ໝາກລິ້ນຈີ່ງວດທຳອິດຂອງຫວຽດນາມ ສົ່ງໄປຍັງເອີລົບ ຕາມສັນຍາ EVFTA

(VOVWORLD) -ບໍລິສັດຫຸ້ນສ່ວນ Pacific Foods ໄດ້ສົ່ງໝາກລິ້ນຈີ່ ແທັງຮ່າ ງວດທຳອິດໄປຍັງ ເອີລົບ ຕາມສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA).
ໝາກລິ້ນຈີ່ງວດທຳອິດຂອງຫວຽດນາມ ສົ່ງໄປຍັງເອີລົບ ຕາມສັນຍາ EVFTA - ảnh 1(ບໍລິສັດຫຸ້ນສ່ວນ Pacific Foods ໄດ້ສົ່ງໝາກລິ້ນຈີ່ ແທັງຮ່າ ງວດທຳອິດໄປຍັງ ເອີລົບ)

ຕອນບ່າຍວັນທີ 07 ມິຖຸນາ, ຢູ່ສະໜາມບິນສາກົນ ໂນ້ຍບ່າຍ, ບໍລິສັດຫຸ້ນສ່ວນ Pacific Foods ໄດ້ສົ່ງໝາກລິ້ນຈີ່ ແທັງຮ່າ ງວດທຳອິດໄປຍັງ ເອີລົບ ຕາມສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA). ທີ່ພິທີ, ທ່ານ ຫວູບາຝູ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳການຄ້າຫວຽດນາມ, ໃຫ້ຮູ້ວ່າ: ປະຈຸບັນ, ອີຢູ ແມ່ນຕະຫຼາດສົ່ງອອກຜັກ, ໝາກໄມ້ຢືນອັນດັບທີ 4 ຂອງຫວຽດນາມ, ດ້ວຍພື້ນຖານທີ່ມີຢູ່ແລ້ວ ບວກກັບເລື່ອງຫຼຸດພາສີນຳເຂົ້າຕາມຄຳໝັ້ນສັນຍາໃນ EVFTA ກໍ່ພວມຕໍ່ກຳລັງເພື່ອຊ່ວຍເພີ່ມທະວີການຄວາມສາມາດໃນການແກ່ງແຍ້ງຂອງໝາກໄມ້ຫວຽດນາມ… ຖັດຈາກໝາກລິ້ນຈີ່ ງວດທຳອິິດສົ່ງໄປຍັງ ສ.ເຊັກໂກ ນັ້ນ, ໃນອາທິດຈະມາເຖິງນີ້, ບໍລິສັດຫຸ້ນສ່ວນ Pacific Foods ຈະສົ່ງອອກງວດໝາກລິ້ນຈີ່ ຂອງເມືອງ ລຸກງ້ານ, ແຂວງ ບັກຢາງ ໄປຍັງບັນດາຕະຫຼາດບັນດາປະເທດ ອີຢູ ອື່ນອີກ. ໃນໄລຍະຈະມາເຖິງ, Pacific Foods ຈະສຸມໃສ່ຕະຫຼາດ ເອີລົບ, ຍູ້ແຮງການສົ່ງອອກບັນດາຜະລິດຕະພັນກະເສດທີ່ມີທ່າແຮງຂອງ ຫວຽດນາມ ໄປຍັງຕະຫຼາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ