(VOVWORLD) -ນັກຮົບເກົ່າ ຮວ່າງກວາງມິງຢູ່ແຂວງລ້າງເຊີນເຖິງວ່າເປັນຜູ້ຮັບເຄາະຮ້າຍຈາກສານຜິດສີສົ້ມກໍ່ຕາມ ແຕ່ລາວຍັງສຸດຈິດສຸດໃຈຕໍ່ວຽກງານກວດປິ່ນປົວພະຍາດ. ທ່ານໄດ້ຖືກພໍ່ແມ່ພີ່ນ້ອງໃນເຂດເອີ້ນວ່າເປັນໝໍຢາສີສົ້ມ
ນັກຮົບເກົ່າ ຮວ່າງກວາງມິງ |
ເດືອນເມສາປີ 1964 ອ້າຍບ່າວຮວ່າງກວາງມິງຢູ່ຕາແສງເຕິນວັນເມືອງບິ່ງຢາແຂວງລ້າງເຊີນໄດ້ເຂົ້າຖັນແຖວກອງທັບອອກເດີນທາງໄປປົກປັກຮັກສາປະເທດຊາດ. ປີ 1969 ໃນການສູ້ຮົບຢ່າງດຸເດືອດທີ່ສະໜາມຮົບກວ໋າງນາມ, ທ່ານໄດ້ຮັບບາດເຈັບສາຫັດແລະຖືກສົ່ງໄປພາກເໜືອເພື່ອປິ່ນປົວດ້ວຍລະດັບບາດເຈັບ 4/4, ຮ້ອຍຕີ ຮວ່າງກວາງມິງໄດ້ຍ້າຍໄປເຮັດວຽກຢູ່ຂະແໜງກົນຈັກກະສິກຳແຂວງລ້າງເຊີນ. ທ່ານໄດ້ສ້າງຄອບຄົວແລະມີລູກ 3 ຄົນ, ແຕ່ໂຊກບໍ່ດີ ລູກທັງໝົດກໍ່ລ້ວນແຕ່ເປັນພິການຈາກສານພິດສີສົ້ມ.
ຜ່ານຫຼາຍຄ່ຳຄືນນອນບໍ່ຫຼັບຈົນຂ້ອນແຈ້ງ,ບາງຄັ້ງກໍ່ຢາກປະປ່ອຍຊີວິດໄປຕາມການເວລາແຕ່ເມື່ອເຫັນຊຸດເຄື່ອງແບບທະຫານໄດ້ຕົກສີຖືກແຂວນໃນຕູ້ຂອງຕົນ, ທ່ານ ຮວ່າງກວາງມິງໄດ້ຕັກເຕືອນຕົນເອງວ່າເຮົາແມ່ນທະຫານແລະແມ່ນທະຫານລຸງ ໂຮ່ ກໍ່ຈະບໍ່ມີວັນປະລະການຕໍ່ສູ້ ຖ້າຫາກວ່າຍັງສາມາດຫາຍໃຈໄດ້. ພາຍຫຼັງຊັ່ງຊາເປັນໄລຍະໜຶ່ງ ທ່ານໄດ້ຕັດສິນເດີນຕາມເສັ້ນທາງການແພດໂດຍນຳໃຊ້ຢາພື້ນເມືອງທີ່ເກັບກຳມາໄດ້ ເພື່ອປິ່ນປົວພະຍາດ ກອບກູ້ເອົາຊີວິດມະນຸດ. ທ່ານ ຮວ່າງກວາງມິງໃຫ້ຮູ້ວ່າ:
“ຊ່ວງເວລາທີ່ພວກຜູ້ເຖົ້າຜູ້ແກ່ຖ່າຍທອດບອກສອນໃຫ້ແກ່ຂ້າພະເຈົ້າ ກໍ່ບໍ່ເອົາເງິນຈັກດົງ, ພຽງແຕ່ເພື່ອຊ່ວຍກອບກູ້ຊີວິດຄົນເຈັບເທົ່ານັ້ນ. ເພາະສະນັ້ນ ນັບແຕ່ຄາວຍັງນ້ອຍ ຂ້າພະເຈົ້າໄດ້ຕິດຕາມແມ່ ເຂົ້າໄປປ່າເພື່ອເອົາຢາສະໜູນໄພແລະໄດ້ເຊື່ອມຊຶມແນວຄິດດັ່ງກ່າວ. ປະກອບອາຊີບເປັນໝໍຢານີ້ ເຮົາກໍ່ຕ້ອງເປັນຜູ້ໃຈດີ ເຮົາກໍ່ບໍ່ໂຄສະນາຫຍັງເລີຍ, ພຽງແຕ່ຖ່າຍທອດຈາກຜູ້ນີ້ສູ່ຜູ້ອື່ນ”.
ຈາກຈັນຍາບັນຂອງຜູ້ເປັນໝໍຢາ, ທ່ານ ຮວ່າງກວາງມິງໄດ້ປິ່ນປົວໂດຍບໍ່ເກັບຄ່າໃຫ້ແກ່ຄົນເຈັບທີີ່ມີສະພາບຫຍຸ້ງຍາກ, ຜູ້ທຸກຍາກແລະເພື່ອນຮ່ວມກົມກອງ. ສຳລັບທ່ານແລ້ວຄວາມມ່ວນຊື່ນຢ່າງໃຫຍ່ຫຼວງທີ່ສຸດແມ່ນເມື່ອໄດ້ຮັບຂ່າວຈາກຄົນເຈັບທີ່ສົ່ງຂ່າວກ່ຽວກັບອາການພະຍາດໄດ້ຫາຍດີ ແລະ ສຸຂະພາບກັບຄືນສູ່ປົກກະຕິ. ອ້າຍ ຮວ່າງງອກຢຸຍ ຄົນເຈັບໄດ້ຮັບການປິ່ນປົວຈາກທ່ານມິງໃຫ້ຮູ້ວ່າ:
“ຄາວຍັງນ້ອຍ ຂ້າພະເຈົ້າຕິດພະຍາດຂີ້ຫືດ, ແລະ ໄດ້ໄປປົວຢູ່ຫຼາຍບ່ອນແຕ່ກໍ່ບໍ່ໄດ້ຮັບຜົນ. ສຸດທ້າຍກໍ່ໄດ້ພົບກັບໝໍຢາມິງ ເຮົາເຫັນວ່າທ່ານໄດ້ປິ່ນປົວໃຫ້ຂ້າພະເຈົ້າຢ່າງສຸດໃຈ. ໄລຍະຕໍ່ມາຂ້າພະເຈົ້າຍັງຮູ້ວ່າທ່ານແມ່ນນັກຮົບເກົ່າ ອາຍຸກໍ່ສູງແລ້ວ ແຕ່ຍາມໃດກໍ່ຊ່ວຍເຫຼືອຜູ້ອື່ນ, ນີ້ກໍ່ແມ່ນສິ່ງທີ່ຂ້າພະເຈົ້າເຄົາລົບນັບຖືທີ່ສຸດ”.
ຂ່າວດີຂ່າວມວນໄດ້ຖືກສົ່ງໄປໄກ, ມີຄົນເຈັບຫຼາຍຄົນຖືກຕິດພະຍາດຮຸນແຮງຄືຕັບແຂງ, ນິ້ວໝາກໄຂ່ຫຼັງໄດ້ຊອກມາຫາທ່ານມິງແລະໄດ້ຮັບການປິ່ນປົວຫາຍດີ. ທ່ານຮວ່າງກວາງມິງໃຫ້ຮູ້ອີກວ່າ:
“ຂ້າພະເຈົ້າຍາມໃດກໍ່ມີຄວາມສຳນຶກວ່າຕ້ອງເຮັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນວ່າ ທະຫານເສຍອົງຄະແຕ່ບໍ່ເສຍຄຸນ, ແພດໝໍປຽບເໝືອນ ແມ່ຜູ້ໃຈດີ, ດັ່ງນັ້ນເມື່ອເຫັນບັນດາຜູ້ເຈັບເປັນທີ່ປະສົບກັບຄວາມຫຍຸ້ງຍາກ ຂ້າພະເຈົ້າກໍ່ລ້ວນແຕ່ພະນາຍາມປິ່ນປົວຊ່ວຍເຂົາເຈົ້າ”.
ນັກຮົບເກົ່າ ຮວ່າງກວາງມິງໄດ້ຮັບໃບຍ້ອງຍໍຫຼາຍໃບຈາກຂະແໜງການທ້ອງຖິ່ນຂັ້ນຕ່າງໆ. ທ່ານຈູກວຽດຖັງ ຮອງເລຂາໜ່ວຍພັກຄຸ້ມບ້ານ 8 ຕາແສງຕາມແທັງ ນະຄອນລ້າງເຊີນໃຫ້ຮູ້ວ່າ:
“ທ່ານມິງແມ່ນຜູ້ສຸດຈິດສຸດໃຈຕໍ່ການປະກອບອາຊີບເປັນໝໍຢາທັງແມ່ນຜູ້ມີອິດທິພົນຊື່ສຽງຢູ່ທ້ອງຖິ່ນ ດ້ວຍຄວາມຮັບຜິດຊອບໃນວຽກງານຢ່າງສູງທີ່ສຸດ,ທຸກໆຄົນຕ່າງກໍ່ຖະນຸຖະໜອມແລະນັບຖືລາວ. ໂດຍແມ່ນທະຫານຖືກຕິດສານພິດສີສົ້ມແລະສະພາບຄອບຄົວກໍ່ຫຍ້ງຍາກແຕ່ທ່ານມິງຍັງແມ່ນຜູ້ມີຈິດໃຈເຂັ້ມແຂງພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ”.
ໂດຍໄດ້ຜ່ານຜ່າຄວາມເຈັບປວດຍ້ອນຕິດພະຍາດແລະຄອບຄົວກໍ່ມີສະພາບຫຍຸ້ງຍາກດ້ວຍລູກເຕົ້າຖືກພິການຈາກສານພິດສີສົ້ມ, ນັກຮົບເກົ່າ ຮວ່າງກວາງມິງໃນແຕ່ລະວັນກໍ່ຍັງຄົງກວດປິ່ນປົວພະຍາດໃຫ້ຄົນເຈັບ ທັງເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາການເຄື່ອນໄຫວຂອງສັງຄົມຂອງທ້ອງຖິ່ນ ຄືດັ່ງໜ້າທີ່ຂອງທະຫານລຸງໂຮ່ ເມື່ອກັບຄືນສູ່ບ້ານເກີດເມືອງນອນ.