(VOVWORLD) -ສຳລັບແມ່ຍິງເຜົ່າ ເອເດ ແລ້ວ ແຕ່ປາງກ່ອນກະພາແມ່ນພາຊະນະທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນ ອັນໄດ້ຊ່ວຍໃຫ້ເຂົາເຈົ້າຂົນສົງ ຜະລິດຕະພັນກະເສດ ເຂົ້າ, ນ້ຳ ດ້ວຍການເປ້ຢູ່ຫຼັງ. ໃນທຸກວັນນີ້ ເຖິງວ່າການດຳລົງຊີວິດຍຸກທັນສະໄໝ ໄດ້ຮັບການຊ່ວຍໜູນຈາກບັນດາພາຫະນະທີ່ແຕກຕ່າງກັນກໍ່ຕາມ, ແຕ່ຢູ່ ດັກລັກ ແມ່ຍິງຊາວເຜົ່າ ເອເດ ຫຼາຍຄົນຍັງນຳໃຊ້ກະພາ ເພື່ອຂົນສົ່ງສິນຄ້າຜະລິດຕະພັນກະເສດ ເມື່ອໄປໄຮ່ ຫຼື ໄປຕະຫຼາດ
ກະພາໃນຊີວິດຂອງຊາວເຜົ່າ ເອເດ |
ສອງສາມມື້ໃນອາທິດ, ນາງ ເຮີເບີແຮວ ເອບານ ຢູ່ບ້ານ ອາເລ ຕາແສງ ອີອາຕາມ ນະຄອນ ບວນມາທວັດ ກໍ່ໄດ້ຕື່ນນອນແຕ່ເຊົ້າ ເພື່ອຫກະກຽມຜັກໝາກໄມ້ ໂດຍຄອບຄົວປູກເອງ ເພື່ອຂົນສ່ົງໄປຂາຍຢູ່ຕະຫຼາດ. ເຖິງວ່າຢູ່ເຮືອນມີລົດຈັກ ລົດຖີບກໍ່ຕາມ, ແຕ່ນາງຍັງເອົາສິນຄ້າປະເພດຕ່າງໆ ໃສກະພາຫວາຍເປ້ຫຼັງ ແລະ ສິນຄ້າອີກຈຳນວນໜຶ່ງ ໃສ່ກະຊ້າຖືກມັດຢູ່ຫຼັງລົດ. ນາງ ເຮີເບີແຮວ ໃຫ້ຮູ້ວ່າ ນັບແຕ່ຄາວຍັງນ້ອຍມາຮອດປັດຈຸບັນ, ກະພາແມ່ນພາຊະນະທີ່ມີຄຸນປະໂຫຍດຫຼາຍຢ່າງ ໃນການສົ່ງສິນຄ້າເຄື່ອງຂອງ. ນາງ ເຮີເບີແຮວ ເວົ້າວ່າ:
“ແຕ່ປາງກ່ອນມາຮອດປັດຈຸບັນ ກະພາໄດ້ຖືກນຳໃຊ້ແລ້ວ ເມື່ອກ່ອນນີ້ ກະພາໄດ້ຖືກນຳໃຊ້ໃນວຽກງານຫຼາຍຢ່າງຄື ເປ້ຟືນ ເປ້ນ້ຳ. ໃນປັດຈຸບັນແມ່ນບໍ່ຕ້ອງໄປເອົານ້ຳຢູ່ທ່ານ້ຳອີກແລ້ວ, ຟືນກໍ່ບໍ່ໃສ່ຫຼາຍ, ສ່ວນໃຫຍ່ແມ່ນໃຊ້ເພື່ອເປ້ຜັກ, ເຄື່ອງຂອງຕ່າງໆ ເພື່ອນຳໄປຂາຍຢູ່ຕະຫຼາດ”.
ກໍ່ຄືກັນກັບນາງ ເຮີເບີແຮວ, ແມ່ຍິງເຜົ່າ ເອເດ ຫຼາຍຄົນຢູ່ນະຄອນ ບວນມາທວັດ ກໍ່ໄດ້ນຳໃຊ້ກະພາເປັນພາຊະນະ ເພື່ອຂົນສົ່ງສິນຄ້າ. ຢູ່ຕະຫຼາດຫຼາຍແຫ່ງທີ່ແຂວງ ດັກລັກ, ແຂກທ່ອງທ່ຽວກໍ່ເຄີຍພົບເຫັນຮູບພາບບັນດາກະພາ ຖືກວາງເປັນແຖວໃສ່ຜັກໝາກໄມ້ທຸກຊະນິດ. ລຸງ ອີກີ໊ນີເອ ຢູ່ບ້ານ ຈຶງ ຕາແສງ ກຣົງຢິງ ເມືອງ ເມີຣັກ ແຂວງ ດັກລັກ ໃຫ້ຮູ້ວ່າ: ແຕ່ປາງກ່ອນສຳລັບຊາວເຜົ່າເອເດແລ້ວ, ການສານກະພາແມ່ນວຽກງານຂອງເພດຊາຍ, ສ່ວນຜູ້ນຳໃຊ້ກະພາສ່ວນຫຼາຍແມ່ນແມ່ຍິງ, ນັບແຕ່ຄາວຍັງນ້ອຍພວກເດັກສາວ ກໍ່ຖືກປູ່ ຫຼື ພໍ່ຂອງຕົນສານກະພາ ເພື່ອໃຫ້ເປ້ເຄ່ືອງໄປໄຮ່ ຫຼື ໄປເອົານ້ຳມາໃຊ້. ກະພາແມ່ນພາຊະນະທີ່ຈຳເປັນ ແລະ ຕິດພັນກັບເອື້ອຍນ້ອງແມ່ຍິງເຜົ່າ ເອເດ. ລຸງ ນີເອ ເວົ້າວ່າ:
“ສຳລັບຊາວເຜົ່າ ເອເດ ແລ້ວ, ພຽງແຕ່ແມ່ຍິງນຳໃຊ້ກະພາເທົ່ານັ້ນ, ແມ່ຍິງເຜົ່າ ເອເດ ໄປໄຮ່ກໍ່ເປ້ເຄື່ອງຂອງຫຼາຍຢ່າງຄື ເຂົ້າ, ນ້ຳ, ຟືນ, ຜັກ, ໝາກໄມ້ ແລະ ອື່ນໆ ທີ່ເກັບກູ້ມາຈາກປ່າ ແລະ ຢູ່ຕາມເນື້ອທີ່ໄຮ່”.
ກະພາ ແມ່ນຜະລິດຕະພັນທີ່ຖືກຜະລິດອອກດ້ວຍສີມືອັນຄ່ອງແຄ້ວ ພ້ອມກັບຫົວຄິດປະດິດສ້າງ. ລຸງ ອີໂຕເບີຣົງ ຢູ່ບ້ານ ເຕິງຢູ໊, ຕາແສງ ເອຍກາວ ນະຄອນ ບວນມາທວັດ ໃຫ້ຮູ້ວ່າ: ສຳລັບການເຮັດກະພາ ແມ່ນຕ້ອງເລືອກເອົາໄມ້ໄຜ່ຊະນິດແກ່. ໄມ້ໄຜ່ທີ່ເອົາມາ ຖືກຕັດເປັນແຕ່ລະຕອນຍາວ ແລ້ວເຮັດຕອກໄມ້ໄຜ່, ແລ້ວກໍ່ນຳໄປຕາກໃຫ້ແຫ້ງ. ເມື່ອສານແລ້ວກໍ່ຕ້ອງເອົາແຊ່ນ້ຳ ເພື່ອໃຫ້ມີຄວາມໜຽວ ແລະ ສານໄດ້ງ່າຍ. ບັນດາຕອກໄມ້ໄຜ່ກໍ່ຕ້ອງສານໃຫ້ແຈບ, ສ່ວນປາກກະພາ ແມ່ນຖືກເຮັດດ້ວຍໄມ້ໄຜ່ໜາ ແລະ ໜັກແໜ້ນ. ເມື່ອສານກະພາສຳເລັດແລ້ວ ແມ່ນບໍ່ຄວນໃຊ້ໃນທັນທີ, ຕ້ອງນຳໄປຢ້າງຄວັນໄຟເປັນຫຼາຍມື້ແລ້ວຈຶ່ງໃຊ້. ອາຍຮ້ອນຂອງໄຟທີ່ກຸ້ມຂຶ້ນ ກໍ່ເຮັດໃຫ້ກະພາເພີ່ມຄວາມແໜ້ນ ແລະ ມີສີຕັບໝູເຫຼື້ອມງາມຕາ. ລຸງ ອີໂຕ ໃຫ້ຮູ້ອີກຕື່ມວ່າ:
“ສຳລັບການສານກະພາ ຂ້າພະເຈົ້າກໍ່ໄດ້ຮຽນແຕ່ຄາວຍັງນ້ອຍ, ຮຽນຈາກບັນດາຜູ້ໃຫຍ່. ເຫັນເຂົາເຈົ້າເຮັດ ເຮົາກໍ່ໄດ້ເບິ່ງ ແລ້ວກໍ່ຂໍທົດລອງເຮັດ, ລອງສານເບິ່ງ ແລ້ວກໍ່ຄ່ອຍໆໃຫ້ລື້ງ ແລະ ສາມາດເຮັດໄດ້ຢ່າງຊຳນານ. ກະພາແມ່ນລວມມີຮ່າງ, ເຊືອກພາຍ, ຕີນກະພາ. ສຳລັບຕີນກະພາເຄີຍຖືກເຮັດດ້ວຍລຳຕົ້ນຝາງ, ຕົ້ນກະເດົາ ຫຼື ຕົ້ນງິ້ວ ໂດຍອີງຕາມຂະໜາດກະພາໃຫຍ່ ຫຼື ນ້ອຍ”.
ຈາກພາຊະນະທີ່ຕິດພັນກັບຊີວິດປະຈຳວັນ ແລະ ການປູກຝັງໃນອະດີດຕະການ, ມາຮອດປັດຈຸບັນກະພາຍັງແມ່ນເຄື່ອງໃຊ້ທີ່ລື້ງເຄີຍກັບແມ່ຍິງເຜົ່າ ເອເດ ຫຼາຍຄົນ. ແຕ່ປາງກ່ອນ, ກະພາຖືກເປ້ຢູ່ຫຼັງ ພວກເອື້ອຍນ້ອງແມ່ຍິງເມື່ອໄປໄຮ່, ໄປທ່ານ້ຳ. ໃນວັນນີ້, ກະພາພັດຖືກແມ່ຍິງເຜົ່າ ເອເດ ນຳໃຊ້ເມື່ອລົງຖະໜົນ ແລະ ໄດ້ກາຍເປັນພາຊະນະຂົນສົ່ງສິນຄ້າ ແລະ ກໍ່ແມ່ນຮູບພາບທີ່ສວຍງາມກ່ຽວກັບຄວາມເປັນເອກະລັກ ທາງດ້ານວັດທະນະທຳຂອງຊາວເຜົ່າ ເອເດ.