(vovworld) - ໂດຍນອນໃນເຂດພະລາດຊະວັງ ທັງລອງ - ຮ່າໂນ້ຍ, ເຊິ່ງແມ່ນມໍລະດົກໂລກ, ແຕ່ຂຸມບັນຊາການຮົບຂອງກອງເສນາທິການໃຫຍ່ ພັດມີບົດບາດສຳຄັນໃນການຕໍ່ຕ້ານຕ້ານອາເມລິກາກູ້ຊາດຂອງປະຊາຊົນຫວຽດນາມ, ພິເສດແມ່ນ 12 ວັນ ແລະ ຄືນຂອງບັ້ນຮົບດ້ຽນບຽນຝູທາງອາກາດກ່ອນນີ້ 40 ປີ. ຫວ່າງແລ້ວນີ້, ຂຸມດັ່ງກ່າວໄດ້ຮັບການບຸລະນະຄືນໃໝ່ເພື່ອຕ້ອນຮັບນັກທ່ອງທ່ຽວມາຢາມ. ຄວາມລັບຂອງຂຸມຄ່ອຍໆໄດ້ຮັບການເປີດເຜີຍຜ່ານອະນຸສອນຂອງພົນຕີ ຫງວຽນວັນນິງ ແລະ ເພື່ອນຮ່ວມກົມກອງ, ບັນດາຜູ້ທີ່ເຄີຍເຮັດວຽກໃນຂຸມບັນຊາການຮົບນີ້.
ປະຕູໜາເຂົ້າຂຸມບັນຊາການຮົບ
(ພາບ ອິນເຕີແນດ)
ນຳພາຂະບວນຄົນເຂົ້າຢ້ຽມຢາມຂຸມບັນຊາການຮົບ, ພົນຕີ ຫງວຽນວັນນິງໄດ້ແນະນຳໂດຍລະອຽດບ່ອນທີ່ທ່ານໄດ້ປະຕິບັດງານມາເປັນເວລາ 10 ປີ ໃນຖານະແມ່ນຮອງຫົວໜ້າຄະນະປະຈຳການຮົບ ໃນຊຸມປີ 70 ຂອງສະຕະວັດກ່ອນ.
ໃນຕະຫຼອດ 12 ວັນ ແລະ ຄືນຂອງບັ້ນຮົບ ດ້ຽນບຽນຝູທາງອາກາດ, ຂຸມນ້ອຍໃຕ້ດິນແຫ່ງນີ້ ແມ່ນສູນບັນຊາ, ບ່ອນຮັບ ແລະ ແກ້ໄຂບັນດາຂ່າວສືບລາຊາການລັບກ່ຽວກັບທາງບິນຂອງເຮືອບິນ B52, ແມ່ນແຫ່ງຕິດຕາມສະພາບການສູ້ຮົບຢູ່ສະໜາມຮົບພາກເໜືອ ກໍ່ຄືຢູ່ອິນດູຈີນ, ແມ່ນແຫ່ງທີ່ການນຳກອງເສນາທິການອອກຄຳສັ່ງສູ້ຮົບໃນທັນທີ. ຫວນຄືນອະນຸສອນໃນຊຸມມື້ທຳອິດທີ່ເຮືອບິນຂອງອາເມລິກາບຸກໂຈມຕີຮ່າໂນ້ຍ, ພົນຕີຫງວຽນວັນນິງເວົ້າວ່າ:
“4 ໂມງແລງຂອງວັນທີ 18 ທັນວາ ( ວັນເປີດສາກຂອງບັ້ນຮົບ) ໄດ້ຮັບຂ່າວການທະຫານ. ຕໍ່ມາທ່ານຮອງເສນາທິການໃຫຍ່ ຟຸ່ງເທ໋ຕ່າຍ ໃຫ້ຮູ້ວ່າ, ສະຫາຍ ເລເດິກທໍ້ ໄດ້ກັບເມືອປະເທດ ແລະ ອາເມລິກາກໍ່ຢຸດຕິການເຈລະຈາ. ຮອດ 18 ໂມງ 20 ນາທີ ມີສັນຍານຍົນ B52. ອິງໃສ່ແຫຼ່ງຂ່າວດັ່ງກ່າວ ພ້ອມກັບການກຽມພ້ອມສູ້ຮົບຂອງກອງບັນຊາການທຸກຂັ້ນ, ໜ່ວຍພວກເຮົາໄດ້ປະຊຸມກັນ ແລະ ໃຫ້ຂໍ້ສັງເກດວ່າ, ອາເມລິກາຈະຖີ້ມລະເບີດ ຮ່າໂນ້ຍ. 19 ໂມງ, ຂ້າພະເຈົ້າລາຍງານຕໍ່ທ່ານເສນາທິການໃຫຍ່ ວັນຕ໋ຽນຢຸງ ເພື່ອຂໍອະນຸຍາດໃຫ້ອອກສັນຍານໄພກ່ອນ. ແລະ ພວກເຮົາໄດ້ຕົກລົງອອກສັນຍານເຕືອນໄພກ່ອນທີ່ອາເມລິກາຖີ້ມລະເບີດລົງ 25 ນາທີ.”
12 ວັນ ແລະ ຄືນຂອງບັ້ນຮົບດ້ຽນບຽນຝູ ທາງອາກາດ, ຢູ່ຂຸມບັນຊາການຮົບ, ຍາມໃດກໍ່ມີໜ່ວຍປະຈຳການຮົບ 24/24 ຊົ່ວໂມງ. ປ້າ ຟ້າມທິແທງ, ແມ່ນຜູ້ທີ່ໄດ້ຕິດຕາມ ແລະ ແຕ້ມທາງບິນຂອງກອງທັບອາກາດ ອາເມລິກາຢ່າງຄົບຖ້ວນ ແລະ ຊັດເຈນນັບພັນສາຍ, ໃຫ້ຮູ້ວ່າ:
“ໃນຫ້ອງນີ້, ພວກຂ້າພະເຈົ້າຕ້ອງໃສ່ ສາຍຟັງຫູ ຕະຫຼອດ 2 ຊົ່ວໂມງ. ເມື່ອຮັບສັນຍານຈາກສະຖານີ ຣາດາ ຂອງກອງທັບປ້ອງກັນອາກາດ, ຂ້າພະເຈົ້າກໍ່ແຕ້ມໃສ່ແຜນທີ່ໃນທັນທີ. ຖ້າຍົນ B52 ຫ່າງຈາກ ຮ່າໂນ້ຍ 50 ກມ, ນາຍທະຫານຈະຕິດຕາມແຜນທີ່ນີ້ ແລະ ອິງໃສ່ສະພາບຕົວຈິງເພື່ອອອກຄຳສັ່ງເຕືອນໄພ.”
ປື້ມບັນທຶກວຽກງານ, ສູນວິທະຍຸ, ໂທລະສັບທີ່ຮັບໃຊ້ໃຫ້ແກ່ຂຸມບັນຊາການຮົບ
(ພາບ ອິນເຕີແນດ)
ຜູ້ແຕ້ມທາງບິນຂອງຍົນ B52 ປ້າ ຫວູທິທູຮ່າ ໄດ້ແນະນຳໂດຍລະອຽດກ່ຽວກັບວຽກງານຂອງປ້າ ໃນ 40 ປີກ່ອນນີ້ຢູ່ຂຸມບັນຊາການຮົບດັ່ງກ່າວວ່າ:
“ພວກເຮົາຕ້ອງຕິດຕາມເພື່ອຊ່ວຍການນຳຮູ້ໄດ້ບ່ອນທີ່ສັດຕູຈະບຸກໂຈມຕີທຳລາຍ. ແຕ່ສິ່ງສຳຄັນກວ່າ, ນັ້ນແມ່ນພວກຂ້າພະເຈົ້າແມ່ນຜູ້ພາທາງ ເພື່ອໃຫ້ຜູ້ບັນຊາຢູ່ທີ່ນີ້ອອກຄຳສັ່ງເຕືອນໄພໃຫ້ທົ່ວນະຄອນຮ່າໂນ້ຍ”
ພັນເອກ ຫງວຽນກວ໋ານຮົ່ງ, ນັກວິສາວະກອນອອກແບບຂຸມບັນຊາການຮົບນີ້ໃຫ້ຮູ້ວ່າ, ຂຸມໄດ້ຮັບການກໍ່ສ້າງນັບແຕ່ຊຸມມື້ຕົ້ນທີ່ອາເມລິກາກໍ່ສົງຄາມທຳລາຍພາກເໜືອ (ເມື່ອທ້າຍປີ 1964 ຕ້ົນປີ 1965). ຂຸມມີເນື້ອທີ່ 64 ຕາລາງແມດ, ແບ່ງອອກເປັນ 3 ຫ້ອງ, ເຊິ່ງໄດ້ຮັບການຕີລາຄາວ່າແມ່ນທັນສະໄໝທີ່ສຸດໃນໄລຍະນັ້ນ, ມີລະບົບປັບອາກາດດ້ວຍອາຍນ້ຳ, ມີຊ່ອງປ່ອງອາຍ, ກັນພິດ, ..
“ຂຸມໄດ້ຮັບການກໍ່ສ້າງດ້ວຍເບຕົງເສີມເຫຼັກ. ເພດານມີ 3 ຊັ້ນ, ຊັ້ນເທິງ ແລະ ໃຕ້ແມ່ນເບຕົງ, ສ່ວນຊັ້ນກາງແມ່ນຂີ້ຊາຍ. ຖ້າລະເບີດຕົກໃສ່, ຄົນ ແລະ ອຸປະກອນພາຍໃນຂຸມກໍ່ບໍ່ເປັນຫຍັງ. ສ່ວນປະຕູກໍ່ມີສອງຊັ້ນ. ປະຕູຊັ້ນນອກໜາ, ຕ້ານໄດ້ຄື້ນປະລະມະນູ”.
ພາກສ່ວນໜຶ່ງຂອງຂຸມບັນຊາການຮົບ
(ພາບ ອິນເຕີແນດ)
ພາຍຫຼັງ 40 ປີ ນັບແຕ່ວັນດຳເນີນບັ້ນຮົບຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ, ໃນຂຸມບັນຊາການຮົບຍັງຄົງມີວັດຖຸພັນຫຼາຍຢ່າງທີ່ເຄີຍຕິດພັນກັບພົນຕີ ຫງວຽນວັນນິງ ແລະ ເພື່ອນຮ່ວມກົມກອງ, ນັບແຕ່ໂຕະເຮັດວຽກຂອງກອງເສນາທິການ, ແຜນກຳນົດທິດບິນຂອງຍົນອາເມລິກາ, ວິທະຍຸ, ໂທລະສັບ, ກາ, ຈອກຊົງນ້ຳຊາ… ກໍ່ເຊັ່ນດຽວກັບຂຸມບັນຊາການຮົບ, ວັດຖຸເຫຼົ່ານັ້ນແມ່ນອະນຸສອນແຫ່ງໄລຍະປະຫວັດສາດວິລະຊົນຂອງຊາດ.
ຜ່ານການເວລາ, ແຕ່ບົດບາດຂອງຂຸມບັນຊາການຮົບ ແລະ ບັນດາຜູ້ທີ່ເຄີຍເຮັດວຽກຢູ່ທີ່ນີ້ ໄດ້ກ້າວເຂົ້າສູ່ປະຫວັດສາດຄືດັ່ງບັນດາປັດໃຈສຳຄັນທີ່ສຸດເພື່ອສ້າງເປັນໄຊຊະນະຂອງບັ້ນຮົບດ້ຽນບຽນຝູທາງອາກາດ, ໃນລະດູໜາວປີ 1972.