(VOVWORLD) -ຕາມປະເພນີແລ້ວ ຊາວເຜົ່າ ຜູ້ໄທ ເຄີຍຢູ່ເຮືອນຮ້ານ. ໃນເຮືອນຮ້ານແຕ່ລະຫຼັງເຄີຍມີເຮືອນຄົວສອງຫ້ອງ. ນອກຈາກມີຄຸນປະໂຫຍດ ເພື່ອປຸງແຕ່ງອາຫານແລ້ວ, ເຮືອນຄົວຍັງແມ່ນຄວາມງາມໃນຈິດສຳນຶກຂອງຊາວເຜົ່າ ຜູ້ໄທ ແຕ່ລະຄົນ
ເຕົາໄຟ ໃນເຮືອນຮ້ານຂອງຊາວເຜົ່າ ຜູ້ໄທ |
ໃນເຮືອນຮ້ານຂອງຊາວເຜົ່າ ຜູ້ໄທ, ເຕົາໄຟແມ່ນສິ່ງທີ່ຂາດບໍ່ໄດ້. ແຕ່ປາງກ່ອນ ແຕ່ລະຄອບຄົວຊາວເຜົ່າ ຜູ້ໄທ ເຄີຍດຳລົງຊີວິດຢູ່ຮ່ວມກັນດ້ວຍຫຼາຍລຸ້ນ ໃນວົງຕະກຸນ, ດັ່ງນັ້ນເຮືອນຮ້ານ ເຄີຍປະກອບດ້ວຍແຕ່ 3 ຫາ 5 ຫ້ອງ, ມີສອງຂັ້ນໄດຕັ້ງຢູ່ສອງເບື້ອງ ແລະ ເຮືອນຄົວສອງຫ້ອງໃນເຮືອນຮ້ານ. ເຮືອນຄົວທາງລຸ່ມຫ້ອງນອນຂອງເຈົ້າຂອງເຮືອນ ຕາມພາສາຊາວເຜົ່າ ຜູ້ໄທ ເອີ້ນວ່າ ຈີໄຟກົກ. ສ່ວນເຮືອນຄົວທາງຂ້າງສຸດຂອງຄອບຄົວ ແມ່ນເອີ້ນວ່າ ຈີໄຟປາຍ. ເຮືອນຄົວສອງຫ້ອງມີຄຸນປະໂຫຍດ ແລະ ຄວາມໝາຍວັດທະນະທຳມະນຸດທີ່ແຕກຕ່າງກັນ ກໍ່ຄືມີບັນດາສິ່ງຄະລຳໃດໜຶ່ງ. ລຸງ ກ່າວັນຈຸງ ຢູ່ບ້ານ ກໍປູກ ຕາແສງ ເຈື່ອງເງິນ ນະຄອນ ເຊີນລາ ແຂວງ ເຊີນລາ ໃຫ້ຮູ້ວ່າ:
“ເຕົາໄຟມີຄວາມຈຳເປັນທີ່ສຸດສຳລັບເຮືອນຮ້ານຫຼັງໜຶ່ງ. ເຮືອນຮ້ານຫຼັງໜຶ່ງທີ່ອົບອຸ່ນ ກໍ່ຕ້ອງມີເຕົາໄຟ, ຕາມປະເພນີຂອງຊາວເຜົ່າ ຜູ້ໄທ ເມື່ອເຮັດເຕົາໄຟ, ເຂົາເຈົ້າກໍ່ຂໍເພິ່ງຄວາມຊ່ວຍເຫຼືອຈາກຍາດພີ່ນ້ອງທາງແມ່ ຂອງເຈົ້າຂອງເຮືອນ ກໍ່ເປັນການດີທີ່ສຸດ. ຖ້າຫາກວ່າບໍ່ມີ ກໍ່ຂໍເພິ່ງຄວາມຊ່ວຍເຫຼືອຈາກອ້າຍນ້ອງທາງເມຍຂອງຕົນກໍ່ໄດ້. ເຕົາໄຟກໍ່ສະແດງໃຫ້ເຫັນຄວາມອົບອຸ່ນຂອງຄອບຄົວ, ຖ້າຫາກມີເຕົາໄຟທີ່ດີ ຄອບຄົວຈຶ່ງສາມາດທຳມາຫາກິນໄດ້ດີ”.
ຊາວເຜົ່າ ຜູ້ໄທ ມີຄວາມສຳນຶກວ່າ ເຈົ້າເຕົາ ກໍ່ມີຄວາມໝາຍເຊັ່ນດຽວກັນກັບ ເຈົ້າໄຟ. ເຈົ້າໄຟ ສວມບົດບາດທີ່ຕັ້ງສັກກະລະບູຊາໃນເຮືອນ, ສ້າງຄວາມອົບອຸ່ນໃຫ້ແກ່ທຸກໆຄົນໃນຄອບຄົວ ໃນຊຸມວັນໜາວຈັດ. ການປຸງແຕ່ງພາເຂົ້າແຊບ ຫຼື ບໍ່ ກໍ່ຍ້ອນມີເຈົ້າໄຟ, ການຕົ້ມເຫຼົ້າກໍແຊບ ຫຼື ບໍ່ນັ້ນ ກໍ່ຍ້ອນເຈົ້າເຕົາ. ເມື່ອກ່ອນນີ້ ຢູ່ເຂດຊົນນະບົດ, ເຂດພູດອຍ ບໍ່ມີໄຟຟ້າໃຊ້, ເພາະສະນັ້ນ ເຕົາໄຟແມ່ນບ່ອນສົ່ງແສງສະຫວ່າງ ແລະ ສ້າງຄວາມອົບອຸ່ນໃຫ້ທັງຄອບຄົວ. ວຽກງານທຸກຢ່າງໃນຄອບຄົວ ກໍ່ເຄີຍຖືກທຸກໆຄົນນັ່ງອ້ອມເຕົາໄຟ ເພື່ອປຶກສາ ແລະ ເປັນເອກະພາບກັນ. ຍ້ອນເຫດນີ້ເອງ ບັນດາຄອບຄົວຊາວເຜົ່າ ຜູ້ໄທ ເຄີຍສຸມໄຟຕະຫຼອດ ເປັນຕົ້ນແມ່ນໃນຍາມໜາວຈັດ. ລຸງ ຕ່ອງວັນເຮັ້ຍ ຢູ່ບ້ານ ມ່ອງ ຕາແສງ ຫົວລາ ນະຄອນ ເຊີນລາ ໃຫ້ຮູ້ວ່າ:
“ເຮືອນຄົວ ຈີໄຟກົກ ເຄີຍຕັ້ງຢູ່ທາງລຸ່ມ ກົງກັນຂ້າມກັບຫ້ອງບູຊາບັນພະບູລຸດ ຂອງຄອບຄົວ. ເຮືອນຄົວຫ້ອງນີ້ກໍ່ບໍ່ເຄີຍໃຊ້ ເພື່ອປຸງແຕ່ງອາຫານໃນແຕ່ລະວັນ, ເຄີຍນຳໃຊ້ໃຫ້ພວກພໍ່ຕູ້ ແມ່ຕູ້ ຜູ້ມີອາຍຸສູງ ນັ່ງອ້ອມຝີງໄຟ ຕົ້ມນ້ຳຊົງຊາ ແລະ ໂອ້ລົມກັນເທົ່ານັ້ນ. ເມື່ອເຮືອນມີແຂກມາຢາມເຮືອນ ກໍ່ຈະນັ່ງໂອ້ລົມຮັບແຂກຢູ່ບ່ອນນີ້ເລີຍ”.
ພິເສດ ໃນເຮືອນຄົວ ຈີໄຟກົກນີ້ ລູກຫຼານ, ເປັນຕົ້ນແມ່ນລູກໄພ້, ລູກສາວ ແລະ ເອື້ອຍນ້ອງແມ່ຍິງ ບໍ່ໄດ້ນຳໃຊ້ເພື່ອປຸງແຕ່ງອາຫານ ຫຼື ນັ່ງກັບຜູ້ອາຍຸສູງຢ່າງເດັດຂາດ. ສິ່ງນີ້ກໍ່ສະແດງໃຫ້ເຫັນຄວາມເຄົາລົບນັບຖື ປູ່ຍ່າຕາຍາຍ, ພໍ່ແມ່ ແລະ ຮັກສາລະບຽບຊັ້ນວັນນະໃນວົງຕະກຸນ. ລຸງ ຕ່ອງວັນເຮັ້ຍ ໃຫ້ຮູ້ຕື່ມອີກວ່າ:
“ສ່ວນເຮືອນຄົວ ຈີໄຟປາຍ ຖືກຕັ້ງຢູ່ຫ້ອງທາງຂ້າງສຸດຂອງເຮືອນຮ້ານ, ເຮືອນຄົວນີ້ຖືກໃຊ້ເພື່ອປຸງແຕ່ງອາຫານ ໃຫ້ຄອບຄົວ ແລະ ບໍ່ມີຫຍັງຄະລຳເລີຍ. ທຸກການດຳເນີນຊີວິດຂອງຄອບຄົວ ຕົ້ນຕໍແມ່ນມີຂຶ້ນຢູ່ເຮືອນຄົວຫ້ອງນີ້. ນັບທັງເມື່ອຄອບຄົວມີເອື້ອຍນ້ອງພາຍຫຼັງປະສູດລູກ ກໍ່ກິນນອນຢູ່ເຮືອນຄົວນີ້ເລີຍ ຈົນກວ່າເຮັດພິທີເຕັມເດືອນໃຫ້ແກ່ເດັກ, ແລ້ວຈຶ່ງຍ້າຍມາຢູ່ຫ້ອງນອນຂອງຄູ່ຜົວເມຍ ເພື່ອມີຄວາມສະດວກໃນການເບິ່ງແຍງລ້ຽງດູເດັກ”.
ໃນທຸກວັນນີ້ ສັງຄົມພັດທະນາ, ຊີວິດດ້ານເສດຖະກິດ ກໍ່ໄດ້ຖືກຍົກສູງຂຶ້ນ, ເຄື່ອງໃຊ້ໄມ້ສອຍໃນຄອບຄົວກໍ່ມີຫຼາຍຮູບຫຼາຍແບບ ແລະ ມີຄວາມສະດວກກວ່າເກົ່າ. ແຕ່ໃນພື້ນຖານແລ້ວ ຄອບຄົວຊາວເຜົ່າ ຜູ້ໄທ ໃນບ້ານ ຍັງຄົງຮັກສາເຕົາໄຟໄດ້. ໃນບັນດາເຮືອນຮ້ານຂອງພໍ່ແມ່ພີ່ນ້ອງໃນປັດຈຸບັນ, ຖ້າຫາກບໍ່ມີເຮືອນຄົວ ສອງຫ້ອງ ຄືເມື່ອກ່ອນນີ້ ກໍ່ຕ້ອງມີເຮືອນຄົວຢ່າງໜ້ອຍສຸດໜຶ່ງຫ້ອງ. ສິ່ງນີ້ສະແດງໃຫ້ເຫັນວ່າ ເຕົາໄຟແມ່ນມີຄວາມໝາຍຢ່າງແທ້ຈິງ ໃນການດຳລົງຊີວິດຂອງຊາວເຜົ່າ ຜູ້ໄທ.