(VOVWORLD) -ບຸນເຂົ້າໃໝ່ ແມ່ນງານບຸນທີ່ສຳຄັນທີ່ສຸດໃນລະບົບບັນດາງານບຸນປະເພນີຂອງ ປະຊາຊົນຫວຽດນາມ. ສຳລັບພໍ່ແມ່ປະຊາຊົນ ຊົນເຜົ່າ ໄຕ່ ທີ່ດຳລົງຊີວິດຢູ່ເຂດພູສູງທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ແລ້ວ, ຕາມປົກກະຕິ ບຸນເຂົ້າໃໝ່ ແມ່ນໄດ້ຈັດຂຶ້ນໃນເດືອນ 9, ເດືອນ 10 ໄລ່ຕາມຈັນທະປະຕິທິນຂອງທຸກໆປີ ດ້ວຍຈຸດປະສົງຊົມເຊີຍລະດູການປູກຝັງໄດ້ຮັບຄວາມສະດວກແລະ ສົມມະນາຄຸນບັນດາເທວະດີຟ້າແຖນດົນບັນດານໃຫ້ປະຊາຊົນມີລະດູການເກັບກ່ຽວທີ່ໄດ້ຮັບຜົນດີ.
ບຸນເຂົ້າໃໝ່ ຫຼືເອີ້ນວ່າ “ກິນເຂົ້າໃໝ່” ຂອງຊາວເຜົ່າ ໄຕ່ ແມ່ນພິທີກຳໜຶ່ງທີ່ນອນໃນລະບົບພິທີກຳການກະເສດ. ພິທີກຳນີ້ ບໍ່ພຽງແຕ່ມີຄຸນຄ່າດ້ານວັດທະນະທຳທີ່ເປັນເອກະລັກສະເພາະກ່ຽວກັບຄວາມເຫຼື້ອມໃສ ແລະ ຈິດວິນຍານເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນເຖິງການເຊີດຊູຕົ້ນເຂົ້າ ເຊິ່ງແມ່ນປະເພດຕົ້ນການກະເສດທີ່ສຳຄັນທີ່ສຸດໃນການຜະລິດ ແລະ ການດຳລົງຊີວິດຂອງບັນດາຊົນເຜົ່າຢູ່ເຂດພູສູງ ເວົ້າລວມ ແລະ ຊາວເຜົ່າ ໄຕ່ ເວົ້າສະເພາະ. ບຸນເຂົ້າໃໝ່ແກ່ຍາວພຽງແຕ່ປະມານ 2 – 3 ອາທິດກ່ອນທີ່ຈະກ້າວເຂົ້າສູ່ລະດູເກັບກ່ຽວເດືອນ 10. ຕາມປົກກະຕິ ບັນດາຄອບຄົວ ຫຼື ວົງຄະນະຍາດໃນໝູ່ບ້ານຊາວເຜົ່າ ໄຕ່ ເຄີຍມີຄວາມເປັນເອກະພາບກັນເລືອກເອົາມື້ສັນວັນດີຂອງຕົ້ນລະດູເກັບກ່ຽວເຂົ້າເປັນມື້ຈັດຕັ້ງງານວັນບຸນເຂົ້າໃໝ່ ເພື່ອຊົມເຊີຍການເກັບກ່ຽວ, ສະຫຼຸບຫນຶ່ງປີທຳການຜະລິດ, ຖະຫວາຍໝາກຜົນຂອງການອອກແຮງງານອັນດີງາມທີ່ສຸດໃຫ້ບັນດາເທວະດາຟ້າແຖນພ້ອມກັບບັນພະບຸລຸດ, ພາວະນາຂໍໃຫ້ດິນຟ້າເອື້ອອຳນວຍ, ທຳມາຫາກິນຈະເລີນຮຸ່ງເຮືອງ, ລະດູການເກັບກ່ຽວໄດ້ຮັບຜົນດີ, ລູກຫຼານມີສຸຂະພາບແຂງແຮງ ແລະ ສະແດງຄວາມເຄົາລົບນັບຖືຕໍ່ປູ່ຍ່າຕາຍາຍບັນພະບຸລຸດ ຜູ້ທີ່ລ່ວງລັບໄປແລ້ວນັ້ນ. ຕາມຮີດຄອງປະເພນີທີ່ເປັນມູນເຊື້ອຂອງຊາວເຜົ່າ ໄຕ່ ແລ້ວ, ຄອບຄົວໃດມີກະຖາງທູບບູຊາພໍ່ແມ່, ປູ່ຍ່າຕາຍາຍ ແມ່ນທຸກໆປີ ຈະຕ້ອງຈັດຕັ້ງພິທີບູຊາ “ເຂົ້າໃໝ່”. ທ່ານ ມາວັນແຄ໊ງ ຊົນເຜົ່າ ໄຕ່ ຢູ່ແຂວງ ລ່າວກາຍ ໃຫ້ຮູ້ວ່າ:
“ແຕ່ດົນນານມາແລ້ວ ຊົນເຜົ່າພວກຂ້າພະເຈົ້າໄດ້ມີພິທີບູຊາເຂົ້າໃໝ່ ເພື່ອເປັນການສົມມະນາຄຸນບັນພະບຸລຸດ. ກ່ອນໜ້ານີ້, ປູ່ຍ່າຕາຍາຍໄດ້ລ້ຽງດູເຮົາໃຫ້ເຕີບໃຫຍ່ຂຶ້ນມາ ສະນັ້ນ ເຮົາບໍ່ອາດລືມບຸນຄຸນນັ້ນໄດ້ ແລະ ກໍບໍ່ອາດລືມປະຫວັດສາດແຫ່ງການພັດທະນາຂອງຊົນເຜົ່າຕົນ”.
ຕາມປົກກະຕິ ກ່ອນຮອດວັນບຸນເຂົ້າໃໝ່, ໝໍເຢົາທີ່ມີອິດທິພົນຊື່ສຽງໃນເຂດຈະເລືອກເອົາມື້ສັນວັນດີ, ຫຼັງຈາກນັ້ນ ກໍແຈ້ງໃຫ້ທຸກຄົນຮູ້ເພື່ອຈັດພິທີ.ບັນດາຄອບຄົວໃນເຂດ ລ້ວນແຕ່ຈັດພິທີໃນມື້ດຽວກັນນີ້.ໃນມື້ວັນບຸນເຂົ້າໃໝ່, ປະຊາຊົນຈະເລືອກຕັດເອົາຮວງເຂົ້າງາມທີ່ສຸດ 2 – 3 ຮວງ ກັບເມືອເຮືອນ. ຫຼັງຈາກນັ້ນ, ຕົ້ມນ້ຳໃຫ້ຟົດ ແລະ ເອົາຮວງເຂົ້າດັ່ງກ່າວໃສ່ ແລ້ວນຳຖ້ວຍນ້ຳ ແລະ ຮວງເຂົ້ານັ້ນຂຶ້ນຮ້ານບູຊາ ໄຕ້ທູບທຽນຖະຫວາຍບູຊາບັນພະບຸລຸດ. ເຄືື່ອງບູຊາໃນພາບູຊາຂອງບັນດາຄອບຄົວ ແມ່ນຫຼາກຫຼາຍ ແລະ ອຸດົມສົມບູນທີ່ສຸດ, ນອກຈາກເຍື່ອງອາຫານທີ່ໄດ້ປຸງແຕ່ງຈາກຜົນຜະລິດໂດຍຄອບຄົວທຳການປູກຝັງ ແລະ ລ້ຽງສັດເອງຄື ບັນດາປະເພດຊີ້ນໄກ່, ເປັດ, ໝູ, ປາ ແລ້ວນັ້ນແນ່ນອນວ່າບໍ່ອາດຂາດຜະລິດຕະພັນທີ່ໄດ້ເຮັດຈາກບັນດາຮວງເຂົ້າໃໝ່, ບັນດາຖ້ວຍເຂົ້າເໝົ້າຂຽວ, ເຂົ້າເໝົ້າຫາກໍໜຶ້ງທີ່ມີກິ່ນຫອມ ນຳໄປຖະຫວາຍບັນພະບຸລຸດ. ມີບາງຊົນເຜົ່າຍັງໄດ້ປຸງແຕ່ງເຂົ້າສານໃໝ່ເປັນເຂົ້າໜົມກ້ອນມົນ, ເຂົ້າໜົມປ່ຽງບາງ ຫຼື ປຸງແຕ່ງເປັນເຍື່ອງຕ່າງໆຄື: ເຂົ້າໜຽວ, ນ້ຳຫວານ, ເຂົ້າປຽກ, ເຂົ້າໜົມ… ເພື່ອຖະຫວາຍບູຊາບັນພະບຸລຸດ. ໂດຍເລີ່ມຈາກຄວາມສຳນຶກທີ່ວ່າ ທຸກສິ່ງທຸກຢ່າງລ້ວນແຕ່ມີຈິດວິນຍານ ແລະ ມີຄວາມເຄົາລົບນັບຖືຄຸນຄ່າຂອງຕົ້ນເຂົ້າໃນການທຳການຜະລິດ ແລະ ການດຳລົງຊີວິດ, ຮູ້ບຸນຄຸນຂອງບັນພະບຸລຸດທີ່ໄດ້ຖ່າຍທອດອາຊີບການກະເສດ ເພື່ອໃຫ້ມີຊີວິດການເປັນຢູ່ຄືທຸກມື້ນີ້, ສະນັ້ນ ບັນດາພິທີກຳບູຊາໃນວັນບຸນເຂົ້າໃໝ່ແມ່ນໄດ້ຮັບການຈັດຕັ້ງຢ່າງເຄັ່ງຂຶມ ແລະ ສະຫງ່າຜ່າເຜີຍ.
ຖ້ວຍນ້ຳ ແລະ ຮວງເຂົ້າ ແມ່ນ ເຄື່ອງຂອງບູຊາທີ່ຂາດບໍ່ໄດ້ (ພາບ: quehuongonline.vn) |
ການປະຕິບັດພິທີກຳບູຊາເຂົ້າໃໝ່ຂອງຊາວເຜົ່າ ໄຕ່, ເຖິງວ່າຈະດຳລົງຊີວິດຢູ່ບັນດາທ້ອງຖິ່ນທີ່ແຕກຕ່າງກັນ ແລະ ມີຄວາມແຕກຕ່າງກັນກໍຕາມ ແຕ່ເວົ້າລວມແລ້ວແມ່ນລ້ວນແຕ່ສະແດງໃຫ້ເຫັນບັນດາຈຸດວັດທະນະທຳມູນເຊື້ອທີ່ເປັນເອກະລັກສະເພາະ, ເຕັມໄປດ້ວຍສີສັນຊົນເຜົ່າ. ບັນດາພິທີກຳບູຊາ ພາວະນາ ສ່ວນຫຼາຍແມ່ນບັນດາໝໍເຢົາເປັນຜູ້ອ່ານ. ໝໍເຢົາຈະຕາງໜ້າໃຫ້ຄອບຄົວຂອບໃຈເຈົ້າຕົ້ນເຂົ້ົ້າ ແລະ ເຮັດພິທີເຊີນບັນພະບຸລຸດມາຮ່ວມພິທີນຳລູກຫຼານ.ບົດພາວະນາໄດ້ຮັບການປະຕິບັດດ້ວຍບັນດາບົດຂັບລຳສຽງຂຶ້ນລົງປະສານກັບສຽງຂອງພິນຕິ໋ງ, ດົນຕີພື້ນເມືອງຂອງຊາວເຜົ່າ ໄຕ່.
ໝໍເຢົາຕາງໜ້າໃຫ້ຄອບຄົວຂອບໃຈເຈົ້າຕົ້ນເຂົ້ົ້າ ແລະ ເຮັດພິທີເຊີນບັນພະບຸລຸດມາຮ່ວມພິທີນຳລູກຫຼານ (ພາບ: baoquocte.vn) |
ໃນບົດພາວະນາ ໝໍເຢົາໄດ້ເລົ່າເລື່ອງຟ້າດິນກຳເນີດຄືແນວໃດ, ວິທີແມ່ນຕົ້ນເຂົ້າເພາະແນວພັນປູກເຂົ້າ, ເບິ່ງແຍງບົວລະບັດຄືແນວໃດ, ໃຊ້ເຫື່ອແຮງບໍ່ຈັກວ່າເທົ່າໃດ ເພື່ອເຮັດເປັນເມັດເຂົ້າອອກມາ… ສະນັ້ນ ຕ້ອງຂອບໃຈຕໍ່ເທວະດາຟ້າແຖນ ເພື່ອໃຫ້ມີເມັດເຂົ້າສານມາລ້ຽງຊີບ. ຜ່ານບົດຂັບລຳ, ພາວະນານັ້ນ ທຸກຄົນເຫັນໄດ້ເຖິງຫຼັກສິນທຳຂອງຄົນລຸ້ນກ່ອນ, ບັນດາບົດຮຽນໃນການທຳການຜະລິດທີ່ໄດ້ສືບທອດກັນມາບໍ່ຈັກວ່າເທົ່າໃດເຊັ່ນຄົນ. ນັ້ນກໍແມ່ນບັນດາສິ່ງຕັກເຕືອນບອກສອນໃຫ້ລູກຫຼານຕ້ອງມີຄວາມດຸໝັ່ນຂະຫຍັນພຽນໃນການທຳມາຫາກິນ, ມີຄວາມສາມັກຄີວົງຄະນະຍາດ. ທ່ານ ຫງວຽນວັນຊຽດ ພະນັກງານວັດທະນະທຳຢູ່ແຂວງ ລ່າວກາຍ ໃຫ້ຮູ້ວ່າ:
“ກ່ອນນີ້ ຜູ້ເຖົ້າຜູ້ແກ່ບູຊາພາເຂົ້າຢູ່ໃນເຮືອນ, ພາເຂົ້າກໍເອົາຂຶ້ນຮ້ານບູຊາ, ບູຊາຢູ່ເຮືອນຂອງໃຜລາວ, ຫຼັງຈາກນັ້ນ ກໍເຊີນອ້າຍເອື້ອຍນ້ອງ ຍາດຕິພີ່ນ້ອງທັງໝົດມາບູຊາ ແລະ ນັ່ງໂອ້ລົມພ້ອມກັນປຶກສາຫາລືພາຍຫຼັງໝາກຜົນ 1 ປີແຫ່ງການເກັບກ່ຽວໄດ້ຮັບຜົນດີ”.
ບຸນເຂົ້າໃໝ່ ແມ່ນການສືບທອດບັນດາໝາກຜົນ, ບັນດາຄຸນຄ່າຊີວິດດ້ານ ວັດທະນະທຳ, ຈິດໃຈ ເຊິ່ງປະຊາຊົນບັນດາເຜົ່າ, ໃນນັ້ນ ມີຊົນເຜົ່າ ໄຕ່ ໄດ້ມີຄວາມມານະພະຍາຍາມໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍໃນຊີວິດຍຸກທັນສະໄໝ. ນີ້ບໍ່ພຽງແຕ່ແມ່ນຈຸດຄວາມງາມດ້ານວັດທະນະທຳທີ່ຄວນໄດ້ຮັບການເຄົາລົບ ແລະ ຮັກສາໄວ້ເທົ່ານັ້ນ ຫາກຍັງປະກອບສ່ວນຊ່ວຍໃຫ້ປະຊາຊົນໄດ້ປັບປຸງການດຳລົງຊີວິດໃນຜືນແຜ່ນດິນບ້ານເກີດເມືອງນອນຂອງຕົນອີກດ້ວຍ.