(vovworld)- ສະພາບເສດຖະກິດໃນ 2 ເດືອນຕົ້ນປີຂອງ ຫວຽດນາມ ພວມມີສັນຍານດີພໍສົມຄວນ ເມື່ອດັດຊະນີລາຄາໃຊ້ສອຍໃນເດືອນ 2 ເພີ່ມຂຶ້ນບໍ່ຫລາຍເມື່ອທຽບໃສ່ໄລຍະດຽວກັນຂອງທຸກປີ ແລະ ອັດຕາສ່ວນຫນີ້ເສຍຂອງທົ່ວຂະແຫນງທະນາຄານໄດ້ຫລຸດລົງແຕ່ 8% ລົງເຫລືອພຽງ 6%. ເຖິງຢ່າງໃດກໍຕາມ, ເພື່ອບັນລຸໄດ້ຄາດໝາຍຊ້ອນ ຊື່ງລັດຖະບານໄດ້ວາງອອກນັ້ນແມ່ນ ການເຕີບໂຕສູງກວ່າ, ລະດັບໄພເງິນເຟີ້ຕຳ່ກວ່າປີກ່ອນ, ໃນ 10 ເດືອນຍັງເຫລືອຂອງປີ 2013, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆຄວນຂ້ຽວຂາດກວ່າໃນການປະຕິບັດບັນດາແຜນນະໂຍບາຍຂອງລັດຖະບານ, ໃນນັ້ນເອົາໃຈໃສ່ເຖິງບັນດາມາດຕະການຫນູນຊ່ວຍວິສາຫະກິດຟື້ນຟູການຜະລິດ.
ການພົບປະສົນທະນາຫນູນຊ່ວຍວິສາຫະກິດແກ້ໄຂຄວາມຫຍຸ້ງຍາກ
ພາບປະກອບ:internet
|
ເຖິງວ່າສະພາບເສດຖະກິດລວມຂອງ ຫວຽດນາມ ໃນ 2 ເດືອນຕົ້ນປີມີສັນຍານດີພໍສົມຄວນກໍຕາມ ແຕ່ສະພາບການຜະລິດດຳເນີນທຸລະກິດຂອງວິສາຫະກິດ ຍັງຄົງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ລະອຽດແມ່ນ ຈຳນວນວິສາຫະກິດຕ້ອງຢຸດຕິການເຄື່ອນໄຫວໃນ 2 ເດືອນຜ່ານມາ ແມ່ນກວ່າ 8.600 ແຫ່ງ, ໃນນັ້ນ ຈຳນວນວິສາຫະກິດຫາກໍ່ໄດ້ຮັບການສ້າງຕັ້ງໃຫມ່ພຽງ 8000 ແຫ່ງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ບັນດາມາດຕະການເພື່ອຊ່ວຍວິສາຫະກິດແກ້ໄຂຄວາມຫຍຸ້ງຍາກບໍ່ພຽງແຕ່ຕ້ອງສືບຕໍ່ການປະຕິບັດເທົ່ານັ້ນ ຫາກຕ້ອງຊີ້ນຳຢ່າງຂ້ຽວຂາດກວ່າອີກ. ແລະ ສິ່ງສຳຄັນ ຕ້ອງລະອຽດກວ່າ, ເຮັດແນວໃດບໍ່ປະໃຫ້ເກີດຊ່ອງຫວ່າງລະຫວ່າງແຜນນະໂຍບາຍ ແລະ ພຶດຕິກຳຕົວຈິງ. ທ່ານ ຫວູດືກດາມ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານ ຊີ້ແຈງວ່າ:
“ມະຕິກ່ຽວກັບການບໍລິຫານເສດຖະກິດສັງຄົມກໍຄືການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໄດ້ກຳນົດໃນບັນດາແຜນການຈັດແບ່ງ ແລະ ປະຕິບັດຢ່າງໄວກວ່າເມື່ອທຽບກັບທຸກປີ. ລັດຖະບານກໍຊາບຊືມໃຫ້ບັນດາກະຊວງ, ຂະແຫນງການ ແລະ ທຸກແຂວງ ຕ້ອງສຸມໃສ່ແກ້ໄຂຄວາມຫຍຸຸ້ງຍາກ, ຂໍ້ຕິດຂັດ. ”
ແລະ ກໍຕາມທ່ານ ຫວູດືກດາມ ແລ້ວ, ສະເພາະບັນດາໂຄງການໃຫຍ່ກ່ຽວກັບການສ້າງໂຄງປະກອບພື້ນຖານເສດຖະກິດ, ທະນາຄານ, ລັດວິສາຫະກິດຄືນໃຫມ່, ກ່ຽວກັບການລົງທຶນຊື່ງນາຍົກລັດຖະມົນຕີໄດ້ອະນຸມັດ, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ຕ້ອງຊີ້ນຳຜັນຂະຫຍາຍ ແຕ່ກ່ອນອື່ນໝົດຕ້ອງສ້າງກົດໝາຍໃຫ້ຄົບຖ້ວນ ເພື່ອປະຕິບັດບັນດາໂຄງການນີ້.
ປີ 2013, ຫວຽດນາມ ປະຕິບັດຄາດໝາຍຊ້ອນ ທັງຮັບປະກັນການຈະເລີນເຕີບໂຕ ທັງຄວບຄຸມໄພເງິນເຟີ້. ໃນນັ້ນ ການເຕີບໂຕສິນເຊື່ອແມ່ນເຄື່ອງມືສຳຄັນ. ໄປຄຽງຄູ່ກັບການຊຸກຍູ້ການເຕີບໂຕສິນເຊື່ອແມ່ນວິວັດການດັດປັບອັດຕາດອກເບ້ຍ ແລະ ແກ້ໄຂຫນີ້ສິນ ເພື່ອໃຫ້ບັນດາວິສາຫະກິດໄດ້ກູ້ຢືມທຶນເພື່ອຟື້ນຟູການຜະລິດດຳເນີນທຸລະກິດ. ລັດຖະບານ ໄດ້ສະເຫນີຜູ້ວ່າການທະນາຄານແຫ່ງລັດ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ລັດຖະມົນຕີກະຊວງການເງິນຕ້ອງໃກ້ຊິດຕິດແທດກັບຄາດໝາຍດັ່ງກ່າວ. ທ່ານ ຫວູດືກດາມ ໃຫ້ຮູ້ວ່າ:
“ພ້ອມກັບການດັດປັບອັດຕາດອກເບ້ຍ ແມ່ນບັນຫາແກ້ໄຂຫນີ້ສິນ ເພື່ອໃຫ້ວິສາຫະກິດໃດຖ້າມີທຶນຮອນສາມາດຟື້ນຟູ, ພັດທະນາການຜະລິດ ຈຶ່ງມີໂອກາດໄດ້ກູ້ຢືມທຶນ. ນີ້ແມ່ນຫນ້າທີ່ສຳຄັນຂອງທັງປີ ແລະ ພິເສດໃນເດືອນຕົ້ນປີ ລັດຖະບານຊີ້ນຳໃຫ້ຜູ້ວ່າການທະນາຄານ ແລະ ບັນດາກະຊວງ, ຂະແຫນງການຕ້ອງຂ້ຽວຂາດກວ່າເພື່ອຈຸດປະສົງສຸດທ້າຍແມ່ນວິສາຫະກິດໄດ້ກູ້ຢືມທຶນ ເພື່ອຟື້ນຟູການຜະລິດ.”
ພາບປະກອບ: internet
|
ການຟື້ນຟູການຜະລິດ, ໃນນັ້ນມີການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດ ແມ່ນຫນ້າທີ່ສຳຄັນຂອງລັດຖະບານກໍຄືບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ເປັນຕົ້ນໃນສະພາບເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກ. ການຜັນຂະຫຍາຍແຜນນະໂຍບາຍຢ່າງຄົບຊຸດ ເປັນເອກະພາບ ໃນ 10 ເດືອນຍັງເຫລືອຂອງປີ 2013 ແມ່ນຫນ້າທີ່ຊຶ່ງບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ້ອງສຳເລັດບັນດາຄາດໝາຍຊຶ່ງລັດຖະບານໄດ້ວາງອອກໃຫ້ທັງປີ 2013 ຕາມມະຕິຂອງສະພາແຫ່ງຊາດ ນັ້ນແມ່ນທັງຮັກສາການເຕີບໂຕເສດຖະກິດ ທັງຮັບປະກັນຊີວິດສັງຄົມ.