(VOVWORLD) -ພໍ່ແມ່ພີ່ນ້ອງເຜົ່າ ກະຕູ ດຳລົງຊີວິດຢູ່ເຂດພູດອຍທີ່ບັນດາແຂວງ ກວ໋າງນາມ, ເທື່ອທຽນເຫວ້ ແລະ ທາງທິດຕາເວັນຕົກນະຄອນ ດ່າໜັງ. ເມື່ອວຽກງານເຮັດໄຮ່ໄຖນາໄດ້ສຳເລັດ, ສາລີ ເຂົ້າເປືອກ ໄດ້ຖືກຕາກໃຫ້ແຫ້ງ ແລະ ເກັບມ້ຽນໃນສາງແລ້ວ, ທຸກໆຄົນຕ່າງກໍ່ໄດ້ພາກັນອອກຈາກເຮືອນທີ່ຕັ້ງຢູ່ໃນປ່າ ຢູ່ຫ່າງໄກ ກັບຄືນມາໝູ່ບ້ານ ເພື່ອຫ້າງຫາກະກຽມຕ້ອນຮັບບຸນເຕັດ. ເນື່ອງໃນໂອກາດນີ້ ພໍ່ແມ່ພີ່ນ້ອງກໍ່ໄດ້ປະຕິບັດປະເພນີໄປ ເຣີຢາວ, ຢ້ຽມຢາມລູກສາວທີ່ໄດ້ແຕ່ງງານ ແລະ ຄອບຄົວແກ່ວດອງ
ເມື່ອໄປ ເຣີຢາວ ຄອບຄົວທາງລູກສາວ ແມ່ນຕ້ອງກຽມວັດຖຸສິ່ງຂອງ ປຽບເໝືອນງານດອງ |
ເຣີຢາວ ແມ່ນປະເພນີໄປຢ້ຽມຢາມລະຫວ່າງພໍ່ແມ່ ຫຼື ອ້າຍນ້ອງຊາຍກັບລູກສາວ ຫຼື ເອື້ອຍນ້ອງທີ່ໄດ້ແຕ່ງງານ; ພິເສດແມ່ນລູກສາວ ຫຼື ເອື້ອຍນ້ອງ ທີ່ໄດ້ສ້າງຄອບຄົວຢູ່ທາງໄກ. ພໍ່ແມ່ນພີ່ນ້ອງເຜົ່າ ກະຕູ ເຄີຍຈັດຕັ້ງໄປ ເຣີຢາວ ໃນໂອກາດບຸນເຕັດ. ເມື່ອທຸກສິ່ງທຸກຢ່າງໄດ້ກະກຽມເປັນທີ່ຮຽບຮ້ອຍແລ້ວ, ພໍ່ແມ່ຫຼື ອ້າຍນ້ອງຊາຍກໍ່ໄດ້ໄປຮອດຄອບຄົວລູກສາວ ຫຼື ເອື້ອຍນ້ອງສາວ. ຖ້າຫາກວ່າຢູ່ໃກ້ແມ່ນຈະໄປໃນຍາມຕອນບ່າຍ, ສ່ວນຢູ່ໄກກໍ່ໄປໃນຍາມຕອນເຊົ້າຕູ່. ລຸງ ເກີເລົາເບີລາວ ຢູ່ບ້ານ ວ່ອງ ຕາແສງ ຊາຍແດນ ເຈີຮີ ເມືອງ ໄຕຢາງ ແຂວງ ກວ໋າງນາມ ໃຫ້ຮູ້ວ່າ ລູກສາວຂອງລຸງໄດ້ສ້າງຄອບຄົວກັບໄທບ້ານດຽວກັນ ດັ່ງນັ້ນໄປ ເຣີຢາວ, ລຸງຈະເລີ່ມໄປໃນຕອນບ່າຍມື້ນນີ້. ລຸງ ເກີເລົາເບີລາວ ເວົ້າວ່າ:
“ຂ້າພະເຈົ້າມີລູກສາວສອງຄົນ ຕ່າງກໍ່ໄດ້ສ້າງຄອບຄົວຢູ່ໃກ້ ດັ່ງນັ້ນເຮົາກໍ່ສະບາຍ. ປີໃດເຮົາກໍ່ຕ້ອງໄປ, ເພາະວ່ານີ້ແມ່ນປະເພນີຂອງປູ່ຍ່າຕາຍາຍ ເພື່ອສະແດງຄວາມຮັກແພງ, ຄວາມເອົາໃຈໃສ່, ຄວາມສະໜິດຕິດພັນ ລະຫວ່າງສອງຄອບຄົວເປັນແກ່ວດອງກັນ”.
ເຣີຢາວ ຂອງຊົນເຜົ່າ ກະຕູ ແມ່ນມີມາແຕ່ດົນນານ ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ ຂອງພໍ່ແມ່ນພີ່ນ້ອງ ກັບພໍ່ແມ່ນພີ່ນ້ອງ. ເຣີຢາວ ແມ່ນເຄີຍປະຕິບັດໂດຍຕິດພັນກັບເງື່ອນໄຂເສດຖະກິດຂອງແຕ່ລະຄອບຄົວ. ຄອບຄົວໃດມີເງື່ອນໄຂກໍ່ປີໜຶ່ງໄປສອງເທື່ອ, ຄອບຄົວທີ່ທຸກຍາກໄປປີລະເທື່ອ. ເມື່ອໄປ ເຣີຢາວ ແຕ່ລະເທື່ອຄອບຄົວທາງລູກສາວ ແມ່ນຕ້ອງກຽໝວັດຖຸສິ່ງຂອງ ປຽບເໝືອນງານດອງຂອງຊາວເຜົ່າ ກະຕູ. ກ່ອນທີ່ຈະໄປ ເຣີຢາວ, ຄອບຄົວລູກສາວແມ່ນຕ້ອງກະກຽມເຂົ້າໜຽວ, ເຂົ້າຫຼາມ, ໄກ່, ເປັດ, ປາ, ກົບ… ນາງ ເກີເລົາຮວາ ລູກສາວຂອງລຸງ ເກີເລົາເບີລາວ ໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:
“ຂ້າພະເຈົ້າໄດ້ສ້າງຄອບຄົວ ເປັນເວລາກວ່າ 10 ປີແລ້ວ ແລະ ກໍ່ໃນຊ່ວງເວລານັ້ນ ພໍ່ແມ່ ແລະ ພວກອາວກໍ່ໄດ້ມາຢ້ຽມຢາມ. ຖ້າຫາກວ່າໃນປີໜຶ່ງ ທີ່ບໍ່ປະຕິບັດປະເພນີນີ້, ລູກສາວເອງທີ່ໄດ້ສ້າງຄອບຄົວ ກໍ່ຮູ້ສຶກເສຍໃຈທີ່ສຸດ ປຽບເໝືອນຖືກປະປ່ອຍ. ມື້ນີ້ກໍ່ຄືທຸກໆປີ ພໍ່ແມ່ແລະ ພວກອາວກໍ່ໄດ້ໄປ ເຣີຢາວ ແລະ ນຳເຂົ້າຫຼາມ, ເຂົ້າໜຽວ, ໄກ່, ເປັດ, ປາ ມາຢ້ຽມຢາມຂ້ອຍ ແລະ ຄອບຄົວທາງຜົວ. ນີ້ແມ່ນຄວາມເອົາໃຈໃສ່ຂອງຄອບຄົວຂ້າພະເຈົ້າ ແລະ ຄອບຄົວທາງຜົວ ເພື່ອກ້າວເຂົ້າສູ່ປີໃໝ່ ຄວາມຮັກແພງລະຫວ່າງສອງຄອບຄົວທີ່ເປັນແກ່ວດອງ ຈະເພີ່ມທະວີຍິ່ງໆຂຶ້ນ”.
ພາຍຫຼັງທີ່ຄອບຄົວທາງລູກສາວໄປຮອດເຮືອນຂອງລູກເຂີຍ, ຄອບຄົວທາງລູກເຂີຍ ກໍ່ເຊື້ອເຊີນຍາດພີ່ນ້ອງມາ ເຮືອນຂອງຕົນ ເພື່ອພ້ອມກັນນັ່ງອ້ອມພາເຂົ້າ ຊຶ່ງຂອງກິນ ໂດຍແມ່ນຄອບຄົວທາງລູກສາວໄດ້ນຳມາ. ລຸງ ອະລັງເບີແລງ ຕາງໜ້າໃຫ້ຄອບຄົວລູກຊາຍເວົ້າວ່າ:
“ເພື່ອເປັນການຕອບແທນອາລົມຈິດຄວາມຮັກແພງຂອງຄອບຄົວລູກໄພ້, ຕາມປະເພນີຂອງຊາວເຜົ່າ ກະຕູ, ເຈົ້າຂອງເຮືອນກໍ່ຕ້ອງນຳຊີ້ນໝູ ຊີ້ນງົວ ເວົ້າລວມແລ້ວ ແມ່ນສັດທີ່ມີຄົບສີ່ຂາ ມາລ້ຽງຄອບຄົວຂອງລູກໄພ້. ຕາມປະເພນີຂອງຊາວເຜົ່າ ກະຕູ ແລ້ວ ບໍ່ພຽງແຕ່ໄປ ເຣີຢາວ, ຄອບຄົວລູກຊາຍ ເມື່ອພວມນັ່ງອ້ອມພາເຂົ້າ ພ້ອມກັບຄອບຄົວລູກໄພ້ ແມ່ນບໍ່ສູ້ກິນຊີ້ນທີ່ກະກຽມຈັດລ້ຽງຄອບຄົວລູກໄພ້, ກົງກັນຂ້າມຄອບຄົວລູກໄພ້ກໍ່ເຊັ່ນດຽວກັນ. ຕາມຄວາມສຳນຶກແລ້ວ ເມື່ອຮັບປະທານອາຫານຂອງຕົນ ແມ່ນບໍ່ແຕກຕ່າງຫຍັງກັບເລື່ອງເອົາຂອງກິນຂອງຕົນ ກັບເມືອບ້ານ”.
ເຣີຢາວ ແມ່ນປະເພນີອັນດີງາມຂອງຊາວເຜົ່າ ກະຕູ. ເຣີຢາວ ບໍ່ມີລັກສະນະຟຸມເຟືອຍ ຫຼື ເຊື່ອຖືງວມງວາຍ, ແຕ່ນີ້ແມ່ນຂົວເຊື່ອມຕໍ່ອາລົມຈິດຄວາມຮັກແພງຂອງຊາວເຜົ່າ ກະຕູ. ປີນີ້ລະດູບານໃໝ່ໃກ້ຈະວຽນມາຮອດ. ລະດູ ເຣີຢາວ ກໍ່ພວມຢູ່ໃນທ່າມກາງບັນຍາກາດຟົດຟື້ນມ່ວນຊຶ່ນ. ທຸກແຫ່ງຢູ່ເຂດພູຜາປ່າໄມ້ທີ່ຫ່າງໄກນີ້, ຢູ່ໃສກໍ່ໄດ້ຍິນສຽງເວົ້ານົວຫົວມ່ວນ ພາຍຫຼັງຊຸມວັນໄປ ເຣີຢາວ ຢູ່ແດນໄກກັບຄືນມາ.