(VOVWORLD) - “ສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ພິເສດແມ່ນຂັ້ນຍຸດທະສາດທີ່ມີຄວາມສາມາດ, ຄຸນນະທາດ ແລະ ອິດທິພົນຊື່ສຽງເທົ່າທຽມກັບໜ້າທີ່”...
ກອງປະຊຸມຂອງກົມການເມືອງ
|
ໃນລະຫວ່າງວັນທີ 11 – 12 ເມສາ, ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ກົມການເມືອງ ໄດ້ຈັດການປະຊຸມເພື່ອປະກອບຄຳເຫັນໃສ່ແຜນຮ່າງກະກຽມເພື່ອຍື່ນສະເໜີຕໍ່ກອງປະຊຸມສູນກາງຄັ້ງທີ 7 ຊຸດທີ 12 ລວມມີ: “ສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ພິເສດແມ່ນຂັ້ນຍຸດທະສາດທີ່ມີຄວາມສາມາດ, ຄຸນນະທາດ ແລະ ອິດທິພົນຊື່ສຽງເທົ່າທຽມກັບໜ້າທີ່”; “ປະຕິຮູບນະໂຍບາຍປະກັນສັງຄົມ” ແລະ “ປະຕິຮູບນະໂຍບາຍເງິນເດືອນ ສຳລັບພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ຊາວຜູ້ອອກແຮງງານໃນວິສາຫະກິດ”.
ກ່າວຄຳເຫັນສະຫລຸບກອງປະຊຸມໃນວັນທີ 12 ເມສາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີບັນດາຄະນະຊີ້ນຳແຜນຮ່າງຮັບເອົາຄຳເຫັນຂອງກົມການເມືອງ, ຄະນະເລຂາ, ປັບປຸງບັນດາແຜນຮ່າງຮັບປະກັນຄຸນນະພາບ ແລະ ຄວາມຄືບໜ້າເພື່ອຍື່ນສະເໜີຕໍ່ກອງປະຊຸມສູນກາງຈະມາເຖິງ.