ເຣີຈຳແຄັ໊ງ - ອ້າຍບ່າວຊາວເຜົ່າ ຢາລາຍ ເມົາມົວກັບເຄື່ອງດົນຕີພື້ນເມືອງ

(VOVWORLD) -ໃນສະພາວະທີ່ຄຸນຄ່າວັດທະນະທຳພື້ນເມືອງ ເປັນຕົ້ນແມ່ນຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ ພວມຖືກສູນຫາຍໄປນັ້ນ, ເລື່ອງຢູ່ເຂດດິນ ເຕິຍງວຽນ ມີເພື່ອນໜຸ່ມຄົນໜຶ່ງ ຊາວເຜົ່າ ຢາລາຍ ມີຊື່ວ່າ ເຣີຈຳແຄັ໊ງ ມີຄວາມເມົາມົວກັບດົນຕີພື້ນເມືອງ ພິເສດລາວມີຄວາມເມົາມົວຫຼິ້ນບັນດາເຄື່ອງດົນຕີພື້ນເມືອງ. ເຣີຈຳແຄັ໊ງ ໄດ້ເຮັດໃຫ້ສ່ວນໜຶ່ງຂອງບັນດາຄຸນຄ່າຊົນເຜົ່າທີ່ພວມຖືກຫຼົງລືມສາມາດຟື້ນຕົວຄືນ
ເຣີຈຳແຄັ໊ງ - ອ້າຍບ່າວຊາວເຜົ່າ ຢາລາຍ ເມົາມົວກັບເຄື່ອງດົນຕີພື້ນເມືອງ - ảnh 1ເຣີຈຳແຄັ໊ງ ມີຄວາມເມົາມົວກັບດົນຕີພື້ນເມືອງ

ໂດຍໄດ້ກຳເນີດຂຶ້ນ ແລະ ເຕີບໃຫຍ່ຢູ່ເຂດຊາຍແດນທີ່ເມືອງ ດຶກເກີ, ການດຳລົງຊີວິດຕິດພັນກັບພູຜາປ່າໄມ້, ແຕ່ອ້າຍບາວຊາວເຜົ່າ ຢາລາຍ ເຣີຈຳແຄັ໊ງ ເກີດປິ 1990 ເຊິ່ງແມ່ນນັກໂຄສະນາຂອງສູນວັດທະນະທຳ ກິລາເມືອງ ດຶກເກີ ແຂວງ ຢາລາຍ ພັດສາມາດຫຼິ້ນບັນດາເຄື່ອງດົນຕີ ທີ່ທັນສະໄໝຄື ອໍແກນ, ກິຕາ, ກອງ ຕະຫຼອດຮອດເຄື່ອງດົນຕີພື້ນເມືອງຄື ພິນຕະຣຶງ, ແຄນ, ຂຸ່ຍ ຢ່າງຄ່ອງແຄ້ວ. ບໍ່ພຽງແຕ່ສາມາດຫຼິ້ນບັນດາເຄື່ອງດົນຕີໄດ້ດີເທົ່ານັ້ນ, ເຣີຈຳແຄັ໊ງ ຍັງສາມາດຜະລິດເຄື່ອງດົນຕີລະນາດຫີນ ໄດ້ຢ່າງສຳເລັດຜົນ ແລະ ສາມາດເປົ່າຂຸ່ຍ ດິງປັກປວດ ໄດ້ຢ່າງຄ່ອງແຄ້ວ. ເຣີຈຳແຄັ໊ງ ເວົ້າຄວາມໃນໃຈສູ່ຟັງວ່າ: ຊີວິດປະຈຳວັນໄດ້ຕິດພັນກັບສຽງນ້ຳຫ້ວຍໄຫຼ, ສຽງນົກຮ້ອງ, ສຽງຂັບລຳທຳເພງພື້ນເມືອງ ເຊິ່ງກໍ່ໄດ້ຊຶມເລິກເຂົ້າໃນຈິດໃຈ ແລະ ກໍ່ໄດ້ກາຍເປັນຄວາມຮັກດົນຕີ, ຄວາມເມົາມົວຫຼິ້ນເຄື່ອງດົນຕີ, ໄດ້ຂັບຮ້ອງດ້ວຍບັນດາເຄື່ອງດົນຕີສະເພາະຂອງເຜົ່າ ຢາລາຍ. ແຕ່ເຄື່ອງດົນຕີຂອງຊາວເຜົ່າ ຢາລາຍ ຍັງໜ້ອຍທີ່ສຸດ  ດັ່ງນັ້ນ ແຄັ໊ງ ກໍ່ຢາກຜະລິດເຄື່ອງດົນຕີຫຼາຍຊະນິດໃຫ້ແກ່ເຜົ່າຕົນ ເພື່ອຮັກສາບໍ່ໃຫ້ມັນສູນຫາຍໄປ. ໃນຂະນະທີ່ໝູ່ບ້ານມີງານບຸນ, ກໍ່ຕ້ອງມີສິ່ງໃດສິ່ງໜຶ່ງ ເພື່ອໃຫ້ໄວໜຸ່ມໃນໝູ່ບ້ານສາມາດຫຼິ້ນ ແລະ ຮຽນເພື່ອເພີ່ມຄວາມຮັກຊົນເຜົ່າຕົນ. ແລະ ກໍ່ນັບແຕ່ນັ້ນເປັນຕົ້ນມາ ເຈດຈຳນົງປະດິດຄິດສ້າງ ເຄື່ອງດົນຕີລະນາດຫຼິ້ນຂອງ ແຄັ໊ງ ໄດ້ກາຍເປັນຮູບປະທຳ. ແຄັ໊ງໃຫ້ຮູ້ວ່າ:

      “ເຄື່ອງດົນຕີແຕ່ລະປະເພດກໍ່ມີສຽງແຕກຕ່າງກັນ. ລະນາດຫີນ ກໍ່ມີສຽງກັງວານມາຈາກໄກ ອັນໄດ້ສ້າງເປັນຂອບເຂດອັນກວ້າງໃຫຍ່. ສຳລັບສຽງຂຸ່ຍກໍ່ປຽບເໝືອນສຽງຮ້ອງທຳມະຊາດກັບມາສູ່”. 

      ນອກຈາກວຽກງານ ຫາເງິນລ້ຽງຊີບແລ້ວ, ເຣີຈຳແຄັ໊ງ ກໍ່ໄດ້ໄປຈາກເນື້ອທີ່ປ່ານີ້ ຮອດເຂດປ່າອື່ນ ເພື່ອຊອກຫາວັດຖຸດິບ ໃຫ້ແກ່ການຜະລິດ ບັນດາປະເພດເຄື່ອງດົນຕີ ເຊິ່ງລາວຢາກປະດິດສ້າງ. ລາວໄດ້ໃຊເວລາຮອດເຄິ່ງປີ ເພື່ອສາມາດຜະລິດເຄື່ອງດົນຕີ ລະນາດຫີນໄດ້ຊຸດໜຶ່ງສຳເລັດຜົນ. ເມື່ອກ່ອນນີ້ລະນາດຫີນຂອງເຂດ ເຕິຍງວຽນ ຕົ້ນຕໍແມ່ນໃຊ້ຫີນທຳມະຊາດ ໂດຍບໍ່ຕ້ອງມີການແຊກແຊງຂອງການເຈາະ ແກະຄວັດ.  ບໍ່ແມ່ນວ່າຫີນທຳມະຊາດປະເພດໃດ ກໍ່ບັນຈຸໃນນັ້ນສຽງດົນຕີກັງວານຈາກພູຜາປ່າໄມ້. ຫີນກໍ່ຕ້ອງເລືອກເອົາຫີນຢູ່ເທິງພູ ເປົ່າຢູ່ທາງໃນ. ຫີນແຂງເກີນໄປກໍ່ບໍ່ອາດສ້າງເປັນສຽງໄດ້ມາດຕະຖານ ເພາະສະນັ້ນການໄປຊອກຫາຫີນ ບໍ່ງ່າຍດາຍແຕ່ຢ່າງໃດ. ສຳລັບ ແຄັ໊ງ ແລ້ວຫີນແຕ່ລະຕອນ ດ້ວຍຄວາມຍາວ ຄວາມສັ້ນບໍ່ແຕກຕ່າງກັນ ກໍ່ຈະໃຫ້ເກີດສຽງທີ່ແຕກຕ່າງກັນ. ແຄັ໊ງ ເວົ້າວ່າ:

      “ເມື່ອເຮັດສຽງໜຶ່ງສຳເລັດເຮົາກໍ່ດີໃຈທີ່ສຸດ. ຕໍ່ຈາກນັ້ນເຮົາກໍ່ຄ່ອຍໆເຮັດເທື່ອລະໜ້ອຍ ທັງໝົດກໍ່ໄດ້ 16 ສຽງ”.

       ເຄື່ອງດົນຕີລະນາດຫີນ ໄດ້ຖືກຈັດເຂົ້າຊຸດເຄື່ອງດົນຕີພື້ນເມືອງ ແລະ ໄດ້ຕິດຕາມ ແຄັ໊ງ ໄປທຸກຫົນແຫ່ງ ໃນໝູ່ບ້ານເພື່ອສະແດງ ບັນດາບົດເພງ ບົດດົນຕີພື້ນເມືອງ ຍ້ອງຍໍສັນລະເສີນບ້ານເກີດເມືອງນອນປະເທດຊາດ. ເຣີຈຳແຄັ໊ງກໍ່ຍັງຖ່າຍທອດວິທີຫຼິ້ນລະນາດຫີນ ໃຫ້ແກ່ພວກນ້ອງນັກຮຽນສັງກັດໂຮງຮຽນກິນນອນຊົນເຜົ່າ ຂອງເມືອງດ້ວຍຄວາມຫວັງ ຢາກໃຫ້ລຸ້ນໜຸ່ມຮູ້ຈັກການອະນຸລັກຮັກສາຈຸດຄວາມງາມຂອງພໍ່ແມ່ພີ່ນ້ອງເຜົ່າຕົນ. ທ້າວ ອາຊິວຖື໊ ຢູ່ເມືອງ ດຶກເກີ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າເມົາມົວດົນຕີ ແຕ່ບໍ່ໄດ້ໄປຮຽນເປັນລະບົບ, ຂ້າພະເຈົ້າຮຽນເອງ. ແລ້ວກໍ່ໄປສະແດງຢູ່ຕາແສງ, ເຂົ້າຮ່ວມງານປະກວດໄດ້ພົບປະກັບ ແຄັ໊ງ. ລາວໄດ້ຊ່ວຍຂ້າພະເຈົ້າຍົກສູງຄວາມຮູ້ ຄວາມເຂົ້າໃຈກ່ຽວກັບດົນຕີພື້ນເມືອງ”.

       ທຸກສິ່ງທຸກຢ່າງທີ່ ເຣີຈຳແຄັ໊ງ ເຮັດນັ້ນໄດ້ພາໃຫ້ຫຼາຍຄົນຕ້ອງມີຄວາມນິຍົມນັບຖື ແລະເອກອ້າງທະນົງໃຈ ເພາະວ່າໃນຄວາມຟົດຟື້ນເນືອງນັນຂອງການດຳລົງຊີວິດ ຍຸກທັນສະໄໝກໍ່ຍັງຄົງຕົວ ບັນດາຜູ້ທີ່ເປັນລູກຮັກຫຼານແພງຂອງເຂດພູຜາປ່າໄມ້ ເຕິຍງວຽນເຊິ່ງພວມເມົາມົວກັບວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊົນເຜົ່າ. 

ຕອບກັບ

ຂ່າວ/ບົດ​ອື່ນ