(vovworld) – ວັນທີ 10/05, ກຸ່ມກະບົດ Houthi ຢູ່ Yemen, ຖະແຫຼງວ່າ ເຫັນດີກັບຂໍ້ຕົກລົງຢຸດຍິງມະນຸດສະທຳທີ່ແກ່ຍາວເປັນເວລາ 5 ວັນ ໂດຍ ຊະອຸດີ ອາຣາເບຍ ສະເໜີ, ແຕ່ຕັກເຕື່ອນວ່າ ຈະໂຕ້ຕອບທຸກການເຄື່ອນໄຫວລະເມີດຄຳສັ່ງຢຸດຍິງດັ່ງກ່າວ. ທ່ານລັດທະມົນຕີວ່າການກະຊວງການຕ່າງປະເທດ, ຮັບຜິດຊອບບັນຫາການທູດ ຊະອຸດີ ອາຣາເບຍ Anwar Gargash ໄດ້ຊົມເຊີຍຂໍ້ຕົກລົງດັ່ງກ່າວຂອງກຸ່ມກະບົດ Houthi ພ້ອມທັງສະແດງຄວາມປາດຖະໜາວ່າ ສິ່ງດັ່ງກ່າວຈະເປີດຊ່ອງທາງມຸ່ງໄປເຖິງການເຈລະຈາດ້ານການເມືອງ. ແນວຄວາມຄິດກ່ຽວກັບຄຳສັ່ງຢຸດຍິງມະນຸດສະທຳດັ່ງກ່າວໂດຍ ຊະອຸດີ ອາຣາເບຍ ປະກາດແຕ່ວັນທີ 07/05, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວໜູນຊ່ວຍປະຊາຊົນ Yemen ທີ່ພວມປະສົບກັບຄວາມຫຍຸ້ງຍາກ.