ກອງທະຫານລາດປ້ອງກັນຕົວ-ກຳລັງປະຈັນບານໃນບັນດາການລຸກຮື້ຂຶ້ນປະກອບອາວຸດຍາດເອົາອຳນາດການປົກຄອງ
ພົນຕີ ເບ໋ຊວນເຈື່ອງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: qdnd.vn)
|
(vovworld) – ຕອນເຊົ້າວັນທີ 24/3, ຢູ່ກະຊວງປ້ອງກັນປະເທດ, ໄດ້ຈັດຕັ້ງກອງປະຊຸມສຳມະນາ “ທະຫານລາດປ້ອງກັນຕົວ ຫວຽດນາມ - ກຳລັງຊະນະເລີດຂອງປະເທດວິລະຊົນ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອທະຫານລາດປ້ອງກັນຕົວ ຫວຽດນາມ (28/3/1935 – 28/3/2015). ຜ່ານໄລຍະທາງແຫ່ງການຕໍ່ຕ້ານ, ສ້າງສາ ແລະ ເຕີບໃຫຍ່, ກຳລັງທະຫານລາດປ້ອງກັນຕົວ ຫວຽດນາມ ຍາດໄດ້ໄຊຊະນະທີ່ສະຫງ່າລາສີ. ໃນການປະຕິວັດເດືອນ 8/1945, ບັນດາກອງທະຫານລາດປ້ອງກັນຕົວ ແລະ ກຳລັງປະຈັນບານ ຫວຽດນາມ ແມ່ນກຳລັງບຸກໂຈມຕີສຳຄັນ, ເປັນແກ່ນສານພ້ອມກັບທົ່ວປວງຊົນດຳເນີນການລຸກຮື້ຂຶ້ນປະກອບອາວຸດຂະໜາດໃຫຍ່ຍາດເອົາອຳນາດການປົກຄອງໃນທົ່ວປະເທດ. ຈາກນັ້ນ, ທະຫານລາດປ້ອງກັນຕົວໄດ້ປະກອບສ່ວນອັນໃຫຍ່ຫຼວງໃນບັ້ນຮົບຕ້ານລ່າເມືອງຂຶ້ນ ຝຣັ່ງ ແລະ ຈັກກະພັດ ອາເມລິກາ ຜູ້ຮຸກຮານ, ພ້ອມກັບທົ່ວປວງຊົນຍາດໄດ້ເອກະລາດ, ໂຮມປະເທດຊາດເປັນເອກະພາບ… ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ພົນຈັດຕະວາ ຫງວຽນຢູຍງວຽນ, ຫົວໜ້າກົມທະຫານລາດປ້ອງກັນຕົວ, ເນັ້ນໜັກວ່າ:
“ຜ່ານໄລຍະປະຫວັດສາດທີ່ລຳບາກກາກກຳ, ທ້າທາຍ, ທະຫານລາດປ້ອງກັນຕົວ ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນແມ່ນກຳລັງປະຕິວັດອັນໃຫຍ່ຫຼວງ, ແມ່ນເຄື່ອງມືທີ່ແຫຼມຄົມຂອງພັກ ແລະ ລັດ. ພະນັກງານ, ນັກຮົບທະຫານລາດປ້ອງກັນຕົວ ຫວຽດນາມ ລຸ້ນ ຕ່າງໆຕໍ່ສູ້, ຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງເພື່ອເສີມສ້າງມູນເຊື້ອທີ່ສະຫງ່າລາສີຂອງທົ່ວກຳລັງ, ຍາມໃດກໍ່ສົມເປັນກຳລັງຊະນະເລີດ, ແມ່ນກຳແພງປ້ອງກັນອັນໜັກແໜ້ນຂອງປະເທດຊາດ.”