(VOVWORLD) -ເດືອນສິງຫາ ປີ 2020, ນະຄອນ ເຊີນລາ, ຂຶ້ນກັບແຂວງ ເຊີນລາ ໄດ້ສ້າງແຜນຮ່າງກ່ຽວກັບການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ນະຄອນ ເຊີນລາ ເຊິ່ງເຕັມໄປດ້ວຍສີສັນວັດທະນະທຳຂອງບັນດາຊົນເຜົ່າສ່ວນໜ້ອຍຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ໄລຍະ 2020 – 2025. ການຜັນຂະຫຍາຍການປະຕິບັດແຜນຮ່າງດັ່ງກ່າວ ໄດ້ຮັບຄວາມເຫັນດີເຫັນຈາກຂອງອຳນາດການປົກຄອງຂັ້ນຮາກຖານ ແລະ ປະຊາຊົນ ເຊິ່ງໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາວຽກງານລະອຽດ ເພື່ອນຳມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ຄັ້ງທີ XIX ເຂົ້າໃນຊີວິດ, ປະກອບສ່ວນຮັກສາ, ເສີມຂະຫຍາຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ ທີ່ພວມມີຄວາມສ່ຽງຖືກສູນຫາຍໄປ.
ຫ້ອງຮຽນພາສາຜູ້ໄທ |
ຮອດຕອນຄ່ຳວັນເສົາ, ວັນອາທິດຂອງທຸກໆອາທິດ, ບັນດາສະມາຊິກໃນສະໂມສອນ “ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸ່ນຄ່າວັດທະນະທຳຊົນເຜົ່າຜູ້ ໄທ” ຢູ່ ບ້ານ ຮິ່ນ, ຕາແສງ ຈ່ຽງອານ, ນະຄອນ ເຊີນລາ ກໍເຕົ້າໂຮມກັນຢູ່ຫໍວັດທະນະທຳບ້ານ ເພື່ອພ້ອມກັນຝຶກຊ້ອມບັນດາວາດຟ້ອນແຊວ່ ທີ່ເປັນມູນເຊື້ອ ແລະ ບັນດາບົດເພງພື້ນເມືອງຂອງຊົນເຜົ່າຜູ້ໄທ. ເອື້ອຍ ລໍ່ຊວັນເຫືອງ, ຫົວໜ້າສະໂມສອນ ອະນຸລັກຮັກສາວັດທະນະທຳ ຊົນເຜົ່າຜູ້ ໄທ ບ້ານ ຮິ່ນ ໃຫ້ຮູ້ວ່າ: ນອກຈາກການສ້າງບັນດາບົດຟ້ອນແຊວ່ ທີ່ເປັນມູນເຊື້ອຂອງຊົນເຜົ່າຜູ້ ໄທ, ເຊີນລາຄືນໃໝ່ແລ້ວ, ທາງສະໂມສອນກໍຍາດແຍ່ງເວລາຝຶກຊ້ອມບັນດາບົດເພງພື້ນເມືອງຂອງຊົນເຜົ່າຜູ້ ໄທ ແລະ ເຊີນຜູ້ອາວຸໂສໃນບ້ານມາສອນພາສາຜູ້ໄທ ໃຫ້ບັນດາສະມາຊິກໃນກຸ່ມ ແລະ ປະຊາຊົນຢູ່ທີ່ນີ້ອີກດ້ວຍ.
“ມາຮອດປັດຈຸບັນ, ຫ້ອງຮຽນພາສາຜູ້ໄທ ຍັງສືບຕໍ່ດຳເນີນ ເພື່ອໃຫ້ສະມາຊິກທຸກຄົນລ້ວນແຕ່ອ່ານໄດ້ຂຽນເປັນ. ຮອດຍາມພັກແລ້ງ, ບັນດານ້ອງໆນັກຮຽນທີ່ມີຄວາມຕ້ອງການຮຽນຕໍ່ ກໍຈະຈັດຫ້ອງຮຽນໃຫ້ພວກນ້ອງຮຽນ. ກ່ຽວກັບບັນດາເຄື່ອງດົນຕີພື້ນເມືອງ, ພວກຂ້າພະເຈົ້າ ກໍຈະເຊີນຜູ້ເຖົ້າຜູ້ແກ່ທີ່ມີຄວາມຊຳນານໃນການຫຼີ້ນເຄື່ອງດົນຕີນີ້ ມາສອນໃຫ້ຄົນລຸ້ນໜຸ່ມ ເພື່ອໃຫ້ພວກຫຼານສືບທອດເອົາມູນເຊື້ອວັດທະນະທຳຂອງບ້ານ”.
Homestay ຕຽນກວັນ, ຮາກຖານອາໄສຊຸມຊົນຢູ່ບ້ານ ບໍ໊, ຕາແສງ ຈ່ຽງອານ |
ປະຈຸບັນ, homestay ຕຽນກວັນ, ຮາກຖານອາໄສຊຸມຊົນຢູ່ບ້ານ ບໍ໊, ຕາແສງ ຈ່ຽງອານ ໄດ້ກາຍເປັນສະຖານທີ່ແວ່ຢາມຂອງນັກທ່ອງທ່ຽວຫຼາຍຄົນຢູ່ພາຍໃນ, ນອກແຂວງ ເມື່ອມາຢ້ຽມຢາມ, ທ່ອງທ່ຽວຢູ່ນະຄອນ ເຊີນລາ. ທ່ານ ລູ່ຕຽນກວນ, ເຈົ້າຂອງຮາກຖານ homestay ເຊິ່ງແມ່ນຊາວເຜົ່າຜູ້ໄທ ແບ່ງປັນວ່າ:
“ຄວາມປາດຖະໜາຂອງຂ້າພະເຈົ້າແມ່ນຮັກສາ ແລະ ໂຄສະນາເຜີຍແຜ່ບັນດາຮີດຄອງປະເພນີຂອງຊົນເຜົ່າຕົນ. ຊົນເຜົ່າຜູ້ ໄທ ມີຊື່ສຽງກ່ຽວກັບດ້ານອາຫານການກິນ. ພວກຂ້າພະເຈົ້າປາດຖະໜາຢາກສະສົມ, ສືບຕໍ່ຮັກສາອາຫານການກິນພື້ນເມືອງໃນເມື່ອກ່ອນເຊິ່ງປູ່ຍ່າຕາຍາຍປະໄວໃຫ້. ແລະ ນັກທ່ອງທ່ຽວກໍ່ເພິງພໍໃຈ ແລະ ຢາກກິນບັນດາເຍື່ອງອາຫານພື້ນເມືອງນັ້ນອີກ.”
ຊົນເຜົ່າຜູ້ ໄທ ມີຊື່ສຽງກ່ຽວກັບດ້ານອາຫານການກິນ |
ໃນຄວາມມານະພະຍາຍາມຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳຊົນເຜົ່າ, ປະຈຸບັນ, ນອກຈາກຮັກສາງານບຸນ “ລະດູດອກສ້ຽວປ່າ”, “ງານບຸນລະດູບານໃໝ່ຖະຫວາຍແດ່ ເພິ່ນ”, ງານມະໂຫລານສິລະປະມະຫາຊົນ ໄດ້ຈັດຂຶ້ນແຕ່ລະປີໃນເງື່ອນໄຂທີ່ບໍ່ເກີດໂລກລະບາດໂຄວິດ-19, ທາງນະຄອນ ເຊິນລາ ໄດ້ປຸກລະດົມການນຸ່ງຊຸດປະຈຳເຜົ່າໃນວັນຈັນແຕ່ລະທິດເມື່ອໄປຫ້ອງການ, ໂຮງຮຽນສຳລັບພະນັກງານ, ພາລະກອນ, ລັດຖະກອນ, ຄູອາຈານ ແລະ ນັກຮຽນຢູ່ບັນດາໂຮງຮຽນ ເຊີ່ງໄດ້ຮັບການສະໜັບສະໜູນເປັນຈຳນວນຫຼວງຫຼາຍຈາກບັນດາພາກສ່ວນດັ່ງກ່າວ. ທາງນະຄອນກໍໄດ້ໜູນຊ່ວຍ 7 ຄອບຄົວຢູ່ບັນດາບ້ານ ສ້າງພື້ນຖານການທ່ອງທ່ຽວຊຸມຊົນ ທັງຮັບແຂກມາຢ້ຽມຢາມ, ຜັກຜ່ອນ, ທັງໄດ້ເຂົ້າຮ່ວມພຶດຕິກຳຕົວຈິງບັນດາຈຸດວັດທະນະທຳຂອງຊາວເຜົ່າຜູ້ໄທ. ເລື່ອງຮັກສາການເຄື່ອນໄຫວຂອງບັນດາສະໂມສອນອະນຸລັກຮັກສາວັດທະນະທຳ ແລະ ກອງສະແດງສິລະປະມະຫາຊົນ 180 ທິມຢູ່ບັນດາໜ່ວຍ, ບ້ານໄດ້ກາຍເປັນແກ່ນສານຢ່າງແທ້ຈິງເພື່ອໂຄສະນາ, ເຜີຍແຜ່ບັນດາເພງພື້ນເມືອງ, ວາດຟ້ອນ ແຊວ່ ຜູ້ໄທ ບູຮານໃນປະຊາຊົນ.
ໂດຍປະຕິບັດແຜນຮ່າງກ່ຽວກັບການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະນຳບັນດາເຜົ່ານະຄອນ ເຊີນລາ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳບັນດາເຜົ່າ ເຂດອະນຸພາກພື້ນຕາເວັນຕົກສ່ຽງເໜືອ ໄລຍະ 2020 – 2025, ນະຄອນເຊີນລາ ສູ້ຊົນສ້າງໄດ້ 11 ສະໂມສອນ ວັດທະນະທຳຜູ້ໄທ ແລະ ຮັກສາການເຄື່ອນໄຫວທີ່ເປັນປົກກະຕິຂອງ 100% ບັນດາກຸ່ມສິລະປະບ້ານ ເພື່ອເປັນຫຼັກແຫຼ່ງໃນການຟື້ນຟູ, ຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ. ພ້ອມທັງຍົກສູງຄຸນນະພາບການເຄື່ອນໄຫວຂະບວນການ “ທົ່ວປວງຊົນສາມັກຄີກັນສ້າງການດຳລົງຊີວິດວັດທະນະທຳ”, ຕິດພັນກັບການຮັກສາ, ເສີມຂະຫຍາຍບັນດາມູນຄ່າວັດທະນະທຳຊົນຊາດ, ສ້າງສະພາບແວດລ້ອມນະຄອນແຫ່ງສີວິໄລ, ເປັນມິດ, ຮັກແພງແຂກຄົນ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຊົນເຜົ່າຜູ້ໄທ. ທ່ານ ເຈິ່ນກົງຈິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນເຊີນລາ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຈະສືບຕໍ່ຮັກສາ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຂອງບັນດາກຸ່ມສິລະປະມະຫາຊົນຢູ່ບັນດາບ້ານ. ທີ 2, ສ້າງບັນດາສະໂມສອນອະນຸລັກຮັກສາວັດທະນະທຳຊົນເຜົ່າຜູ້ໄທ, ໃນສະເພາະໜ້າ ບັນດາຕາແສງ ທີ່ມີບ້ານຊົນເຜົ່າຜູ້ໄທ ຕ້ອງທົດລອງຈັດຕັ້ງ 1 ສະໂມສອນ. ທີ 3, ສຸມໃສ່ສ້າງຄອບຄົວວັດທະນະທຳ, ໝູ່ບ້ານວັດທະນະທຳ.”
ຄວາມສຸມຈິດສຸມໃຈ, ຮ່ວມແຮງຮ່ວມໃຈຂອງອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນນະຄອນເຊີນລາແຕ່ລະຄົນ ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອຂອງບັນດາຊົນເຜົ່າຢູ່ນະຄອນນີ້.