(VOVWORLD) -ງານບຸນສົມມະນາຄຸນປ່າ ແມ່ນຈຸດວັດທະນະທຳ ທີ່ມີມາແຕ່ດົນນານຂອງຊາວເຜົ່າ ກະຕູ ຢູ່ເມືອງ ເຕິຍຢາງ ແຂວງ ກວ໋າງນາມ ເຊິ່ງຖືກຈັດຂຶ້ນໃນຊຸມວັນຕົ້ນປີໃໝ່. ຊາວເຜົ່າ ກະຕູ ມີຄວາມສຳນຶກວ່າ ນອກຈາກພິທີພາວະນາໃຫ້ມີຄວາມໂຊກດີໃນປີໃໝ່ແລ້ວ , ພິທີສົມມະນາຄຸນປ່າຍັງແມ່ນຄຳໝັ້ນໝາຍຂອງພໍ່ແມ່ພີ່ນ້ອງ ໃນການຍົກສູງສະຕິຄວາມຮັບຜິດຊອບ ກ່ຽວກັບການຄຸ້ມຄອງ ແລະ ປົກປັກຮັກສາປ່າ ພ້ອມກັນນັ້ນກໍ່ເປັນການຜູກຮັດວົງຄະນະຍາດບັນດາເຜົ່າ
ເຈົ້າເຫຼົ່າທຳພິທີສົມມະນາຄຸນປ່າ |
ໃນທ່າມກາງເຂດພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານ, ພວກບ່າວສາວໃນໝູ່ບ້ານໄດ້ພ້ອມກັນ ຟ້ອນລຳທຳເພງໃນທ່າມກາງສຽງຄ້ອງ ແລະ ສຽງດົນຕີພື້ນເມືອງຊະນິດຕ່າງໆ ທີ່ດັງກ້ອງກັງວານໄປທົ່ວເຂດປຽບເໝືອນຄຳພາວະນາຂອງຊາວເຜົ່າ ກະຕູ ທີ່ມີຕໍ່ເທວະດາຟ້າແຖນ, ບັນພະບູລຸດ. ຊາວເຜົ່າ ກະຕູ ເຊື່ອໝັ້ນວ່າ ເທວະດາກໍ່ຄືເຈົ້າຖິ່ນເຈົ້າຖານ ໄດ້ຊ່ວຍໃຫ້ເຂົາເຈົ້າມີກຳລັງແຮງ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ສະໜິດຕິດພັນກັບພູຜາປ່າໄມ້ ທີ່ໃຫຍ່ໂຕມະຫາຖານ. ເຈົ້າເຫຼົ່າ ກະເລົາບະລາວ ຢູ່ຕາແສງ ເຈີຮີ ໃຫ້ຮູ້ວ່າ ຊາວເຜົ່າ ກະຕູ ນັບແຕ່ໃດໆມາ ຍາມໃດກໍ່ມີຄວາມຮັກຕໍ່ພູຜາປ່າໄມ້. ເຈົ້າປ່າໄດ້ຮັກສາແຫຼ່ງຊີວິດໃຫ້ແກ່ພໍ່ແມ່ປະຊາຊົນ, ດັ່ງນັ້ນຄວາມຮັບຜິດຊອບຂອງຊາວທ້ອງຖິ່ນແຕ່ລະຄົນ ແມ່ນຕ້ອງຮູ້ຮັກສາປ່າ. ເຈົ້າເຫຼົ່າ ກະເລົາບະລາວ ເວົ້າວ່າ:
“ແຕ່ປາງກ່ອນພໍ່ແມ່ພີ່ນ້ອງພວກຂ້າພະເຈົ້າ ຍາມໃດກໍ່ມີສະຕິປົກປັກຮັກສາປ່າ. ທີໜຶ່ງ ແມ່ນປົກປັກຮັກສາປ່າ ເພື່ອປຸກສ້າງເຮືອນຊານ. ທີສອງ ແມ່ນເພື່ອເອົາຟືນ. ທີສາມ ແມ່ນເພື່ອປົກຄຸມຮົ່ມເຢັນໃຫ້ແກ່ມະນຸດ, ບໍ່ມີໃຜທີ່ທຳລາຍປ່າຢ່າງເດັດຂາດ”.
ແຕ່ປາງກ່ອນເຊົາເຜົ່າ ກະຕູ ຢູ່ເມືອງພູດອຍ ເຕິຍຢາງ ໃນແຂວງ ກວ໋າງນາມ ໄດ້ຈັດພິທີສົມມະນາຄຸນປ່າ, ສົມມະນາຄຸນພູຜາແມ່ນ້ຳລຳເຊ ຕົ້ນໄມ້ໃບຫຍ້າ ແລະ ສົມມະນາຄຸນເທວະດາຟ້າແຖນ. ດ້ວຍຄວາມສຳນຶກວ່າ ມີປ່າ, ມີເທວະດາຟ້າແຖນແມ່ນມີມະນຸດ ແລະ ສັດສາວາສິ່ງນາໆຊະນິດ. ບໍ່ວ່າຜູ້ໃດທີ່ຢາກເອົາສິ່ງໃດໃນປ່າ ແມ່ນຕ້ອງຂໍນຳເທວະດາຟ້າແຖນ, ຕ້ອງປະຊຸມປຶກສາຫາລືກັບຊາວບ້ານ ແລະ ທຳພິທີໄຫ້ວບູຊາພາວະນາຢ່າງຄັກແນ່. ເພື່ອປົກປັກຮັກສາປ່າດົງດິບ, ຊາວບ້ານ ອາຣໍ ຕາແສງ ລັງ ເມືອງ ເຕິຍຢາງ ໄດ້ກຳນົດວ່າ ຖ້າຫາກຜູ້ໃດຢາກເອົາໄມ້ໃນປ່າມາປຸກເຮືອນ ແມ່ນຕ້ອງຂໍຄຳເຫັນຈາກຊາວບ້ານ. ຜູ້ໃດລະເມີດແມ່ນຈະຖືກໝູ່ບ້ານປັບໄໝລົງໂທດຢ່າງເຄັ່ງຄັດ. ອ້າຍ ບະລິງແງັງ ຢູ່ບ້ານ ອາໂລ ຕາແສງ ລັງ ເມືອງ ເຕິຍຢາງ ແຂວງ ກວ໋າງນາມ ໃຫ້ຮູ້ວ່າ:
“ທຸກຄົນໃນໝູ່ບ້ານ ຕ່າງກໍ່ມີສະຕິ ຄວາມຮັບຮູ້ກ່ຽວກັບວຽກງານຄຸ້ມຄອງ ແລະ ປົກປັກຮັກສາປ່າ. ສິ່ງທີ່ປະເສີດເລີດລ້ຳທີ່ສຸດຂອງຊາວບ້ານແຫ່ງນີ້ ແມ່ນຕ້ອງອາໄສປ່າ ແລະ ຕ້ອງປົກປັກຮັກສາປ່າ”.
ນັບແຕ່ປີ 2011 ມາຮອດປັດຈຸບັນ, ເມືອງ ເຕິຍຢາງ ໃນເຂດດິນແກນກາງໃນປ່າ ດ້ວຍເນື້ອທີ່ 450 ເຮັກຕາ ຍັງມີຕົ້ນໄມ້ ໂລງເລງ 725 ຕົ້ນໄດ້ຮັບການຮັບຮອງແມ່ນຕົ້ນໄມ້ມໍລະດົກ ຫວຽດນາມ. ຕາມທ່ານ ບະລິວລຽກ ເລຂາພັກເມືອງ ເມືອງ ເຕິຍຢາງ ແລ້ວ, ມີເນື້ອທີ່ປ່າເຊັ່ນນັ້ນ ແມ່ນຍ້ອນມີຂະບວນວິວັດປົກປັກຮັກສາປ່າຂອງຊາວເຜົ່າ ກະຕູ ບໍ່ຈັກວ່າເທົ່າໃດລຸ້ນຄົນ. ທ່ານ ບະລິວລຽກ ກ່າວວ່າ:
“ຄວາມຮັບຜິດຊອບໃນການຮັກສາປ່າ ຂອງຊາວເຜົ່າ ກະຕູ ບໍ່ແມ່ນຂອງບຸກຄົນໃດໝົດ, ນັ້ນແມ່ນຂອງວົງຄະນາຍາດ. ສິ່ງນີ້ໄດ້ເລີ່ມມາຈາກວັດທະນະທຳ. ສອງຈຸດວັດທະນະທຳທີ່ສຳຄັນທີ່ສຸດຢູ່ທີ່ນີ້ ແມ່ນວັດທະນະທຳໝູ່ບ້ານ ແລະ ວັດທະນະທຳຮັກສາປ່າ. ດັ່ງນັ້ນຖ້າຫາກຮັກສາຈຸດວັດທະນະທຳໝູ່ບ້ານໄດ້, ປ່າຈະບໍ່ຖືກສູນເສຍ, ຖ້າຫາກເຮັດໃຫ້ວັດທະນະທຳໝູ່ບ້ານຖືກສູນຫາຍໄປນັ້ນ, ແມ່ນວັດທະນະທຳປ່າກໍ່ຈະຖືກສູນເສຍໄປນຳ, ເວລານັ້ນ ເຂົາເຈົ້າຈະມີການກະທຳຕັດໄມ້ທຳລາຍປ່າ”
ບໍ່ພຽງແຕ່ຮູ້ປົກປັກຮັກສາປ່າເທົ່ານັ້ນ ຊາວເຜົ່າ ກະຕູ ຢູ່ແຫ່ງນີ້ຍັງຮູ້ເສີມຂະຫຍາຍຄຸນຄ່າຂອງປ່າເພື່ອສ້າງຄວາມຮັ່ງມີ. ບັນດາຮູບແບບປູກຕົ້ນຢາສະໝູນໄພກໍ່ໄດ້ຮັບການທະວີຄູນຢ່າງກ້ວາງຂວາງ. ຫຼາຍຄອບຄົວຢູ່ເມືອງ ເຕິຍຢາງ ໄດ້ກາຍເປັນເສດຖີ ຍ້ອນປູກຕົ້ນຢາສະໝູນໄພ. ທ່ານ ເລຈີແທັງ ປະທານຄະນະກຳມະການປະຊາຊົນແຂວງ ກວ໋າງນາມ ໃຫ້ຮູ້ວ່າ:
“ທາງແຂວງ ສືບຕໍ່ສະເໜີເມືອງ ເຕິຍຢາງ ຕ້ອງມີບັນດາວິທີກະທຳຢ່າງຂະຫຍັນຂັນເຄື່ອນ ມີຫົວຄິດປະດິດສ້າງ ເພື່ອປົກປັກຮັກສາ ແລະ ຂະຫຍາຍປ່າຕິດພັນກັບການພັດທະນາເສດຖະກິດໃຫ້ແກ່ປະຊາຊົນ ທັງນີ້ກໍ່ເປັນການຫຼຸດຜ່ອນອັດຕາຄວາມທຸກຍາກ ໃຫ້ແກ່ເມືອງ ເຕິຍຢາງ ໃນປັດຈຸບັນ ໃຫ້ຫຼຸດລົງຢູ່ໃນລະດັບຕ່ຳສຸດ. ພ້ອມກັນນັ້ນ ການຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳອື່ນໆ, ການນຳໃຊ້ບັນດາຄຸນຄ່າທາງດ້ານທຳມະຊາດຢູ່ ເຕິຍຢາງ ເພື່ອເຮັດແນວໃດສາມາດເຕົ້າໂຮມກັນເປັນຈຸດທີ່ພົ້ນເດັ່ນ ທາງດ້ານການທ່ອງທ່ຽວ ເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວຢູ່ ເຕິຍຢາງ ໃຫ້ຫຼາຍຂຶ້ນ”.
ສຳລັບຊາວເຜົ່າ ກະຕູ ແລ້ວ, ພູຜາປ່າໄມ້ແມ່ນຊັບສົມບັດອັນລ້ຳຄ່າ ເຊິ່ງໄດ້ຊ່ວຍໃຫ້ຊາວເຜົ່າ ກະຕູ ສາມາດຄົງຕົວ ແລະ ຂະຫຍາຍຕົວໄດ້. ເພາະສະນັ້ນ ງານບຸນສົມມະນາຄຸນປ່າ ກໍ່ໄດ້ຈັດຂຶ້ນໃນຕົ້ນປີໃໝ່, ນີ້ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ເຈົ້າປ່າໃນປີທີ່ຜ່ານມາ ອັນໄດ້ຊ່ວຍໃຫ້ຊາວບ້ານມີສຸຂະພາບເຂັ້ມແຂງ ມີການດຳລົງຊີວິດອີ່ມໜຳສຳລານ ແລະ ສົມບູນພູນສຸກ.