(VOVWORLD) -ດ້ວຍຄວາມຕັດສິນໃຈພັດທະນາເສດຖະກິດ ຢູ່ດິນປ່າແຫ່ງບ້ານເກີດເມືອງນອນ, ອ້າຍ ຮວ່າງຈ້ອງຢຸ໊ງ ຊາວກະສິກອນ ຢູ່ບ້ານ ເຊີນຮົ່ງ ຕາແສງ ຢາກ໊າດ ເມືອງ ກາວຫຼົກ ແຂວງ ລ້າງເຊີນ ໄດ້ກ້າການຜັນຂະຫຍາຍຮູບແບບປູກຕົ້ນໄມ້ກິນໝາກ ແລະ ຕົ້ນຢາສະໝູນໄພ ອັນໄດ້ສ້າງບັນດາຜະລິດຕະພັນ ຮັບໃຊ້ຄວາມຕ້ອງການໃນທ້ອງຕະຫຼາດ. ບໍ່ພຽງແຕ່ມານະພະຍາຍາມຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ແກ່ຄອບຄົວເທົ່ານັ້ນ ອ້າຍ ຮວ່າງຈ້ອງຢຸ໊ງ ຍັງແຜ່ກະຈາຍຄວາມເມົາມົວພັດທະນາເສດຖະກິດ ຢູ່ເຂດພູຜາປ່າໄມ້ ແລະ ຍັງມີບັນດາການປະກອບເຂົ້າໃນຂະບວນການກໍ່ສ້າງຊົນນະບົດໃໝ່ ຂອງທ້ອງຖິ່ນ. ປີ 2022 ອ້າຍ ຮວ່າງຈ້ອງຢຸ໊ງ ໄດ້ຮັບການເຊີດຊູແມ່ນໜຶ່ງໃນຈຳນວນຊາວກະສິກອນ 100 ຄົນທີ່ດີເດັ່ນຂອງ ຫວຽດນາມ
ອ້າຍ ຮວ່າງຈ້ອງຢຸ໊ງ |
ຈາກທາງຫຼວງ ເລກ 4B ພວກຂ້າພະເຈົ້າໄດ້ຜ່ານເສັ້ນທາງເບຕົງຍາວເກືອບ 3 ກິໂລແມັດ ເພື່ອຮອດເຮືອນຂອງອ້າຍ ຮວ່າງຈ້ອງຢຸ໊ງ ທີ່ບ້ານ ເຊີນຮົ່ງ ຕາແສງ ຢາກ໊າດ ເມືອງ ກາວຫຼົກ ແຂວງ ລ້້າງເຊີນ. ເຮືອນຫຼັງນ້ອຍຖືກຕັ້ງຢູ່ເຂດສວນຂຽວອຸ່ມທຸ່ມ ທາງຫຼັງແມ່ນໂນນໃຫຍ່ປູກຕົ້ນໄມ້ກິນໝາກຫຼາຍຊະນິດ ປະສານກັບການປູກຕົ້ນຢາສະໝູນໄພ. ອ້າຍ ຢຸ໊ງ ເລົ່າສູ່ຟັງວ່າ ແຕ່ກ່ອນນີ້ ກວ່າ 20 ປີ ລາວໄດ້ເລີມຊອກຮູ້ກ່ຽວກັບແນວພັນ ໝາກໂກ໋ບໍ່ມີແກ່ນ ບ໋າວເລິມ. ອ້າຍ ຢຸ໊ງ ເວົ້າວ່າ:
“ຄາວອາຍຸ 17 – 18 ປີ ຂ້າພະເຈົ້າໄດ້ມີຄວາມເມົາມົວກັບການພັດທະນາເສດຖະກິດສວນປ່າ. ຈາກນັ້ນຂ້າພະເຈົ້າໄດ້ຄົ້ນຄວ້າບັນດາແນວປູກຢູ່ທ້ອງຖິ່ນ ພິເສດແມ່ນຕົ້ນໝາກໂກບໍ່ມີແກ່ນ ບ໋າວເລິມ ພຽງສາມາດປູກຢູ່ບໍລິເວນລຽບຕາມຊາຍແດນ ກາວຫຼົກ ເທົ່ານັ້ນ. ສ່ວນຢູ່ບ່ອນອື່ນກໍ່ບໍ່ສາມາດປູກໄດ້. ສະຫະກອນຂອງຂ້າພະເຈົ້າມີຢູ່ 7 ທ້ອງຖິ່ນ ດ້ວຍສະມາຊິກ 23 ຄົນ ແຕ່ລະຄົນກໍ່ລ້ວນແຕ່ເປັນເຈົ້າຂອງຟາມ ເປັນຫົວໜ້າກຸ່ມ ແນະນຳຂົນຂວາຍ ໂຄສະນາໃຫ້ພໍ່ແມ່ພີ່ນ້ອງອື່ນ ພ້ອມກັນເຮັດຕາມຮູບແບບປູກໝາກໂກນີ້ ເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວ.”
ອ້າຍ ຢຸ໊ງ ໃຫ້ຮູ້ວ່າ ຕົ້ນໝາກໂກບໍ່ມີແກ່ນ ບ໋າວເລິມ ແມ່ນບໍ່ເໝາະກັບການໃສ່ຝຸ່ນເຄມີ ແລະ ຢາປ້ອງກັນພືດ ພາຍຫຼັງທັງເຮັດທັງຮຽນເປັນເວລາ 20 -30 ປີ, ອ້າຍ ຢຸ໊ງ ຈຶ່ງຖອດຖອນໄດ້ບົດຮຽນ ແລະ ສະຫຼຸບວິທີບົວລະບັດຢ່າງມີປະສິດທິຜົນ ເພື່ອໃຫ້ຕົ້ນໝາກໂກ ໃຫ້ໝາກຫຼາຍ ແລະ ບໍ່ຖືກສັດຕູພືດທຳລາຍ. ນາງ ຈູທິເຫີບ ຮອງປະທານສະມາຄົມຊາວກະສິກອນ ຕາແສງ ຢາກ໊າດ ເມືອງ ກາວຫຼົກ ໃຫ້ຮູ້ວ່າ:
“ຮູບແບບຂອງອ້າຍ ຢຸ໊ງ ແມ່ນຮູບແບບເສດຖະກິດຄອບຄົວທີ່ດີເດັ່ນຂອງທ້ອງຖິ່ນ. ອ້າຍ ຢຸ໊ງ ມີຄວາມກະຕືລືລົ້ນ ແລະ ຫ້າວຫັນເຂົ້າຮ່ວມບັນດາຂະບວນການຂອງສະມາຄົມຊາວກະສິກອນ, ຊ່ວຍເຫຼືອຢ່າງສຸດໃຈແກ່ບັນດາສະມາຊິກໃນສະມາຄົມ ເພື່ອພ້ອມກັນພັດທະນາເສດຖະກິດ, ຈາກນັ້ນທະວີຄູນຮູບແບບປູກຕົ້ນໄມ້ກະສິກຳຊະນິດຕ່າງໆໃນບໍລິເວນ ແລະ ໃນເບື້ອງຕົ້ນໄດ້ຊ່ວຍໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ ມີຄວາມປົກກະຕິພໍສົມຄອນ”.
ນອກຈາກເນື້ອທີ່ປູກໝາກໂກບໍ່ມີແກ່ນ, ອ້າຍ ຮວ່າງຈ້ອງຢຸ໊ງ ຍັງກ້າຫານປູກຕື່ມຕົ້ນ ໂປ່ຍກັກ, ຕົ້ນແປກ ສົມທົບກັບການລ້ຽງໄກ່ ເໝົາເຊີນ ແຕ່ລະປີໄດ້ນຳຍອດລາຍຮັບມາໄດ້ຫຼາຍກວ່າ 500 ລ້ານດົ່ງ. ອ້າຍ ຢຸ໊ງ ໄດ້ແບ່ງປັນເຄັດລັບໃຫ້ແກ່ພໍ່ແມ່ພີ່ນ້ອງຊາວບ້ານ ດ້ວຍຄວາມຫວັງຢາກໃຫ້ທຸກໆຄົນກໍ່ລ້ວນແຕ່ສ້າງຄວາມຮັ່ງມີຢູ່ດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ. ອ້າຍ ຢຸ໊ງ ເວົ້າວ່າ:
“ຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ ຊາວບ້ານຈະຮູ້ໄດ້ບັນດາບົດຮຽນເພື່ອພ້ອມກັນແລກປ່ຽນ ຈາກນັ້ນແຜ່ກະຈາຍຢ່າງກວ້າງຂວາງກວ່າອີກ. ຊາວກະສິກອນພວກຂ້າພະເຈົ້າກໍ່ໄດ້ມີຄວາມດຸໝັ່ນຂະຫຍັນພຽນ ຖ້າຫາກໄດ້ຮັບການແນະນຳຢ່າງມີແບບມີແຜນ ແລະ ມີວິທະຍາສາດ ແນ່ນອນຈະນຳມາເຊິ່ງປະສິດທິຜົນເສດຖະກິດສູງ”.
ໂດຍມີຄວາມເປັນກຽດໄດ້ຮັບການເຊີດຊູແມ່ນໜຶ່ງໃນຈຳນວນຊາວກະສິກອນ 100 ຄົນ ໃນທົ່ວປະເທດ ໄດ້ຮັບນາມມະຍົດ “ຊາວກະສິກອນ ຫວຽດນາມ ດີເດັ່ນ” ແຕ່ອ້າຍ ຢຸ໊ງ ຍັງຖືວ່າເຮົາກໍ່ຍັງບໍ່ທັນສົມກັບນາມມະຍົດນີ້ເທື່ອ ເພາະວ່າອ້າຍມີຄວາມສຳນຶກວ່າ ບົດຮຽນສ້າງຄວາມຮັ່ງມີຈາກເຂດພູຜາປ່າໄມ້ ບ້ານເກີດເມືອງນອນ ແຜ່ກະຈາຍປະກອບສ່ວນຊ່ວຍປະຊາຊົນຍົກສູງຊີວິດການເປັນຢູ່ທາງດ້າວວັດຖຸ ແລະ ຈິດໃຈ ຈຶ່ງແມ່ນຄວາມເປັນກຽດຢ່າງແທ້ຈິງ. ນາງ ຮວ່າງທິເຫວະ ປະທານສະມາຄົມຊາວກະສິກອນ ເມືອງ ກາວຫຼົກ ໃຫ້ຂໍ້ສັງເກດວ່າ:
“ໃນຊຸມປີທີ່ຜ່ານມາ ອ້າຍ ຢຸ໊ງ ໄດ້ເຂົ້າຮ່ວມບັນດາຂະບບວນການແຂ່ງຂັນທຳການຜະລິດເປັນຢ່າງດີ, ອ້າຍກໍ່ໄດ້ແຜ່ກະຈາຍຮູບແບບຂອງຕົ້ນໃຫ້ແກ່ສະມາຊິກສະມາຄົມທຸກໆຄົນໃນບໍລິເວນ. ໃນໄລຍະທີ່ຈະມາເຖິງພວກຂ້າພະເຈົ້າຈະສືບຕໍ່ຂົນຂວາຍ ສະມາຊິກສະມາຄົມຊາວກະສິກອນແຂ່ງຂັນ ຮ່ຳຮຽນຕາມບົດຮຽນຮູບແບບຂອງອ້າຍ ຢຸ໊ງ ເພື່ອຈາກນັ້ນ ບັນລຸປະສິດທິຜົນສູງກວ່າໃນການຜະລິດ".
ອ້າຍ ຢຸ໊ງ ຍັງແບ່ງປັນແນວຄວາມຄິດນຳຮູບແບບເສດຖະກິດສວນຢູ່ໂນນພູ ກາຍເປັນຮູບແບບເສດຖະກິດຄົ້ນຫາໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ. ຖ້າຫາກວ່າແນວຄວາມຄິດນີ້ປາກົດຜົນເປັນຈິງ ກໍ່ສາມາດນຳລາຍໄດ້ມາສູ່ພໍ່ແມ່ພໍ່ນ້ອງບັນດາເຜົ່າສ່ວນໜ້ອຍຢູ່ເຂດພູສູງຊາຍແດນໃນແຂວງ ລ້າງເຊີນ.