ໝາຫຜົນການເລືອກຕັ້ງ ສະພາແຫ່ງຊາດ ອີຣັກ: ສຳພັນທະມິດຂອງນາຍົກລັດຖະມົນຕີ Maliki ນຳໜ້າ
ທ່ານນາຍົກລັດຖະມົນຕີອີຣັກ Nouri al Maliki
(ພາບ: AP)
(vovworld) – ວັນທີ 19/05, ຄະນະກຳມະການເລືອກຕັ້ງເອກະລາດສູງສຸດ (IHEC) ຂອງອີຣັກ ໄດ້ປະກາດໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດເມື່ຶອວັນທີ 30/04 ຜ່ານມາຢ່າງເປັນທາງການ, ເຊິ່ງຕາມນັ້ນແລ້ວ ສຳພັນທະມິດລັດແຫ່ງອຳນາດນິຕິບັດຍັດຂອງທ່ານນາຍົກລັດຖະມົນຕີອີຣັກ Nouri al Maliki ຍາດໄດ້ 92 ໃນຈຳນວນ 328 ທີ່ນັ່ງໃນສະພາແຫ່ງຊາດອີຣັກ. ໝາກຜົນດັ່ງກ່າວຊີ້ໃຫ້ເຫັນວ່າ ທ່ານ Nouri al Maliki ອາດຈະສືບຕໍ່ປະຕິບັດໜ້າທີ່ເປັນນາຍົກລັດຖະມົນຕີອາຍຸການທີ 3. ແຕ່ວ່າ, ສຳພັນທະມິດຂອງທ່ານ Nouri al Maliki ບໍ່ຍາດໄດ້ຈຳນວນທີ່ນັ່ງໂດຍຈຳເປັນເພື່ອສ້າງຕັ້ງລັດຖະບານ, ສະນັ້ນຕ້ອງມີການຮ່ວມສຳພັນກັບພັກຝ່າຍອື່ນໆ. ຕາມໝາກຜົນການເລືອກຕັ້ງ, ບັນດາຄູ່ແຂ່ງຕົ້ນຕໍ່ຂອງທ່ານ Nouri al Maliki ຍາດໄດ້ພຽງ 19 – 29 ທີ່ນັ່ງໃນສະພາແຫ່ງຊາດເທົ່ານັ້ນ. ນີ້ແມ່ນການເລືອກຕັ້ງສະພາແຫ່ງຊາດເປັນຄັ້ງທຳອິດຂອງອີຣັກ ນັບແຕ່ອາເມລິກາ ຖອນທະຫານອອກຈາກເຂດອ່າວເປີເຊຍ ໃນທ້າຍປີ 2011.