(vovworld) - ໝາກຜົນທີ່ຜົ້ນເດັ່ນຂອງການຢ້ຽມຢາມ ບຣຸໄນ ແລະ ມຽມມາ ໃນລະຫວ່າງວັນທີ 27/11 – 1/12 ຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນສາງ ແມ່ນປັບປຸງ ແລະ ເພີ່ມທະວີການພົວພັວກັບ ບຣຸໄນ ແລະ ມຽມມາ ຂຶ້ນບາດກ້າວໜຶ່ງ, ນັບທັງໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງເປີດກາລະໂອກາດຮ່ວມມືໃໝ່ໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີທ່າແຮງ, ເໝາະສົມກັບຜົນປະໂຫຍດອັດແທດຈິງຂອງແຕ່ລະປະເທດ. ທ່ານ ຟ້າມບິ່ງມິງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກສິ່ງດັ່ງກ່າວ ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງການຢ້ຽມຢາມ. ຕາມທ່ານລັດຖະມົນຕີ ຟ້າມບິ່ງມິງ ແລ້ວ, ການນຳ ບຣຸໄນ ແລະ ມຽມມາ ລ້ວນແຕ່ຢືນຢັນຖືບົດບາດທີ່ຕັ້ງຂອງຫວຽດນາມ ເປັນສຳຄັນ ແລະ ປາດທະນາວ່າ ຢາກຊຸກຍູ້ການພົວພັນກັບຫວຽດນາມ; ເຫັນດີເປັນເອກະພາບຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ກໍ່ຄືການແລກປ່ຽນປະຊາຊົນ ແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ; ສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການນຳ ມຽນມາ ຢືນຢັນວ່າ ຈະສົມທົບກັນສົ່ງເສີມບັນດາໂຄງການການຄ້າ, ສູ້ຊົນນຳວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ - ມຽນມາ ໃຫ້ບັນລຸໄດ້ລະດັບ 500 ລ້ານ USD ໃນປີ 2015. ຕາມທ່ານ ຟ້າມບິ່ງມິງ ລັດຖະມົນຕີກະຊວງການຕ່າງປະເທດ ແລ້ວ, ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມກັບບັນດາການນຳ ບຣຸໄນ ແລະ ມຽມມາ ຍັງແລກປ່ຽນກ່ຽວກັບບັນດາບັນຫາຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍອື່ນໆອີກ, ໃນນັ້ນມີການສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໃນອາຊຽນ ແລະ ສະຫະປະຊາຊາດ.