ນາຍບ້ານແຫ ພ້ອມກັບຊາວບ້ານຜ່ານຜ່າຄວາມຫຍຸ້ງຍາກ

(VOVWORLD) -ບ້ານ ແຫ ທີ່ຕາແສງ ເມື່ອງຈຽນ ເມືອງ ກວິ່ງຍາຍ ແຂວງ ເຊີນລາ ແມ່ນບ້ານຊາວເຜົ່າໄທຂາວ ຕ້ອງຍົກຍ້າຍໄປແຫ່ງອື່ນ ເພື່ອຮັບໃຊ້ການຍົກຍ້າຍປະຊາຊົນຕັ້ງຖິ່ນຖານຄົງທີ່ ຈາກເຂື່ອນໄຟຟ້ານ້ຳຕົກ ເຊີນລາ ນັບແຕ່ປີ 2006. ໂດຍມີຄວາມເປັນຫ່ວງຕໍ່ໜ້າການດຳລົງຊີວິດ ຂອງພໍ່ແມ່ພີ່ນ້ອງຊາວບ້ານ ແຫ ທີ່ປະສົບກັບຄວາມຫຍຸ້ງຍາກ, ຍ້ອນຍັງບໍ່ທັນຊອກຫາໄດ້ທິດພັດທະນາເສດຖະກິດ, ການປູກຟັງລ້ຽງສັດ ຕົ້ນຕໍແມ່ນເພິ່ງຕົນເອງ ກຸ້ມຕົນເອງ ແລະ ຊາວບ້ານ ສ້າງການດຳລົງຊີວິດເປັນປົກກະຕິ ຢູ່ແຫ່ງຕັ້ງຖິ່ນຖານໃໝ່, ທ່ານ ດຽວຈິ໊ງຮຶງ ນາຍບ້ານ ແຫ ໄດ້ມີກ້າຫານປ່ຽນແປງໂຄງປະກອບຜົນລະປູກສັດລ້ຽງ ເພື່ອໃຫ້ພໍ່ແມ່ນ້ອງເຮັດຕາມ
 ນາຍບ້ານແຫ ພ້ອມກັບຊາວບ້ານຜ່ານຜ່າຄວາມຫຍຸ້ງຍາກ   - ảnh 1 ແຈໜຶ່ງໃນເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຂອງຊາວບ້ານແຫ

ເມື່ອເຫັນວ່າສະພາບພູມີສັນຖານ, ດິນຟ້າອາກາດ, ພູຜາຢູ່ທ້ອງຖິ່ນ ແທດເໝາະກັບການລ້ຽງສັດ ແລະ ປູກຝັງບົນດິນຄ້ອຍ, ດ້ວຍຈຳນວນທຶນໜ້ອຍໜຶ່ງຂອງຄອບຄົວ ທີ່ໄດ້ເປັນສ່ວນແຮ່ໄວ້ນັ້ນ, ໃນທ້າຍປີ 2007, ທ່ານ ດຽວຈິ໊ງຮຶງ ໄດ້ກ້າຫານກູ້ຢືມທຶນ 50 ລ້ານດົ່ງ ຈາກທະນາຄານນະໂຍບາຍສັງຄົມເມືອງ ເພື່ອຕັດສິນໃຈສ້າງເສດຖະກິດ. ທ່ານ ຮຶງ ໄດ້ປຶກສາກັບເມຍ ແລະ ລູກຕັດສິນລົງທຶນບົນດິນແດນທີ່ມີເນື້ອທີ່ກວ່າໜຶ່ງເຮັກຕາ ຂອງຄອບຄົວ. ທ່ານໄດ້ສ້າງຄອກຟາມ ແລ້ວຊື້ງົວມາລ້ຽງ ພ້ອມກັນນັ້ນກໍ່ມີສວນປູກໝາກລຳໄຍ, ໝາກມ່ວງ ເພື່ອນຳໃຊ້ຝຸ່ນງົວຮັບໃຊ້ແກ່ການປູກຝັງ. ທ່ານ ດຽວຈິ໊ງຮຶງ ເວົ້າວ່າ:

    “ເມື່ອຕັ້ງຖິ່ນຖານຄືນໃໝ່ຢູ່ນີ້, ຂ້າພະເຈົ້າໄດ້ປຶກສາກັບເມຍ ແລະ ລູກຕ້ອງເຮັດຫຍັງແດ່ ເພື່ອຈະມີຂອງກິນ ແລະ ມີສ່ວນແຮໄວ້, ພຽງແຕ່ລ້ຽງງົວ, ປູກຕົ້ນໄມ້ກິນໝາກບົນດິນຄ້ອຍ ຈຶ່ງສາມາດສ້າງລາຍຮັບເປັນປົກກະຕິໄດ້.    ຜ່ານ ນັ້ນ ໃນແຕ່ລະປີ ງົວແມ່ແຕ່ລະໂຕ ກໍ່ໄດ້ເກີດງົວນ້ອຍໂຕໜຶ່ງ. ຂ້າພະເຈົ້າຈະສືບຕໍ່ສູ້ຊົນ ເພື່ອຂະຫຍາຍຝຸງງົວຕື່ນອີກ ຕາມຮູບແບບລ້ຽງໃນຄອກ”.

  ງົວຄວາຍໄດ້ຮັບຖືວ່າແມ່ນຊັບສິນອັນໃຫຍ່ຫຼວງ ສຳລັບປະຊາຊົນເຂດພູສູງ. ແຕ່ເຖິງຢ່າງໃດກໍ່ຕາມ ຍ້ອນເມື່ອກ່ອນນີ້ ຊາວບ້ານ ແຫ ເຄີຍລ້ຽງສັດແບບປະປ່ອຍ ຕາມທຳມະຊາດ, ຍາກທີ່ຈະກວດໂລກລະບາດໄດ້, ປະສິດທິຜົນຂອງການລ້ຽງກໍ່ບໍ່ສູງ. ເມື່ອເຫັນໄດ້ເຖິງວຽກງານນີ້, ທ່ານ ຮຶງ ໄດ້ປູກຫຍ້າຊ້າງ ເພື່ອສະສົມຫົວອາຫານໃຫ້ງົວ, ສັກຢາກັນພະຍາດໃຫ້ງົວຕາມໄລຍະ, ຮັກສາຄອກຟາມໃຫ້ສະອາດ ຕາມຫຼັກອະນາໄມ. ຈາກງົວສອງສາມໂຕມາຮອດປັດຈຸບັນຝຸງງົວ ຂອງທ່ານໄດ້ຂະຫຍາຍເປັນກວ່າ 10 ໂຕ, ໂຕໃດກໍ່ອ້ວນ ແລະ ແຂງແຮງດີ. ທ່ານ ຮຶງ ຄາດວ່າຈະສືບຕໍ່ຂະຫຍາຍຝຸງງົວນີ້ ໃຫ້ຂຶ້ນເຖິງ 30 ໂຕ, ໃນນັ້ນມີທັງແມ່ງົວ ແລະ ງົວຊີ້ນເພື່ອສະໜອງໃຫ້ຕະຫຼາດ. ທ່ານ ຮຶງ ໃຫ້ຮູ້ວ່າ:

“ເວົ້າລວມແລ້ວ ການລ້ຽງສັດໃນຄອກ ແມ່ນຮັບປະກັນຫຼາຍກວ່າ ຂະນະທີ່ງົວເກີດພະຍາດ ເຮົາກໍ່ຮູ້ໂລດ. ຢູ່ບ້ານກໍ່ມີສັດຕະວະແພດມາປະຈຳການ. ສອງຫາສາມເດືອນໃດ ກໍ່ສັກຢາກັນພະຍາດໃຫ້ແກ່ງົວ. ເພື່ອມີແຫຼ່ງຫົວອາຫານໃຫ້ງົວ, ຂ້າພະເຈົ້າໄດ້ປູກຫຍ້າຊ້າງ ໃນເນື້ອທີ່ 2.000 ຕາແມັດ ແລະ ເມື່ອຮອດຍາມເກັບກ່ຽວເຂົ້າ ຂ້າພະເຈົ້າໄດ້ເອົາເຟືອງມາໃຊ້ເປັນອາຫານສະສົມໃຫ້ງົວ. ການໃຫ້ງົວກິນຕ້ອງຮັບປະກັນຢ່າງສະໝ່ຳສະເໝີ ມື້ລະສາມຄາບຄື ຕອນເຊົ້າ ຕອນທ່ຽງ  ແລະ ຕອນແລງ”.

 ໃນຂະນະທີ່ພວມລໍຖ້າລາຍຮັບຈາກການລ້ຽງງົວ ແລະ ການປູກຕົ້ນໄມ້ກິນໝາກນັ້ນ, ທ່ານພ້ອມກັບຄອບຄົວຍັງຄົງປູກເຂົ້າ, ປູກສາລີແບບກະເສດສຸມ, ພ້ອມກັນນັ້ນກໍ່ລ້ຽງປາ ລ້ຽງສັດປີກ, ລາຍຮັບໃນແຕ່ລະປີ ກໍ່ບັນລຸເກືອບ 150 ລ້ານດົ່ງ. ມີຫຼາຍຄອບຄົວໄດ້ເຮັດຕາມຮູບແບບທ່ານ ຮຶງ ກໍ່ໄດ້ບັນລຸປະສິດທິຜົນເສດຖະກິດສູງ. ອ້າຍ ດຽວວັນວິງ ຊາວບ້ານ ບອນ ຕາແສງ ເມື່ອງຈຽນ ໃຫ້ຮູ້ວ່າ:

    “ຜ່ານການໄປຊອກຮູ້ຮູບແບບລ້ຽງງົວຂອງຄອບຄົວລຸງ ຮຶງ, ລຸງລ້ຽງໃນຄອກ ແລະ ຟາມ, ບໍ່ປະປ່ອຍໃຫ້ສັດລ້ຽງທຳລາຍລະດູການຜະລິດຂອງຊາວບ້ານ. ລຸງໄດ້ຖ່າຍທອດບົດຮຽນ ໃນການລ້ຽງງົວໃຫ້ແກ່ພວກຂ້າພະເຈົ້າຄື ເຕັກນິກການເຮັດຄອກຟາມ, ວິທີປູກຫຍ້າຊ້າງ, ການສະສົມເຟືອງ; ການສັກຢາກັນພະຍາດ ໃຫ້ແກ່ຝຸງງົວ; ເພື່ອໃນພາຍພາກໜ້າຈະຂະຫຍາຍຝຸງງົວ ໃຫ້ບັນລຸປະສິດທິຜົນດີສຸດ”

 ນັບແຕ່ເວລາຍົກຍ້າຍມາຕັ້ງຖິ່ນຖານຄົງທີ່ຄືນໃໝ່ແຕ່ປີ  2006 ຈົນຮອດປັດຈຸບັນ, ບ້ານ ແຫ ຍາມໃດກໍ່ຮັກສານາມມະຍົດເປັນບ້ານວັດທະນະທຳ, ບໍ່ມີໄພສັງຄົມ ແລະ ອັດຕາຄອບຄົວທຸກຍາກໄດ້ຫຼຸດລົງຫຼາຍ ປັດຈຸບັນຍັງເຫຼືອພຽງສອງຄອບຄົວເທົ່ານັ້ນ. ເພື່ອບັນລຸໝາກຜົນດັ່ງກ່າວ ກໍ່ມີການປະກອບສ່ວນບໍ່ໜ້ອຍຂອງທ່ານ ດຽວຈິ໊ງຮຶງ. ທ່ານ ເຈິ່ນກວັກຮຶງ ປະທານຄະນະກຳມະການປະຊາຊົນ ຕາແສງ ເມື່ອງຈຽນ ເມືອງ ກວິ່ງຍາຍ ແຂວງ ເຊີນລາ ໃຫ້ຮູ້ວ່າ:

“ທາງຕາແສງກໍ່ໄດ້ໂຄສະນາ, ຂົນຂວາຍບັນດາຄອບຄົວໃນຕາແສງ ມາຊອກຮູ້ຖອດຖອນບົດຮຽນ ກ່ຽວກັບຮູບແບບການປູກຝັງລ້ຽງສັດ ແລະ ໄດ້ຮັບການຊ່ວຍເຫຼືອຢ່າງສຸດໃຈຈາກທ່ານ ຮຶງ. ຈາກນັ້ນປະກອບສ່ວນຍົກສູງລາຍຮັບ ແລະ ສ້າງການດຳລົງຊີວິດໃຫ້ແກ່ພໍ່ແມ່ພີ່ນ້ອງຊາວບ້ານເປັນປົກກະຕິ”.

 ບັນດາການປະກອບສ່ວນ ຂອງທ່ານ ດຽວຈິ໊ງຮຶງ ໃນການພັດທະນາເສດຖະກິດ ຢູ່ບ້ານແຫ ໄດ້ ແລະ ພວມຖືກປະຊາຊົນປະຕິບັດຕາມ, ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ເສດຖະກິດ ຂອງບ້ານເມືອງເທົ່ານັ້ນ ຫາກຍັງຍົກສູງຊີວິດທາງດ້ານຈິດໃຈ ໃຫ້ແກ່ຊາວຍ້ານອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ