ຫວໍດຶກແອັງ ແລະ ຮ່າໂນ້ຍຣ໊ອກຊິຕີ

(VOVWORLD) -ຮ່າໂນ້ຍຣ໊ອກຊິຕີແມ່ນບ່ອນເຕົ້າໂຮມ ແມ່ນເຂດດຳເນີນຊີວິດຂອງປະຊາຄົມນັກເສບດົນຕີສະໝັກຫຼິ້ນຢູ່ ຮ່າໂນ້ຍ. ເມື່ອເວົ້າເຖິງຮ່າໂນ້ຍຣ໊ອກຊິດຕີກໍ່ແມ່ນເວົ້າເຖິງສະຖານທີ່ມີການປະດິດຄິດສ້າງ ທັງແມ່ນແຫ່ງທີ່ບັນດານັກສິລະປິນໜຸ່ມເດີນຕາມທຳນອງດົນຕີອິນເດຍທຳການສະແດງ ແລະ ແນະນຳດ້ານດົນຕີຂອງຕົນນັບແຕ່ຊຸມວັນຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ. ຜູ້ເປັນຫົວໜ້າສະຖານທີ່ດົນຕີທີ່ເປັນເອກະລັກແຫ່ງນີ້ແມ່ນທ້າວຫວໍດຶກແອັງເຊິ່ງແມ່ນຊາຍໜຸ່ມທີ່ມີຄວາມເມົາມົວວິຊາຄະນິດສາດ
ຫວໍດຶກແອັງ ແລະ ຮ່າໂນ້ຍຣ໊ອກຊິຕີ - ảnh 1ເຫດການໜຶ່ງຢູ່ສູນດົນຕີຂອງຂອງຫວໍດຶກແອັງ

    ໂດຍຖືກຕັ້ງຢູ່ຖະໜົນໂຕງອກເວິນ, ຮ່າໂນ້ຍ,ຮ່າໂນ້ຍຣ໊ອກຊິຕີ (Hanoi Rock City) ຫຼື HRC ແມ່ນຈຸດນັດພົບທີ່ເປັນໜ້າຈັບໃຈສຳລັບບັນດາເພື່ອນໜຸ່ມນິຍົມດົນຕີແລະສິລະປະ. ແຕ່ລະຄ່ຳຄືນ, ເວທີສະແດງຢູ່ທີ່ນີ້ຍາມໃດກໍ່ຄຶກຄື້ນມ່ວນຊື່ນດ້ວຍລາຍການສະແດງດົນຕີ ທີ່ປະກອບດ້ວຍລະບົບສຽງທັນສະໄໝດຶງດູດໄວໜຸ່ມຜູ້ນິຍົມດົນຕີຢູ່ ຮ່າໂນ້ຍແລະ ບັນດານັກສິລະປິນໜຸ່ມຊອກຫາມາສະແດງບັນດາບົດດົນຕີສະເພາະຂອງຕົນ. ໃນຊຸມວັນທຳອິດຈຳນວນຜູ້ມາຊົມຢູ່ທີ່ນີ້ກໍ່ບໍ່ຫຼາຍປານໃດແຕ່ມາຮອດປັດຈຸບັນສະເລ່ຍໃນຄ່ຳຄືນໜຶ່ງກໍ່ໄດ້ດຶງດູດແຕ່ 250 ຫາ 300 ຄົນ. ຫວໍດຶກແອັງແບ່ງປັນວ່າ:

    “ໂຊກດີທີ່ສຸດໃນທີ່ເຮົາຫາກໍ່ເປີດປະຕູ 90% ແມ່ນຊາວຕ່າງປະເທດແລະ 10% ແມ່ນຊາວຫວຽດນາມ ແຕ່ພາຍຫຼັງ 12 ປີຕົວເລກນີ້ໄດ້ຕ່າວປິ້ນ. ເຮົາເຫັນວ່ານີ້ກໍ່ແມ່ນໝາກຜົນທີ່ເປັນໜ້າເອກອ້າງທະນົງໃຈ. ເຮົາຮູ້ສຶກໂຊກດີຫຼາຍຍ້ອນມີບັນດາເພື່ອນທີ່ດີແລະເມົາມົວດົນຕີຢ່າງຫຼວງຫຼາຍ”.

    ຫວໍດຶກແອັງເກີດປີ 1984 ໃນຄອບຄົວທີ່ມູນເຊື້ອຄົ້ນຄວ້າແລະສິດສອນ.ພາຍຫຼັງໄປສຶກສາຮ່ຳຮຽນຢູ່ອັງກິດເປັນເວລາ 8 ປີ ໄດ້ລົງເລິກຂະແໜງຄະນິດສາດ, ປີ 2010 ຫວໍດຶກແອັງໄດ້ຕົກລົງກັບເມືອຫວຽດນາມ ແລະໄດ້ເລີ່ມຊອກຫາສິ່ງທົດສອບໃໝ່ໃຫ້ແກ່ຕົນເອງ. ກ່ອນນີ້ 13 ປີຢູ່ຮ່າໂນ້ຍເກືອບຄືວ່າບໍ່ມີບ່ອນເຕົ້າໂຮມສະແດງດົນຕີຈັກແຫ່ງທີ່ມີການດຳເນີນຊີວິດດ້ານດົນຕີຄືແບບນີ້. ເມື່ອເຫັນວ່າຮ່າໂນ້ຍຍັງຂາດສະຖານທີ່ຫຼິ້ນດົນຕີສຳລັບທຳນອງດົນຕີທີ່ໄດ້ຮັບຄວາມນິຍົມໃນທົ່ວໂລກ ແຕ່ບໍ່ແຜ່ຫຼາຍຢູ່ ຫວຽດນາມຄື Metalcore, Indie….... ຫວໍດຶກແອັງພ້ອມກັບເພື່ອນບາງຄົນ ໄດ້ສ້າງຕັ້ງສູນແຫ່ງນີ້ທີ່ມີຊື່ວ່າຮ່າໂນ້ຍຣ໊ອກຊິດຕີເຊິ່ງໄດ້ລົງເລິກດຳເນີນທຸລະກິດບັນດາຜະລິດຕະພັນດົນຕີ. HRC ໄດ້ເຄື່ອນໄຫວໂດຍອີງໃສ່ສາມມາດຖານຄືສິລະປະ, ດົນຕີແລະວັດທະນະທຳດ້ວຍຄວາມຫວັງ ຢາກປະກອບສ່ວນໃຫ້ແກ່ນະຄອນຫຼວງມີສະຖານທີ່ດຳເນີນຊີວິດດ້ານດົນຕີທັງແມ່ນແຫ່ງສົ່ງເສີມບັນດາກອງດົນຕີທຳການສະແດງດ້ວຍບັນດາບົດດົນຕີສະເພາະຂອງຕົນ. ຫວນຄືນຊຸມວັນທຳອິດທີ່ຫາກໍ່ສ້າງຕັ້ງສູນແຫ່ງນີ້ ດຶກແອັງເລົ່າສູ່ຟັງວ່າ:

      “ທຳອິດກໍ່ມີຄວາມຫຍຸ້ງຍາກສອງປະການ ທີໜຶ່ງແມ່ນຮູບແບບນີ້ ສຳລັບບັນດາເພື່ອນໜຸ່ມຫວຽດນາມ ແມ່ນໃໝ່ອ່ຽມທີ່ສຸດ. ສຳລັບບັນດາເພື່ອນຕ່າງປະເທດມີຄວາມຊົມຊອບທີ່ສຸດເພາະວ່າໄດ້ລື້ງເຄີຍກັບຮູບແບບນີ້ ແລະມັກມາທີ່ນີ້. ທີ່ຈິງແລ້ວກ່ອນປີ 2000 ບັນດາເພື່ອນໜຸ່ມເມື່ອຫຼິ້ນດົນຕີກໍ່ເຄີຍຫຼິ້ນດົນຕີໂກເວີໝາຍເຖິງຫຼິ້ນດົນຕີຂອງຜູ້ອື່ນຄືນ. ຄາວນັ້ນກໍ່ມີຄວາມຫຍຸ້ງຍາກໃນການສ້າງຄວາມລື້ງເຄີຍໃຫ້ແກ່ບັນດາເພື່ອນປະພັນດົນຕີດ້ວຍຕົນເອງ”.

      ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ,ດຶກແອັງໄດ້ພະຍາຍາມຢ່າງບໍ່ຢຸດຢັ້ງ. ຈຳນວນແຂກທ່ອງທ່ຽວໄດ້ມາສູນແຫ່ງນີ້ ນັບບມື້ນັບເພີ່ມຂຶ້ນເທື່ອລະກ້າວ ແລະມາຮອດປັດຈຸບັນສະເລ່ຍໃນແຕ່ລະອາທິດສູນແຫ່ງນີ້ກໍ່ໄດ້ຈັດຕັ້ງສີ່ເຫດການທີ່ແຕກຕ່າງກັນດ້ວຍຈຳນວນສິລະປິນເຂົ້າຮ່ວມນັບມື້ນັບຫຼາຍຂຶ້ນ. ດຶກແອັງແບ່ງປັນວ່າ ລາວດີໃຈ ແລະ ມີຄວາມເອກອ້າງທະນົງໃຈເມື່ອເຫັນການເຄື່ອນໄຫວຂອງຕົນນັບມື້ນັບພັດທະນາກໍ່ຄືຮູ້ສຶກໄດ້ເຖິງສິ່ງທີ່ເຮົາພວມເຮັດໄດ້ປະກອບສ່ວນສ້າງໂສມໜ້າທາງດ້ານສິລະປະຂອງນະຄອນຫຼວງໃຫ້ດີຂຶ້ນຢ່າງແທ້ຈິງ. ດຶກແອັງ ໃຫ້ຮູ້ວ່າ:

   “ໃນອະນາຄົດເຮົາມີຄວາມຫວັງພຽງຢ່າງດຽວວ່າ ຕອນເຊົ້າໄປສອນຄະນິດສາດ,ຕອນແລງມາຫຼິ້ນດົນຕີປະພັນດົນຕີແລະຮັກສາການເຄື່ອນໄຫວຂອງ HRC ເພື່ອໃຫ້ສູນແຫ່ງນີ້ກາຍເປັນຊາຍຄາດົນຕີຂອງບັນດາສິລະປິນໜຸ່ມ”.

    ນັບຕັ້ງແຕ່ລາຍການສະແດງທຳອິດໃນວັນທີ 17 ທັນວາປີ 2010 ມາຮອດປັດຈຸບັນດຶກແອັງສາມາດເອກອ້າງທະນົງໃຈວ່າສູນແຫ່ງນີ້ສາມາດຢືນຢູ່ຢ່າງໝັ້ນຄົງດ້ວຍຄວາມສາມາດຂອງຕົນແລະມຸ່ງໄປສູ່ການພັດທະນາຢ່າງໃຫຍ່ຫຼວງກວ່າໃນອະນາຄົດອັນໃກ້ໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ