(VOVWORLD) -ສິລະປິນປະຊາຊົນ ເຕື່ອງວີ ແມ່ນໜຶ່ງໃນບັນດານັກຮ້ອງທີ່ມີສຽງສຳນຽງຫາຍາກ ໃນປະເພດດົນຕີປະຕິວັດ ຫວຽດນາມ. ໃນວິທີຂັບຮ້ອງຂອງນາງ, ມວນຊົນຮູ້ສຶກໄດ້ເຖິງຄວາມກະຕືລືລົ້ນ ຄວາມຮັກບ້ານເກີດເມືອງນອນປະເທດຊາດ ຕິດພັນກັບແຕ່ລະຄຳປະໂຫຍກຂອງບົດເພງ. ສິລະປິນປະຊາຊົນ ເຕື່ອງວີ ຍັງແມ່ນຜູ້ທີ່ມີຄວາມເມດຕາກະລຸນາ ແລະ ມີຈິດໃຈໂອບອ້ອມອາລີ. ນາງໄດ້ສຸມຈິດສຸມໃຈ ເພື່ອຊ່ວຍເຫຼືອບັນດາຜູ້ທີ່ມີຊາຕາກຳອາພັບ, ຖ່າຍທອດສິລະປະໃຫ້ເກ່ພວກເດັກກຳພ້າ ເດັກພິການ ຜູ້ປະສົບຄວາມຫຍຸ້ງຍາກ, ວັນທີ 11 ພຶດສະພາ ທີ່ຜ່ານມາ ສິລະປະປະຊາຊົນ ເຕື່ອງວີ ໄດ້ເຖິງແກ່ມໍລະນະກຳ ລວມອາຍຸ 86 ປີ ເຊິ່ງໄດ້ເຮັດໃຫ້ເພື່ອນຮ່ວມອາຊີບ ແລະ ຜູ້ນິຍົມດົນຕີມີຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນ
ສິລະປິນປະຊາຊົນ ເຕື່ອງວີ |
ດ້ວຍນ້ຳສຽງສູງຂອງນັກຮ້ອງຍິງ ພ້ອມກັບເຕັກນິກດົນຕີທີ່ສົມບູນ, ສິລະປະປິນປະຊາຊົນ ເຕື່ອງວີ ໄດ້ຮັບການຕີລາຄາວ່າ ແມ່ນນັກຮ້ອງທີ່ມີນ້ຳສຽງຫາຍາກຂອງພື້ນຖານດົນຕີ ຫວຽດນາມ. ນາງໄດ້ປະສົມຜົນສຳເລັດຜ່ານບົດເພງຕ່າງໆຄື ນາງສາວເຫຼົາຂວາກ, ສຽງພິນຕາລື, ນາງສາວແມ່ນ້ຳລາ
ສິລະປິນປະຊາຊົນ ເຕື່ອງວີ ເກີດປີ 1938 ໃນຄອບຄົວທີ່ບໍ່ມີໃຜເດີນຕາມສິລະປະຢູ່ນະຄອນ ຕາມກີ່ ແຂວງ ກວ໋າງນາມ. ໃນໄລຍະຕໍ່ຕ້ານ ຕ້ານຈັກກະພັດອາເມລິກາ, ສຽງຂັບຮ້ອງຂອງສິລະປິນ ເຕື່ອງວີ ໄດ້ຖືກອອກອາກາດທາງ VOV ເພື່ອລະດົມກຳລັງໃຈໃຫ້ແກ່ການຕໍ່ສູ້ຂອງບັນດານັກຮົບ ແລະ ປະຊາຊົນຢູ່ຕາມສະໜາມຮົບ. ສຽງຂັບຮ້ອງຂອງ ເຕື່ອງວີ ຖືກສະແດງອອກຜ່ານຫຼາຍປະເພດດົນຕີຈາກ ຄຣາດຊິກ, ເພງປະຕິວັດຕະຫຼອດຮອດເພງພື້ນເມືອງ. ນາງເຄີຍໄປສະແດງຢູ່ຫຼາຍປະເທດໃນໂລກຄື ອະດີດສະຫະພາບໂຊວຽດ, ໂປໂລຍ, ຈີເລ, ກູບາ… ພ້ອມທັງໄດ້ຮັບຫຼາຍລາງວັນທັງຢູ່ພາຍໃນ ແລະ ຕ່າງປະເທດ
ບໍ່ພຽງແຕ່ມີຊື່ສຽງໃນບົດບາດເປັນນັກຮ້ອງເທົ່ານັ້ນ, ເຕື່ອງວີ ຍັງເປັນນັກປະພັນເພງປະຕິວັດຫຼາຍບົດຄື ກອງເຮືອບິນເຮົາເລີ່ມເດີນທາງ, ບ້ານເກີດເມືອງນອນຂອງອ້າຍແມ່ນທະເລ ຫົວໃຈຢ່າໂສກເສົ້າ… ດ້ວຍບັນດາການອຸທິດສ່ວນໃນຂົງເຂດສິລະປະ, ເຕື່ອງວີ ໄດ້ຮັບນາມມະຍົດສິລະປິນດີເດັ່ນໃນປີ 1984 ແລະ ສິລະປິນປະຊາຊົນໃນປີ 1993. ພາຍຫຼັງໄດ້ພັກບຳນານເມື່ອປີ 1992, ເຕື່ອງວີ ໄດ້ເປີດຊຸດຮຽນດົນຕີໃຫ້ເດັກກຳພ້າ, ແລະ ສ້າງຕັ້ງສູນສິລະປະແຫ່ງຄວາມຮັກ 3 ແຫ່ງຢູ່ ຮ່າໂນ້ຍ, ດ່າໜັງ ແລະ ແຂວງ ກວ໋າງນາມ ເຊິ່ງລ້ວນແຕ່ແມ່ນບ່ອນຫຼໍ່ລ້ຽງ ແລະ ບຳລຸງກໍ່ສ້າງໃຫ້ແກ່ພວກເດັກທີ່ປະສົບກັບຄວາມຫຍຸ້ງຍາກ, ເດັກພິການ, ເດັກກຳພ້າ ເດັກມີຄວາມຮັກສິລະປະ. ຫຼາຍຄົນໃນຈຳນວນຜູ້ໄດ້ຮຽນນຳ ເຕື່ອງວີ ກໍ່ປະສົບຜົນສຳເລັດ ໃນນັ້ນມີນັກດົນຕີພິການຕາ ຮ່າເຈືອງ ເຊິ່ງແມ່ນນັກຮຽນທຳອິດຂອງ ເຕື່ອງວີ ເມື່ອຫາກໍ່ສ້າງຕັ້ງສະໂມສອນສິລະປະແຫ່ງຄວາມຮັກ ນັກດົນຕີ ຮ່າເຈືອງ ເວົ້າວ່າ:
“ໃນໃຈຂອງຂ້າພະເຈົ້າ, ແມ່ເຕື່ອງວີ ແມ່ນແມ່ຜູ້ທີ່ສອງຂອງເຮົາ, ມີທີ່ຕັ້ງສຳຄັນທີ່ສຸດ ພິເສດໃນພາລະກິດເຄື່ອນໄຫວສິລະປະຂອງເຮົາ. ນັບແຕ່ບາດກ້າວເດີນທຳອິດ, ຂ້າພະເຈົ້າຍາມໃດກໍ່ໄດ້ຮັບການຕິດຕາມ ເອົາໃຈໃສ່ໜູນຊ່ວຍຈາກແມ່”.
ນາງ ຟ້າມທິເຈິ່ມອຽນ ເຊິ່ງເປັນເດັກກຳພ້າເຄີຍໄດ້ຮັບການລ້ຽງຢູ່ສູນລ້ຽງດູເດັກປະສົບກັບຄວາມຫຍຸ້ງຍາກ ເລົ່າສູ່ຟັງວ່າ ຊຸມປີທີ່ຍັງຢູ່ສູນ ແລະ ໃນໄລຍະຕໍ່ມາເມື່ອຮຽນຢູ່ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ນາງຍາມໃດກໍ່ໄດ້ຮັບການຊ່ວຍເຫຼືອຈາກແມ່ ເຕື່ອງວີ ນາງ ອຽນ ໃຫ້ຮູ້ວ່າ:
“ເຮົາມີໄລຍະຢູ່ກັບແມ່ ເຕື່ອງວີ, ຢູ່ສູນສິລະປະແຫ່ງຄວາມຮັກ. ເຮົາໄປຫາແມ່ ແລະ ກັບເມືອເຮືອນຂອງແມ່ປຽບເໝືອນເຮືອນຂອງຕົນເອງຍ້ອນວ່າ ແມ່ກັບເຮົາກໍ່ມີຄວາມຮັກແພງພິເສດທີ່ສຸດ”.
ໃນຄວາມຊົງຈຳຂອງຜູ້ນິຍົມດົນຕີ ແລະ ເພື່ອຮ່ວມອາຊີບ, ສິລະປິນປະຊາຊົນ ເຕື່ອງວີ ແມ່ນແບບຢ່າງທີ່ມີຄວາມເກັ່ງກ້າສາມາດ, ນັກສິລະປິນ ທີ່ມີຄວາມກະຕືລືລົ້ນ ແລະ ມີຈິດໃຈຮັກແພງມະນຸດ. ເຖິວ່ານາງໄດ້ໄປຢູ່ຫ່າງໄກຈາກພວກເຮົາກໍ່ຕາມແຕ່ຊື່ສຽງຮຽງນາມຂອງສິລະປິນ ເຕື່ອງວີ ຍັງຍືນຍົງຄົງຕົວ ດ້ວຍຄວາມເຄົາລົບນັບຖື ແລະ ຮັບແພງ.