(vovworld)- ໂດຍນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາການນຳເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟີກ (APEC) ຄັ້ງທີ 21 ຢູ່ ບາລີ ປະເທດອິນໂດເນເຊຍ ແຕ່ວັນທີ 7-8/10/2013, ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ ນຳເອົາສານທີ່ຈະແຈ້ງວ່າ: APEC ບໍ່ພຽງແຕ່ແມ່ນເວທີປາໄສມີບົດບາດສຳຄັນສຳລັບການພັດທະນາຂອງຫວຽດນາມ ໃນບັນດາຂົງເຂດເສດຖະກິດ, ການຕ່າງປະເທດ, ຄວາມໝັ້ນຄົງເທົ່ານັ້ນ ຫາກຍັງແມ່ນເວທີປາໄສທີ່ມີປະສິດທິຜົນເພື່ອໃຫ້ຫວຽດນາມຍູ້ແຮງການຮ່ວມມື ແລະ ເຮັດໃຫ້ການພົວພັນສອງຝ່າຍກັບບັນດາປະເທດສະມາຊິກເລິກເຊິ່ງກວ່າ, ໃນນັ້ນ ສ່ວນຫລາຍແມ່ນບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານຂອງຫວຽດນາມ.
ທ່ານປະທານປະເທດເຈືອງເຕີນຊາງ ແລະ ທ່ານນາຍົກລັດຖະມົນຕີ
ຍີ່ປຸ່ນ Shinzo Abe ຢູ່ ເວທີປາໄສ APEC 21
ພາບ: tuoitre.vn
|
APEC 21: ບາດກ້າວໃຫມ່ໃຫ້ແກ່ການເຊື່ອມໂຍງ, ຮ່ວມສຳພັນກັບພາກພື້ນ
ໂດຍໄດ້ຮັບການສ້າງຕັ້ງຂຶ້ນເມື່ອເດືອນ 11/1989, APEC ແມ່ນເວທີປາໄສເສດຖະກິດເປີດ, ເພື່ອຊຸກຍູ້ບັນດາມາດຕະການເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກບົນພື້ນຖານຄວາມສະໝັກໃຈໃນຂະນະເປີດປະຕູສຳລັບທຸກປະເທດ ແລະ ພາກພື້ນອື່ນຢ່າງແທ້ຈິງ. ປະຈຸບັນ, APEC ມີ 21 ປະເທດສະມາຊິກ, ກວມເອົາປະມານ 52% ເນື້ອທີ່ຜືນແຜນດິນ, 59% ຈຳນວນພົນລະເມືອງ, 70% ແຫລ່ງຊັບພະຍາກອນທຳມະຊາດໃນໂລກ ແລະ ປະກອບສ່ວນປະມານ 57% GDP ທົ່ວໂລກ ແລະ ກວ່າ 50% ຈຳນວນການຄ້າຂອງໂລກ.
ກອງປະຊຸມສຸດຍອດ APEC ປີນີ້ ພາຍໃຕ້ຫົວຂໍ້ວາ: “ອາຊີ ປາຊີຟີກ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ: ກຳລັງຫນູນຂອງການເຕີບໂຕທົ່ວໂລກ”. ໃນສອງມື້ດຳເນີນເວທີປາໄສ, ກອງປະຊຸມໄດ້ສຸມໃສ່ແລກປ່ຽນບັນດາເນື້ອໃນຄື: ສະພາບການເສດຖະກິດທົ່ວໂລກປະຈຸບັນ ແລະ ບົດບາດຂອງ APEC ໃນການຊຸກຍູ້ລະບົບການຄ້າຫລາຍຝ່າຍ, ວິໄສທັດ APEC ກ່ຽວກັບການເຊື່ອມຈອດໃນອົງປະກອບສາກົນ ແລະ ພາກພື້ນທີ່ພວມສ້າງຂຶ້ນ; ການຈະເລີນເຕີບໂຕແບບຍືນຍົງຕິດພັນກັບຄວາມຍຸດຕິທຳ, ຄ້ຳປະກັນສະບຽງອາຫານ, ແຫລ່ງນ້ຳ ແລະ ພະລັງງານ. ຕາມການຕີລາຄາຂອງບັນດາຜູ້ຊ່ຽວຊານເສດຖະກິດໂລກແລ້ວ, ພ້ອມກັບກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ຊື່ງເຕົ້າໂຮມບັນດາການນຳໂລກປຶກສາຫາລືກ່ຽວກັບຄວາມໝັ້ນຄົງ ແລະ ເສດຖະກິດ, ໂຄງການດຳເນີນງານເສດຖະກິດມີລັກສະນະສ້າງສັນຢູ່ເວທີປາໄສ APEC ຄັ້ງນີ້ ໄດ້ຮັບຄວາມມຸ່ງຫວັງຈະສ້າງບາດກ້າວໃຫມ່ໃຫ້ແກ່ການເຊື່ອມໂຍງ, ຮ່ວມສຳພັນກັບພາກພື້ນຢ່າງແຂງແຮງກວ່າ. ຕາມທ່ານ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບູ່ຍແທງເຊີນ ແລ້ວ, ທີ່ກອງປະຊຸມຄັ້ງນີ້ APEC ຢາກມີການປະກອບສ່ວນລວມບໍ່ພຽງແຕ່ສຳລັບບັນດາປະເທດສະມາຊິກເທົ່ານັ້ນ ຫາກນັບທັງພື້ນຖານເສດຖະກິດທົ່ວໂລກອີກດ້ວຍ. ສະນັ້ນ ເພື່ອຫັນເປັນລະອຽດ ກອງປະຊຸມຄັ້ງນີ້ ຈະຈັດບັນດາວາລະແລກປ່ຽນກ່ຽວກັບສະພາບການລວມຂອງພາກພື້ນ ນັບທັງເສດຖະກິດກໍຄືຄວາມໝັ້ນຄົງ. ພ້ອມກັນນັ້ນ ການແລກປ່ຽນກວດກາຄືນບັນດາຈຸດໝາຍປະຕິບັດເປົ້າໝາຍ BOGO ໃນການຊຸກຍູ້ການຄ້າການລົງທຶນຢູ່ພາກພື້ນ.
ເປັນເຈົ້າການໃນວິວັດການເຊື່ອມໂຍງ
ສຳລັບຫວຽດນາມແລ້ວ, ນັບແຕ່ເມື່ອເຂົ້າເປັນສະມາຊິກ APEC (11/1998), ຍາມໃດຫວຽດນາມກໍເຂົ້າຮ່ວມຢ່າງຕັ້ງຫນ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນກົນໄກເວທີປາໄສ APEC. ການເຄື່ອນໄຫວຮ່ວມມືໃນ APEC ໄດ້ປະກອບສ່ວນຍົກສູງທີ່ຕັ້ງບົດບາດໃນພາກພື້ນ ແລະ ໃນເວທີສາກົນ, ພ້ອມທັງປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍກັບຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາຊີ ປາຊີຟີກ. ຫວຽດນາມ ໄດ້ເປັນເຈົ້າການສະເຫນີຫລາຍຂໍ້ລິເລີ່ມ, ຮັບບົດບາດເປັນປະເທດຊີ້ນຳຫນ່ວຍວຽກງານກ່ຽວກັບການຮັບມືກັບສະພາບສຸກເສີນ, ຫນ່ວຍວຽກງານກ່ຽວກັບການຄ້າເອເລັກໂຕນິກ, ຜັນຂະຫຍາຍກວ່າ 70 ຂໍ້ລິເລີ່ມສຳເລັດຜົນໃນບັນດາຂົງເຂດການຄ້າ, ການລົງທຶນ, ຮ່ວມມືເຕັກນິກ, ສາທາລະນະສຸກ, ຮັບມືກັບສະພາບສຸກເສີນ, ການກໍ່ການຮ້າຍ… ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຢືນຢັນວ່າ: “APEC ແມ່ນພາກພື້ນມີຜົນປະໂຫຍດທີ່ສຸດສຳລັບຫວຽດນາມ, ກວມເອົາປະມານ 65% ຍອດການລົງທຶນຂອງບັນດາປະເທດທີ່ລົງທຶນເຂົ້າຫວຽດນາມ. ມີ 60% ຈຳນວນສິນຄ້າສົ່ງອອກຂອງຫວຽດນາມໄປຍັງບັນດາປະເທດສະມາຊິກຂອງ APEC, 70% ຈຳນວນນັກທ່ອງທ່ຽວເຂົ້າຢ້ຽມຢາມຫວຽດນາມກໍມາຈາກບັນດາປະເທດສະມາຊິກຂອງ APEC. ນີ້ກໍແມ່ນພາກພື້ນທີ່ພວກເຮົາມີເຄືອຂ່າຍພົວພັນກັບຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານກັບຫລາຍປະເທດສະມາຊິກ. ເລີ່ມຈາກບັນດາຄວາມຮັບຮູ້ນັ້ນ ພວກເຮົາເປັນເຈົ້າການ,ຕັ້ງຫນ້າເຂົ້າຮ່ວມ APEC.”
ເມື່ອເຂົ້າຮ່ວມ APEC, ຫວຽດນາມ ກໍມີເງື່ອນໄຂສຳພັດກັບແຫລ່ງທຶນດີກວ່າ, ເຕັກໂນໂລຊີທັນສະໄຫມກວ່າ ແລະ ບົດຮຽນຄຸ້ມຄອງຜ່ານບັນດາການເຄື່ອນໄຫວລົງທຶນ, ການຄ້າກັບບັນດາປະເທດສະມາຊິກ APEC, ໃນນັ້ນ ມີບັນດາພື້ນຖານເສດຖະກິດຊັ້ນນຳໃນໂລກ. ບັນດາການເຄື່ອນໄຫວປະຈຳປີຂອງ APEC ໄດ້ຊ່ວຍຫວຽດນາມ ເຊື່ອມຈອດກັບປະຊາຄົມວິສາຫະກິດໃນພາກພື້ນຢ່າງມີປະສິດທິຜົນ ບົນພື້ນຖານການພົວພັນຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນສະພາບການສາກົນ ແລະ ພາກພື້ນ ສືບຕໍ່ມີການຜັນແປທີ່ວ່ອງໄວຫລາຍຢ່າງ ແລະ ຍາກທີ່ຄາດຄະເນໄດ້, ຫວຽດນາມ ມີຜົນປະໂຫຍດ ແລະ ປາດຖະຫນາຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບບັນດາປະເທດສະມາຊິກ APEC ແບກຫາບບັນດາຄວາມຮັບຜິດຊອບລວມ. ສິ່ງດັ່ງກ່າວໂດຍແມ່ນທ່ານປະທານປະເທດເຈືອງເຕີນຊາງ ຢືນຢັນຢ່າງຈະແຈ້ງໃນສານອ່ານທີ່ກອງປະຊຸມສຸດຍອດ APEC ເມື່ອປີ 2012 ຊື່ງ ຖືກຈັດຂຶ້ນຢູ່ ສະຫະພັນລັດເຊຍ. ຫວຽດນາມ ພວມກ້າວເຂົ້າສູ່ໄລຍະຍຸດທະສາດພັດທະນາໃຫມ່- ສືບຕໍ່ປ່ຽນໃຫມ່ຢ່າງຮອບດ້ານ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ ແລະ ເປັນເຈົ້າການ, ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ໃນນັ້ນເຊື່ອມໂຍງເຂົ້າກັບເສດຖະກິດໂລກ ແມ່ນພື້ນຖານເພື່ອຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ. ສະນັ້ນ ອາຊີ ປາຊີຟີກ ເວົ້າລວມ ແລະ ເວທີປາໄສ ເວົ້າສະເພາະ ຍິ່ງມີຄວາມໝາຍພິເສດສຳລັບຫວຽດນາມ.
ມານະພະຍາຍາມຊຸກຍູ້ການຮ່ວມມືຫລາຍຝ່າຍ.
ສືບຕໍ່ເສີມຂະຫຍາຍບັນດາການປະກອບສ່ວນຢ່າງຕັ້ງຫນ້າໃນ APEC ໃນ 2 ມື້ແຫ່ງການເຄື່ອນໄຫວຢູ່ APEC 21, ທ່ານປະທານປະເທດເຈືອງເຕີນຊາງ ເຂົ້າຮ່ວມບັນດາວາລະປະຊຸມຄົບຄະນະ, ການໂອ້ລົມສົນທະນາຕາມຫນ່ວຍ, ພົບປະຂັ້ນສູງ, ພົບປະສອງຝ່າຍກັບການນຳບັນດາພື້ນຖານເສດຖະກິດສະມາຊິກ, ເພື່ອສືບຕໍ່ຜັນຂະຫຍາຍແນວທາງຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ກ່ຽວກັບການເປັນເຈົ້າການ, ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ, ສະແດງໃຫ້ເຫັນນະໂຍບາຍຖືເປັນສຳຄັນ ແລະ ເສີມຂະຫຍາຍບົດບາດຢູ່ບັນດາກົນໄກຮ່ວມມື ອາຊີ ປາຊີຟິກ, ເພີ່ມທະວີການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ ກັບບັນດາປະເທດສະມາຊິກຫລັກແຫລ່ງຂອງ APEC. ເຂົ້າຮ່ວມບັນດາກອງປະຊຸມສຸດຍອດ APEC ແມ່ນໂອກາດເພື່ອໃຫ້ຫວຽດນາມ ສະແຫວງຫາບັນດາໂຄງການຮ່ວມມືທີ່ເໝາະສົມຂອງ APEC ເພື່ອປະກອບສ່ວນຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບໃຊ້ບັນດາຈຸດໝາຍພັດທະນາເສດຖະກິດສັງຄົມ, ປ່ຽນໃຫມ່ຮູບແບບການເຕີບໂຕຢູ່ຫວຽດນາມ.