(VOVWORLD) -ໃນຕະຫຼອດຫຼາຍເດືອນທີ່ຜ່ານມາ ນາງພະຍາບານ ເຮີວີບວນອີອາ ອາຍຸ 33 ເຮັດວຽກຢູ່ຂະແໜງ ສຸກເສີມຟື້ນຟູຊີບສັງກັດສູນສາທາລະນະສຸກເມືອງອີອາກາ ຖືກຈັດສົ່ງໄປຮັບໜ້າທີ່ຢູ່ໂຮງໝໍກາງສະໜາມເລກ 1 ເພື່ອປິ່ນປົວຄົນເຈັບຕິດພະຍາດໂຄວິດ - 19 ໃນແຂວງດັກລັກ. ນາງເຮີວີ ບວນອີອາ ຍາມໃດກໍ່ຖືຄົນເຈັບເໝືອນດັ່ງຍາດຕິພີ່ນ້ອງໃນຄອບຄົວຂອງຕົນ. ຍາມໃດນາງກໍ່ຢູ່ໃນທ່າກຽມພ້ອມເມື່ອຄົນເຈັບຕ້ອງການຊ່ວຍເຫຼືອ
ນາງພະຍາບານ ເຮີວີບວນອີອາພວມຢື້ຢາມຖາມຂ່າວຄົນເຈັບ |
ທິມງານປະຈຳການຕອນເຊົ້າຂອງນາງພະຍາບານ ເຮີວີບວນອີອາ ເລີ່ມປະຕິບັດວຽກງານວິຊາສະເພາະຄືສັກຢາຕັ້ງຫຼອດລົມຫາຍໃຈດູດຂີ້ກະເທີ່ ໃຫ້ແກ່ຄົນເຈັບແລະໜູນຊ່ວຍບັນດາທ່ານໝໍປະຕິບັດໜ້າທີ່ອື່ນອີກ. ຫຼັງຈາກນັ້ນນາງກໍ່ໄດ້ໄປຮອດຕຽງຄົນເຈັບຢື້ຢາມຖາມຂ່າວສຸຂະພາບລະດົມກຳລັງໃຈ ຊ່ວຍໃຫ້ຄົນເຈັບມີຄວາມອຸ່ນອ່ຽນໃຈເພື່ອຄ່ອຍຫາຍດີ. ນາງອີອາໃຫ້ຮູ້ວ່າ:
“ເມື່ອຫາກໍ່ເຂົ້າເຮັດວຽກຢູ່ທີ່ນີ້, ຂ້າພະເຈົ້າເອງກໍ່ຄິດຮອດຄອບຄົວຫຼາຍທີ່ສຸດ ພ້ອມກັນນັ້ນຂ້າພະເຈົ້າກໍ່ມີຄວາມເປັນຫ່ວງ, ພິເສດໃນຍາມໂລກລະບາດໂຄວິດ - 19 ພວມລະເບີດຂຶ້ນ ຂ້າພະເຈົ້າກໍ່ຢ້ານຖືກຕິດພະຍາດ ຂ້າພະເຈົ້າເຫັນວ່າມີເພື່ອນອາຊີບຫຼາຍຄົນໄດ້ຕິດພະຍາດນີ້. ແຕ່ເມື່ອເຂົ້າເຮັດວຽກ ຂ້າພະເຈົ້າກໍ່ຄ່ອຍໆລື້ງກັບວຽກງານ. ຂ້າພະເຈົ້າເອງຍາມໃດກໍ່ບອກເຕືອນຕົນເອງວ່າຕ້ອງພະຍາຍາມເຮັດວຽກໃຫ້ດີເພື່ອໃຫ້ບັນດາຄົນເຈັບຄ່ອຍຫາຍດີ ໄດ້ກັບຄືນເຕົ້າໂຮມກັບຄອບຄົວ”.
ນາງພະຍາບານ ເຮີວີບວນອີອາ ແບ່ງປັນວ່າ ເຖິງວ່າມີຄວາມຜູກພັນກັບອາຊີບການແພດການຢາເປັນເວລາ 10 ປີແລ້ວກໍ່ຕາມແຕ່ວຽກງານໃນແຕ່ລະວັນຢູ່ສາທາລະນະສຸກເມືອງອີອາກາກໍ່ມີຄວາມແຕກຕ່າງກັນຫຼາຍເມື່ອທຽບຢູ່ໂຮງໝໍກາງສະໜາມເລກ 1. ຢູ່ທີ່ນີ້ຄົນເຈັບກໍ່ມີຫຼາຍປະເພດຈາກຜູ້ໃຫຍ່ຊາວໜຸ່ມຕະຫຼອດຮອດເດັກນ້ອຍນັບທັງແມ່ຍິງຖືພາດັ່ງນັ້ນຄວາມສ່ຽງທີ່ມີຕໍ່ຂ້າພະເຈົ້າກໍ່ບໍ່ໜ້ອຍແຕ່ຢ່າງໃດແລະພິເສດເມື່ອຄົນເຈັບຕິດພະຍາດໂຄວິດ - 19 ເຂົ້ານອນປິ່ນປົວຢູ່ໂຮງໝໍກໍ່ຕ້ອງແຍກຕົວກັບຍາດພີ່ນ້ອງ. ໃນໂຮງໝໍມີພຽງຄົນເຈັບແລະແພດໝໍເທົ່ານັ້ນເພາະສະນັ້ນ ຄວາມຮັບຜິດຊອບຂອງແພດໝໍຢູ່ໂຮງໝໍກາງສະໜາມບໍ່ພຽງແຕ່ແມ່ນປິ່ນປົວເທົ່ານັ້ນຫາກຍັງຕ້ອງເບິ່ງແຍງດູແລຊ່ວຍເຫຼືອເຂົາເຈົ້າຈາກບັນດາວຽກງານນ້ອຍໆເປັນຕົ້ນ. ນາງອີອາໃຫ້ຮູ້ຕື່ມອີກວ່າ:
“ເມື່ອໂທລະສັບເພື່ອໂອ້ລົມກັບລູກ, ຂ້າພະເຈົ້າເອງກໍ່ຄິດຮອດທີ່ສຸດ, ລູກກໍ່ຍັງນ້ອຍຢູ່ ແຕ່ກໍ່ຮູ້ລະດົມກຳລັງໃຈຂ້າພະເຈົ້າໃຫ້ພະຍາຍາມເຮັດວຽກໃຫ້ດີ, ຢູ່ເຮືອນລູກຄິດຮອດແມ່ ແຕ່ກໍ່ມີພໍ່ຢູ່ຄຽງຂ້າງແລ້ວ. ເມື່ອຟັງລູກເວົ້າເຊັ່ນນັ້ນ ຂ້າພະເຈົ້າກໍ່ມີຄວາມອຸ່ນອ່ຽນໃຈ ແລະ ມື້ໃດກໍ່ຫວັງວ່າໂລກລະບາດໂຄວິດ - 19 ຈະຖືກຍູ້ໃຫ້ຖອຍໄປ ແລະ ຂ້າພະເຈົ້າໄດ້ກັບຄືນເຕົ້າໂຮມກັບຄອບຄົວ”.
ໂດຍແມ່ນຜູ້ແນະນຳໃຫ້ນາງພະຍາບານ ເຮີວີບວນອີອາ ເມື່ອນາງຈັດສົ່ງຈາກສູນສາທາລະນະສຸກເມືອງ ອີອາກາ ມາຮັບໜ້າທີີ່ຢູ່ໂຮງໝໍກາງສະໜາມເລກ 1, ນາງພະຍາບານ ເຈິ່ນທິເກ໊ວ ພະນັກງານຮັບຜິດຊອບວຽກງານຄວບຄຸມການຕິດເຊື້ອຢູ່ໂຮງໝໍກາງສະໜາມເລກ 1 ໃຫ້ຮູ້ວ່າ ນາງພະຍາບານ ເຮີວີບວນອີອາ ບໍ່ພຽງແຕ່ແມ່ນຜູ້ມີຄວາມຮັບຜິດຊອບໃນວຽກງານ, ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ຄົນເຈັບຢ່າງສຸດໃຈເທົ່ານັ້ນ ນາງກໍ່ຍັງເປັນຜູ້ແປພາສາລະຫວ່າງຄົນເຈັບຊາວເຜົ່າສ່ວນໜ້ອຍກັບບັນດາແພດໝໍແລະນາງພະຍາບານໃນໂຮງໝໍອີກດ້ວຍ. ນາງເຈິ່ນທິເກ໊ວ ໃຫ້ຮູ້ວ່າ:
“ຢູ່ທີ່ນີ້ເຮົາໄດ້ຮອງຮັບພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍຜູ້ອາຍຸສູງຫຼາຍຄົນຖືກຈຳກັດທາງດ້ານພາສາກິງ, ແຕ່ຍ້ອນມີ ເຮີວີບວນອີອາ ເຮົາສາມາດເຂົ້າໃຈກ່ຽວກັບອາການສຸຂະພາບ ອາການເຈັບເປັນ ແລະ ສະພາບຄອບຄົວເພື່ອໃຫ້ເຮົາລະດົມກຳລັງໃຈແກ່ເຂົາເຈົ້າອີກດ້ວຍ.”
ປັດຈຸບັນເມື່ອກັບຄືນສູ່ວຽກງານ, ນາງພະຍາບານ ເຮີວີບວນອີອາ ພ້ອມກັບເພື່ອນຮ່ວມອາຊີບກໍ່ຍັງຂ້ອງຄາກັບວຽກງານຫຼາຍຢ່າງຍ້ອນຈຳນວນຄົນເຈັບສົ່ງມາໂຮງໝໍກໍ່ບໍ່ຫຼຸດໜ້ອຍຖອຍລົງ. ນາງໄດ້ລືມວຽກງານຄອບຄົວເພື່ອສຸມຈິດສຸມໃຈມານະພະຍາຍາມໃນແຕ່ລະວັນກັບວຽກງານທີ່ມີລັກສະນະສັບສົນສູງ ແລະ ເໜືອກວ່າສິ່ງໃດໝົດແມ່ນເພື່ອຄວາມຮັບຜິດຊອບຂອງຊີວິດອິນຊີຂອງຄົນເຈັບແຕ່ລະຄົນ ຊຶ່ງພວມຕ້ອງການຄວາມຊ່ວຍເຫຼືອເພື່ອພົ້ນອອກຈາກອາການຮຸນແຮງຂອງພະຍາດ.