40 ປີໄດ້ລ່ວງເລີຍໄປແລ້ວແຕ່ສິງທີ່ເກີດຂຶ້ນໃນຄ່ຳຄືນວັນທີ 18/12/1972 ຢູ່ເຂດນ່ານຟ້າຮ່າໂນ້ຍນັ້ນ ແມ່ນຈຸດເວລາມືດມົວທີ່ສຸດໃນປະຫວັດສາດຂອງກອງທັບອາກາດອາເມລິກາ ແລະ ສິ່ງດັ່ງກ່າວໄດ້ຝັງເລິກໃນດວງໃຈຂອງຄຸນພໍ່ Robert Certain ອາຍຸ 65 ປີ. ນັ້ນແມ່ນຄ່ຳຄືນທີ່ປ່ຽນແປງຊະຕາກຳຂອງນາຍທະຫານພາທາງໃນເຮືອບິນ B52 ລຳທຳອິດທີ່ຖືກຍິງຕົກຢູ່ເຂດນ່ານຟ້າຮ່າໂນ້ຍ ໃນບັ້ນຮົບ 12 ວັນ ແລະ ຄືນ “ດ້ຽນບຽນຝູທາງອາກາດ ອັນສະຫງ່າອົງອາດຂອງຊາດຫວຽດນາມ“
Robert Certain ຢູ່ຮ່າໂນ້ຍ
(ພາບ: ອິນເຕີແນັດ)
Robert Certain ໄດ້ຮັບການກຳເນີດເມື່ອປີ 1947 ຢູ່ລັດ Georgia ປະເທດອາເມລິກາ, ພາຍຫລັງຮຽນຈົບວິທະຍາໄລ, Robert Certain ໄດ້ຮັບການຄັດເລືອກເຂົ້າເປັນທະຫານປ້ອງກັນອາກາດອາເມລິກາ ແລະ ກາຍເປັນນາຍທະຫານຜູ້ພາທາງໃຫ້ເຮືອບິນຖີ້ມລະເບີດຍຸດທະສາດ B52. Robert Certain ໄດ້ຖືກຈັດສົ່ງມາຫວຽດນາມ ແລະ ໄດ້ຮັບຄຳສັ່ງອອກເດີນທາງໃນມື້ທຳອິດຂອງບັ້ນຮົບຖີ້ມລະເບີດເມື່ອທ້າຍເດືອນ 12/1972. ເຖິງວ່າຍາມໃດກໍ່ເຊື່ອໝັ້ນຕໍ່ຄວາມສາມາດ “ຕີເອົາຊະນະ” ຂອງເຮືອບິນຖີ້ມລະເບີດທີ່ທັນສະໄໝທີ່ສຸດຂອງທັບອາກາດອາເມລິກາ ໃນເວລານັ້ນກໍ່ຕາມ, ແຕ່ Robert Certain ພັດຕ້ອງປະເຊີນໜ້າກັບບັນດາຜູ້ອົງອາດກ້າຫານ, ບໍ່ຍອມຈຳນົນຕໍ່ບໍ່ວ່າອິດທິກຳລັງຮຸກຮານໂຕໃດໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາຂອງຊາດຫວຽດນາມ. Robert Certain ເລົ່າສູ່ຟັງວ່າ:
“ພາຍຫຼັງສຳພັດກັບເປົ້າໝາຍ, ກ່ອນທີ່ຈະບຸກໂຈມຕີຕາມແຜນ ປະມານ 15 ວິນາທີ, ພວກຂ້າພະເຈົ້າເລີ່ມຖີ້ມລະເບີດລົງ. ແຕ່ໃນ 5 ວິນາທີຕໍ່ມາ, ພວກຂ້າພະເຈົ້າໄດ້ຖືກລູກສອນໄຟໜ້າດິນຕ້ານເທິງອາກາດ 2 ລູກຍິງໃສ່. ເຮືອບິນຂອງພວກຂ້າພະເຈົ້າຖືກເປ່ເພສ່ວນໜຶ່ງ, ສອງຄົນໃນກອງບິນຖືກບາດເຈັບສາຫັດ ແລະ ເຮືອບິນເລິ່ມຖືກໄຟໄໝ້, ພວກຂ້າພະເຈົ້າຈຳເປັນຕ້ອງໂດດຈ້ອງ“
ທ່ານ Robert Certain ໃນປະຈຸບັນ
(ພາບ: peterandpaul.org)
ເມື່ອໂດດຈ້ອງຈາກເຮືອບິນ B52 ທີ່ຖືກຍິງທຳລາຍນັ້ນ, Robert Certain ໄດ້ໂດດລົງທົ່ງນາແຫ່ງໜຶ່ງ, ໃນທັນທີ່, ຊາວບ້ານໄດ້ປິດລ້ອມທົ່ງນາແຫ່ງນີ້ໃນຄວາມຄຽດແຄ້ນທີ່ສຸດ. Robert Certain ເລິ່ມຄິດເຖິງສິ່ງທີ່ຊົ່ວຮ້າຍທີ່ສຸດສຳລັບຕົນ ແຕ່ລາວບໍ່ຄິດເລີຍວ່າ ຝ່າຍຄ້ານພັດມີນ້ຳໃຈມະນຸດສະທຳສຳຫຼັບຜູ້ທີ່ໄດ້ຖິ້ມລະເບີດທຳລາຍປະເທດຊາດ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າ:
“ເຖິງວ່າຊາວບ້ານມີຄວາມໂກດແຄ້ນທີ່ສຸດກໍ່ຕາມ, ແຕ່ທະຫານລາດໄດ້ປ້ອງກັນໃຫ້ຂ້າພະເຈົ້າ. ຂ້າພະເຈົ້າຖືກພາເຂົ້າເຮືອນຫຼັງໜຶ່ງ. ໃນເວລານັ້ນ, ປະຊາຊົນຢືນຢູ່ນອກບໍ່ສະແດງທ່າທີໂກດແຄ້ນຕໍ່ຂ້າພະເຈົ້າອີກແລ້ວ, ຕໍ່ມາຂ້າພະເຈົ້າກໍ່ຖືກສົ່ງໄປຄຸກຫວາລໍ່, ຂ້າພະເຈົ້າຮູ້ສຶກຢ້ານກົວທີ່ສຸດ ແລະ ຄິດວ່າຕົນເອງຈະຖືກທົບຕີທໍລະມານແຕ່ສິ່ງດັ່ງກ່າວພັດບໍ່ເກີດຂຶ້ນ“
Robert Certain ຖືກຂຸມຂັງໃນເວລາ 100 ວັນຢູ່ຮ່າໂນ້ຍ ກ່ອນທີ່ຈະໄດ້ຮັບການປ່ອຍຕົວເປັນອິດສະຫຼະຕາມຂໍ້ມາດຕາແລກປ່ຽນສະເລີຍເສິກທີ່ລະບຸໄວ້ໃນສັນຍາປາຣີ ປີ 1973. ລາວກັບເມືອປະເທດ ແລະ ຖືກບາດແຜທາງຈິດຕະສາດ, ຊື່ງແມ່ນບາດແຜທີ່ນາຍທະຫານ, ນັກຮົບເຂົ້າຮ່ວມສົງຄາມຢູ່ຫວຽດນາມ ເກືອບທັງໝົດລ້ວຍແຕ່ໄດ້ຮັບພາຍຫຼັງກັບເມືອປະເທດ:
“ຂ້າພະເຈົ້າໄດ້ເອີ້ນວ່ານັ້ນແມ່ນເງົາຜີໃນອະດີດຕະການ. ເມື່ອບັນດານັກຮົບເຂົ້າຮ່ວມການຕໍ່ສູ້ກັບເມືອບ້ານ, ຈິດໃຈຂອງເຂົາເຈົ້າລ້ວນແຕ່ຖືກປ່ຽນແປງ. ຍ້ອນຕົນເອງໄດ້ເຂົ້າຮ່ວມການເຂັ່ນຂ້າສາມັນຊົນ ກໍ່ຄືໄດ້ເຫັນປະຈັກຕາການຕາຍຂອງເພື່ອນຮ່ວມກົມກອງ. ຂ້າພະເຈົ້າເຂົ້າໃຈວ່າ, ບັນດາການກະທຳຂອງຕົນເອງໄດ້ເຮັດໃຫ້ທະຫານທາງພາກເໜືອຫວຽດ ນາມ ນັບຮ້ອຍຄົນ ແລະ ສາມັນຊົນຜູ້ບໍ່ມີໂທດກຳຫຼາຍຄົນເສຍຊີວິດ “
ພາຍຫຼັງກັບເມືອປະເທດ, Robert Certain ໄດ້ກາຍເປັນຄຸນພໍ່. ຕາມທ່ານແລ້ວ, ນັ້ນແມ່ນວິທີເພື່ອໃຫ້ທ່ານສາມາດກິນແໜງ. ປະຈຸບັນ, Robert Certain ພວມມີຄວາມຫວັງຢາກກັບມາຢ້ຽມຢາມຫວຽດນາມ ເພື່ອມີຄວາມເຂົ້າໃຈກວ່າກ່ຽວກັບວິວັດການສ້າງສາສັນຕິພາບແລະ ພັດທະນາຂອງປະຊາຊົນຫວຽດນາມ.