ກອງປະຊຸມກຸ່ມປະຕິບັດງານອາຊຽນກ່ຽວກັບບັນດາສົນທິສັນຍາຫຼາຍຝ່າຍ
ກອງປະຊຸມກຸ່ມປະຕິບັດງານອາຊຽນກ່ຽວກັບບັນດາສົນທິສັນຍາຫຼາຍຝ່າຍ
(ພາບ: Hùng Võ/Vietnam+)
(vovworld) – ວັນທີ 4/7, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມກຸ່ມປະຕິບັດງານອາຊຽນກ່ຽວກັບບັນດາສົນທິສັນຍາຫຼາຍຝ່າຍກ່ຽວກັບສິ່ງແວດລ້ອມຄັ້ງທີ 17 ເພື່ອແນໃສ່ຕີລາຄາຄວາມຄືບໜ້າທີ່ບັນລຸໄດ້ຂອງບັນດາປະເທດສະມາຊິກໃນກອງປະຊຸມຄັ້ງທີ 16 ຂອງກຸ່ມ, ພ້ອມທັງພິຈາລະນາບັນດາຂໍ້ລິເລີ່ມຂອງປະທານ ແລະ ບັນດາປະເທດສະມາຊິກ. ຄະນະເລຂາອາຊຽນຈະອັບເດັດບັນດາຂໍ້ມູນທີ່ກ່ຽວຂ້ອງ ແລະ ລາຍງານສັງລວມກ່ຽວກັບສະພາບການປະຕິບັດຢູ່ຂັ້ນພາກພື້ນ, ຍົກອອກຂໍ້ສະຫຼຸບຂອງກອງປະຊຸມຄັ້ງທີ 17 ແລະ ແບ່ງງານສືບຕໍ່ປະຕິບັດ. ກອງປະຊຸມກໍ່ສຳຫຼວດກວດຄືນການເຄື່ອນໄຫວ ແລະ ເຫດການຕ່າງໆທີ່ກ່ຽວຂ້ອງທາດເຄມີ ແລະ ຊັ້ນ ໂອໂຊນ