ໝາກຜົນໃນເບື້ອງຕົ້ນຂອງການເລືອກຕັ້ງສະພາແຫ່ງຊາດ ອາຍຸການທີ 5 ຂອງ ກຳປູເຈຍ
Manh Hiep, ນັກຂ່າວ VOV ປະຈຳ ກຳປູເຈຍ -  
ທ່ານ ນາຍົກລັດຖະມົນຕີ Hunsen ປ່ອນບັດເລືອກຕັ້ງ
(vovworld) – ຕາມໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງສະພາແຫ່ງຊາດ ອາຍຸການທີ 5 ຂອງ ກຳປູເຈຍ ທີ່ຫາກໍ່ໄດ້ປະກາດ ແລ້ວ, ພັກປະຊາຊົນ ກຳປູເຈຍ ກຳອຳນາດສືບຕໍ່ຍາດໄດ້ໄຊຊະນະ, ເຖິງວ່າບໍ່ຮັກສາທ່າໄດ້ປຽບຄືການເລືອກຕັ້ງຄັ້ງກ່ອນ. ແຕ່ຕາມແຫຼ່ງຂ່າວໃນເບື້ອງຕົ້ນແລ້ວ, ໝາກຜົນເບື້ອງຕົ້ນທີ່ປະກາດເມື່ອຕອນຄຳ່ວັນທີ 28/7, ພັກປະຊາຊົນ ກຳປູເຈຍ (CPP) ຍັງນຳໜ້າໃນການເລືອກຕັ້ງດ້ວຍ 68 – 73 ທີ່ນັ່ງ. ໃນຂະນະນັ້ນ, ພັກກູ້ຊາດຝ່າຍຄ້ານ ກຳປູເຈຍ ຍາດໄດ້ແຕ່ 50 – 55 ທີ່ນັ່ງ. ດ້ວຍໝາກຜົນຂອງການເລືອກຕັ້ງຄັ້ງນີ້, ວິວັດການສ້າງຕັ້ງລັດຖະບານໃໝ່ຢູ່ ກຳປູເຈຍ ໄດ້ຮັບການຄາດຄະເນວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຍ້ອນບັນດາຄວາມບໍ່ລົງລອຍກັນລະຫວ່າງ 2 ພັກໄດ້ຮັບໄຊຊະນະ ກ່ຽວກັບການຈັດແບ່ງສິດອຳນາດ. ແຕ່ເຖິງຢ່າງໃດກໍ່ຕາມ, ຄາດວ່າ ຮອງປະທານພັກປະຊາຊົນ ກຳປູເຈຍ ທ່ານ Hunsen ຈະສືບຕໍ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ໃນອາຍຸການ 5 ປີຈະມາເຖິງ.
Manh Hiep, ນັກຂ່າວ VOV ປະຈຳ ກຳປູເຈຍ