ໝາກລີ້ນຈີ່ຂອງຫວຽດນາມແຊກຊຶມເຂົ້າຕະຫຼາດຂອງອົດສະຕາລີ

(VOVWORLD) -ປີນີ້, ໝາກລີ້ນຈີ່ຂອງຫວຽດນາມ ບໍ່ພຽງແຕ່ໄດ້ຈຳໜ່າຍຢູ່ຕະຫຼາດພາຍໃນປະເທດເທົ່ານັ້ນ ຫາກໄດ້ສົ່ງອອກໄປຍັງ 30 ປະເທດ ແລະ ເຂດແຂວ້ນອີກດ້ວຍ, ໃນນັ້ນ ມີອົດສະຕາລີ, ເຊິ່ງເປັນຕະຫຼາດແຫ່ງໜຶ່ງທີ່ກຳນົດມາດຕະຖານຢ່າງເຄັ່ງຄັດສຳລັບໝາກໄມ້ສົດ.

ໝາກລີ້ນຈີ່ຂອງຫວຽດນາມແຊກຊຶມເຂົ້າຕະຫຼາດຂອງອົດສະຕາລີ - ảnh 1ໝາກລີ້ນຈີ່ສົດຂອງຫວຽດນາມຢູ່ຕະຫຼາດອົດສະຕາລີ

(ພາບ: vov.vn)

ແຕ່ປີ 2015, ກະຊວງກະສິກຳຂອງອົດສະຕາລີໄດ້ອະນຸຍາດໃຫ້ນຳ ໝາກລີ້ນຈີ່ຂອງ ຫວຽດນາມ ເຂົ້າປະເທດນີ້.  ທ່ານ ຮວ່າງລວດ, ເຈົ້າຂອງວິສາຫະກິດນຳເຂົ້າ ແລະ ສົ່ງອອກສິນຄ້າ ພ້ອມທັງເປັນເຈົ້າຂອງ ລະບົບຮ້ານສັບພະສິນຄ້າຂາຍເຄື່ອງອາຊີ 5 ແຫ່ງ ໃຫຍ່ທີ່ສຸດຢູ່ລັດ ອົດສະຕາລີ ຕາເວັນຕົກ MCQ, ແບ່ງປັນວ່າ:

        “ພວກຂ້າພະເຈົ້າຫາກໍທົດລອງນຳເຂົ້າໝາກລີ້ນຈີ່ໄດ້ 2 3 ຖ້ຽວ ແຕ່ເຫັນວ່າ ຄືຊິຂາຍໄດ້ດີ. ເພາະວ່າ ພວກຂ້າພະເຈົ້າຂົນສົ່ງດ້ວຍເຮືອບິນ, ນັບແຕ່ເວລາເກັບກູ້ຕະຫຼອດຮອດ ເວລາສົ່ງມາ ເພື່ອວາງຂາຍຢູ່ຮ້ານສັບພະສິນຄ້າ ແມ່ນເສຍເວລາພຽງແຕ່ 3 4 ມື້ເທົ່ານັ້ນ. ສະນັ້ນ, ໝາກລີ້ນຈີ່ຍັງຮັກສາໄດ້ຄຸນນະພາບ ແລະ ໄດ້ຮັບການຍອມຮັບຈາກຜູ້ບໍລິໂພກຊາວອົດສະຕາລີ”.

        ຫວຽດງາ - ນັກຂ່າວ VOV ປະຈຳຢູ່ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ