖືວ່າແມ່ນໜ້າທີ່ຕົ້ນຕໍ່ຂອງໜ່ວຍປະຕິບັດງານ. ນັບແຕ່ນີ້ຮອດທ້າຍເດືອນ 05, ໜ່ວຍປະຕິບັດງານຈະວາງແຜນການສຸດທ້າຍໃຫ້ບັນຫາຢຸດຍິງ, ຖອນອາວຸດ, ກວດກາຈຳນວນອາວຸດທີ່ໄດ້ຖອນກ່ອນນັ້ນ, ເພື່ອກ້າວໄປເຖິງການເຮັດໃຫ້ສະພາບຢູ່ເຂດ Shirokino ເປັນປົກກະຕິ.