ກົມການເມືອງ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກ
ນະຄອນຮ່າໂນ້ຍ
|
(vovworld)- ວັນທີ 25/9, ກົມການເມືອງ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກນະຄອນຮ່າໂນ້ຍ ກ່ຽວກັບການໃຫ້ຄຳເຫັນໃສ່ຮ່າງເອກະສານ ແລະ ວຽກງານກະກຽມບຸກຄະລາກອນກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 16 ຂອງອົງຄະນະພັກນະຄອນ ຮ່າໂນ້ຍ. ພາຍຫລັງຮັບຟັງຄຳເຫັນຈາກກົມການເມືອງ ແລະ ບັນດາຄະນະຂະແຫນງການສູນກາງ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ: ບົນພື້ນຖານໄຈ້ແຍກຂໍ້ຄົງຄ້າງ, ຈຳກັດ, ສະພາບການ, ຄວນຕີລາຄາຖືກຕ້ອງກັບຄວາມຈິງ. ຮ່າໂນ້ຍຄວນຊາບຊືມເນື້ອໃນຈິດໃຈຂອງບັນດາມະຕິ, ຂໍ້ສະຫລຸບຂອງສູນກາງ, ກົມການເມືອງ, ຍຸດທະສາດຂອງລັດຖະບານ ເພື່ອກຳນົດທິດທາງຫນ້າທີ່, ມາດຕະການໃຫ້ອາຍຸການຕໍ່ໄປ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ: ນະຄອນ ຮ່າໂນ້ຍ ຕ້ອງປະຕິບັດວຽກງານກໍ່ສ້າງພັກເປັນຢ່າງດີ, ສ້າງລະບົບການເມືອງເຂັ້ມແຂງ, ສືບຕໍ່ປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບການກໍ່ສ້າງພັກເປັນຢ່າງດີ.