ໝາກຜົນການເລືອກຕັ້ງ ປະທານາທິບໍດີອີຣານ ໂດຍສັງເຂບ

ໝາກຜົນການເລືອກຕັ້ງ ປະທານາທິບໍດີອີຣານ ໂດຍສັງເຂບ - ảnh 1
ທ່ານ Hassan Rohani

(ພາບ:Getty/AFP)

(vovworld)- ຕາມໝາກຜົນ​ການ​ເລືອກ​ຕັ້ງປະທານາທິບໍດີ​ອີຣານ​ໂດຍ​ສັງ​ເຂ​ບ ຖືກ​ປະກາດ​ໃນຕອນ​​ເຊົ້າວັນ​ທີ 15/6, ປະຈຸ​ບັນ, ທ່ານ Hassan Rohani, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງສະໜັບສະໜູນ​ແນ​ວທາງ​ປະຕິ​ຮູບ​ພວມ​ນຳ​ໜ້າ​ໂດຍ​ຊົ່ວຄາວ. ທ່ານ Mohammad Najjar ລັດຖະມົນຕີ​ກະຊວງ​ພາຍ​ໃນ​ອີຣານ​ໃຫ້​ຮູ້​ວ່າ: ​ໃນ​ຈຳນວນ​ບັດ​ເລືອກ​ຕັ້ງ​ທັງໝົດ 861.000 ບັດ​ທີ່​ໄດ້​ຮັບ​ການກວດ​ຢູ່ 1631 ສະຖານ​ທີ່​ປ່ອນ​ບັດ​ໃນ​ທົ່ວ​ປະ​ເທດ, ທ່ານ Rohani ຍາດ​ໄດ້​ເກືອບ 402.000 ບັດ (46,6%), ຢືນ​ອັນ​ດັບ​ທີ 2 ​ແມ່ນ​ທ່ານ​ເຈົ້າຄອງ​ເຕ​ເຮຣານ Mohammad Baqer Qalibaf ດ້ວຍ​ເກືອບ 126.900 ບັດ (14,6%), ຖັດມາ​ແມ່ນ​ທ່ານ Saeed Jalili ນັກ​ເຈລະຈາ​ນິວ​ເຄຼຍດ້ວຍ 119.294 ບັດ. ຄາດ​ວ່າ, ມີ​ກ່ວາ 70% ​ໃນ​ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງກ່ວາ 50 ລ້ານ​ຄົນ ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ​ແລະ ໝາກຜົນ​ທາງ​ການຈະ​ຖືກ​ປະກາດ​ໃນ​ເວ​ລາ 24 ຊົ່ວ​ໂມງ ພາຍ​ຫລັງ​ທີ່​ບັນດາ​ສະຖານ​ທີ່​ປ່ອນ​ບັດ​ປິດ​ປະຕູ.

ຂ່າວ/ບົດ​ອື່ນ