ພຶ້ນຖານເສດຖະກິດຫວຽດນາມ ໃນຕົ້ນປີ 2013 ມີບັນດາຈຸດພົ້ນເດັ່ນທີ່ໜ້າສົນໃຈ. ນີ້ແມ່ນສັນຍານອັນຕັ້ງໜ້າສະແດງໃຫ້ເຫັນວ່າເສດຖະກິດມະຫາພາກມີຄວາມເປັນປົກກະຕິກ່ວາ, ສ້າງປະຖົມປັດໄຈອັນສະດວກເພື່ອໃຫ້ລັດຖະບານມີບັນດາມາດຕະການບໍລິຫານທີ່ເໝາະສົມ ເພື່ອແນໃສ່ປະຕິບັດສຳເລັດຈຸດໝາຍທັງປີແມ່ນ: ການເຕີບໂຕຈີດີພີ 5,5% ແລະ ອັດຕາເງິນເຟີ້ຕ່ຳກ່ວາ 7%.
(ພາບປະກອບ:gdtd.vn)
ດ້ວຍເລື່ອງບັນດາກະຊວງ, ທ້ອງຖິ່ນຕ່າງໆຜັນຂະຫຍາຍບັນດາມະຕິຂອງສະພາແຫ່ງຊາດ, ລັດຖະບານ, ບັນດາຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການຄວບຄຸມລາຄາເປັນປົກກະຕິ, ຊຸກຍູ້ການຜະລິດ, ສະພາບເສດຖະກິດສັງຄົມໃນເດືອນ 1/2013 ມີໝາກຜົນອັນຕັ້ງໜ້າ. ຫວຽດນາມ ສືບຕໍ່ມີມຸນຄ່າການສົ່ງອອກເກີນດຸນ 200 ລ້ານໂດລາສະຫະລັດໃນຂະນະທີ່ວົງເງິນສົ່ງອອກບັນລຸ 10,1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 43,2%. ແລະ ກໍ່ໃນເດືອນ 1/2013, ດັດຊະນີລາຄາໃຊ້ສອຍເພີ່ມຂຶ້ນ 1,25% ເມື່ອທຽບກັບເດືອນກ່ອນຊື່ງແມ່ນລະດັບເພີ່ມສະເລ່ຍເມື່ອທຽບກັບໄລຍະດຽວກັນຂອງທຸກປີ. ທ່ານຫວູ໋ດຶດດາມ (Vũ Đức Đam) ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານໃຫ້ຮູ້ວ່າ:
“ປີນີ້, ສະແພາແຫ່ງຊາດໄດ້ຮັບຮອງເອົາແຜນການສູ້ຊົນເພິ່ມລະດັບການເຕີບໂຕສູງກ່ວາ ແລະ ໄພເງິນເຟີ້ຕ່ຳກ່ວາປີ 2012 ຄື 7%. ພວກເຮົາຕ້ອງມີຄວາມລະມັດລະວັງ ແລະ ຕ້ອງເພີ່ມທະວີການບໍລິຫານ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການເພື່ອບັນລຸຄາດໝາຍການເຕີບໂຕຈີດີພີທັງປີແມ່ນ 5,5% ແລະ ອັດຕາເງິນເຟີ້ຕ້ອງຕ່ຳກ່ວາ 7%“
(ພາບ:vov.vn)
ໜຶ່ງໃນບັນດາປັດໄຈສຳຄັນປະກອບສ່ວນກະທົບເຖິງຄວາມເປັນປົກກະຕິຂອງພື້ນຖານເສດຖະກິດຫວຽດນາມ ໃນປະຈຸບັນ ແມ່ນພັດທະນາຕະຫຼາດອະສັງຫາລິມະສັບ. ບົນພື້ນຖານນັ້ນ, ລັດຖະບານມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນກວດກາສະພາບວິສາຫະກິດພວມດຳເນີນການກໍ່ສ້າງທັງໝົດ; ມອບໝາຍໃຫ້ກະຊວງກໍ່ສ້າງສຳຫຼວດຕະຫຼາດອະສັງຫາລິມະສັບ. ໃນເດືອນ 1/2013, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 02 ຮຽກຮ້ອງໃຫ້ທະນາຄານແຫ່ງລັດສະຫງວນຈຳນວນເງິນແຕ່ 20.000-40.000 ຕື້ດົ່ງດ້ວຍການກຳນົດເວລາຫຼາຍສຸດແມ່ນ 10 ປີເພື່ອຊ່ວຍເຫຼືອບັນດາທະນາຄານການຄ້ານແຫ່ງລັດໃຫ້ກູ້ຢືມເພື່ອຊື້ເຮືອນຢູ່. ພ້ອມກັນນັ້ນ, ບັນດາທະນາຄານການຄ້າສະຫງວນແຫຼ່ງ
ທຶນທີ່ເໝາະສົມເພື່ອໃຫ້ບັນດາຜູ້ມີລາຍຮັບຕ່ຳກູ້ຢືມເພື່ອເຊົ່າ, ຊື້ເຮືອນຢູ່ດ້ວຍອັດຕາດອກເບ້ຍຕ່ຳ.ທ່ານຫວູ໋ດຶດດາມ (Vũ Đức Đam) ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເນັ້ນໜັກວ່າ:
“ໃນວິວັດການສ້າງບັນດາມາດຕະການໜູນຊ່ວຍຕະຫຼາດອະສັງຫາລິມະຊັບ, ລັດຖະບານໄດ້ປຶກສາຫາລື ແລະ ຄິດໄລ່ເຖິງສອງຈຸດພິເສດສະເພາະທີ່ແຕກຕ່າງກັນຂອງຕະຫຼາດອະສັງຫາລິມະສັບຫວຽດນາມ ເມື່ອທຽບກັບປະເທດອື່ນໆ. ທີໜຶ່ງແມ່ນຫວຽດນາມ ແມ່ນປະເທດພວມພັດທະນາ, ສະນັ້ນຕະຫຼາດອະສັງຫາລິມະສັບຕິດພັນກັບຫຼາຍຂະແໜງການຄືຂະແໜງກໍ່ສ້າງ ແລະ ຂະແໜງຜະລິດ, ດຳເນີນທຸລະກິດດ້ານວັດສະດຸກໍ່ສ້າງ. ທີສອງແມ່ນຊາວຫວຽດນາມ ສ່ວນຫຼານຢາກມີເຮືອນສ່ວນຕົວ. ລັດຖະບານກໍ່ໄດ້ຊັ່ງຊາເຖິງບັນດາຈຸດພິເສດສະເພາະດັ່ງກ່າວ ແລະ ບັນດາມາດຕະການລະອຽດຕໍ່ໜ້າໃນດ້ານການເງິນ, ທີ່ດິນ, ການວາງແຜນຜັງ, ການກໍ່ສ້າງລ້ວນແຕ່ເພື່ອແນໃສ່ຈຸດໝາຍແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຕະຫຼາດອະສັງຫາລິມະຊັບ ແລະ ຊ່ວຍໃຫ້ບັນດາຜູ້ທຸກຍາກມີເຮືອນຢູ່“
ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ຜູ້ຕາງໜ້າກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ ໄດ້ຫລຸດອັດຕາພາສີອາກອນສົ່ງອອກນຳເຂົ້າສຳລັບຖ່ານຫີນ ຫລືບາງບັນຫາກ່ຽວຂ້ອງເຖິງພາສີອາກອນຂອງສິນຄ້າບາງປະເພດ. ນັບແຕ່ເດືອນ 1/2013, ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ປະກາດໃຊ້ບັນດາມາດຕະການເພື່ອແກ້ໄຂສະພາບສິນຄ້າຄ້າງສາງ, ຊ່ວຍວິສາຫະກິດຮັກສາການຜະລິດເປັນປົກກະຕິ ແລະ ພັດທະນາ, ພ້ອມທັງຍູ້ແຮງການພັດທະນາຕະຫຼາດພາຍໃນປະເທດ, ຊອກຫາຕະຫຼາດສົ່ງອອກໃໝ່, ເພີ່ມທະວີການຄຸ້ມຄອງຕະຫຼາດ.
ສະພາບເສດຖະກິດ-ສັງຄົມໃນເດືອນ 1/2013 ໄດ້ຮັບບັນດາໝາກຜົນອັນຕັ້ງໜ້າ. ດ້ວຍໝາກຜົນນີ້, ພ້ອມກັບການບໍລິຫານຂອງລັດຖະບານ, ການຮ່ວມມືຂອງບັນດາກະຊວງທີ່ກ່ຽວຂ້ອງຈະຊ່ວຍເສດຖະກິດມະຫາພາກເປັນປົກກະຕິກ່ວາ, ປະກອບສ່ວນປະຕິບັດສຳເລັດຈຸດໝາຍທີ່ມະຕິສະພາແຫ່ງໄດ້ວາງອອກແມ່ນບັນລຸລະດັບການເຕີບໂຕຈີດີພີ 5,5% ແລະ ອັດຕາເງິນເຟີ້ຕ່ຳກ່ວາ 7%.