ກົມສະສົມສະຫະລັດ ອາເມລິກາ ຫລຸດຜ່ອນອັດຕາດອກເບ້ຍຄັ້ງທີ 3 ໃນປີ 2019

(VOVWORLD) - ວັນທີ 30 ຕຸລາ, ກົມສະສົມສະຫະລັດ ອາເມລິກາ (FED) ປະກາດວ່າ ຈະສືບຕໍ່ຫລຸດ 0,25% ອັດຕາດອກເບ້ຍພື້ນຖານລົງຄ່າເໜັງຕີງແຕ່ 1.5% ຫາ 1.75%. 

ນີ້ແມ່ນການຫລຸດອັດຕາດອກເບ້ຍລົງຄັ້ງທີ 3 ໃນປີ 2019 ແລະ ການຕົກລົງເຫັນດີຂອງກົມສະສົມສະຫະລັດ ອາເມລິກາ ນີ້ແມ່ນເພື່ອແນໃສ່ຊຸກຍູ້ພື້ນຖານເສດຖະກິດໃນສະພາບສົງຄາມການຄ້າລະຫວ່າງ ອາເມລິກາ  - ຈີນ ແລະ ທ່າອ່ຽງທົ່ວໂລກທີ່ຊຸດໂຊມລົງນັ້ນພວມສົ່ງຜົນສະທ້ອນບໍ່ດີຕໍ່ພື້ນຖານເສດຖະກິດ ອາເມລິກາ.

ກົມສະສົມສະຫະລັດ ອາເມລິກາ ຫລຸດຜ່ອນອັດຕາດອກເບ້ຍຄັ້ງທີ 3 ໃນປີ 2019 - ảnh 1ກົມສະສົມສະຫະລັດ ອາເມລິກາ (ພາບ: Getty)

        ບັນດາເຈົ້າໜ້າທີ່ຂອງກົມສະສົມສະຫະລັດ ອາເມລິກາ ໃຫ້ຮູ້ວ່າ: ຍັງບໍ່ທັນມີສັນຍານຂອງການຊຸດໂຊມໃນໄລຍະຈະມາເຖິງ ແລະ ການຫລຸດຜ່ອນອັດຕາດອກເບ້ຍລົງຄັ້ງນີ້ ກໍ່ເພື່ອແນໃສ່ເພີ່ມທະວີການປົກປ້ອງໃຫ້ແກ່ພື້ນຖານເສດຖະກິດທີ່ມີການຂາດສະຖຽນລະພາບເພີ່ມຂຶ້ນ. ໃນປີ 2018, ກົມສະສົມສະຫະລັດ ອາເມລິກາ ກໍ່ໄດ້ຫລຸດຜ່ອນອັດຕາດອກເບ້ຍພື້ນຖານລົງ 4 ຄັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ