ກອງປະຊຸມກ່ຽວກັບການ ເພີ່ມທະວີການ ຮັບປະກັນຄວາມປອດໄພ ທາງຄົມມະນາຄົມ
(ພາບປະກອບ)
(vovworld)- ຕອນເຊົ້າວັນທີ 6/7 ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ, ປະທານຄະນະກຳມະການຮັບປະກັນຄວາມປອດໄພທາງຄົມມະນາຄົມແຫ່ງຊາດ ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີເນັດກັບການນຳຄະນະກຳມະການ ປຊຊ ບັນດາແຂວງ, ນະຄອນໃນທົ່ວປະເທດ ຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການເພີ່ມທະວີບັນດາມາດຕະການເພື່ອແນໃສ່ສະກັດກັ້ນອຸບັດຕິເຫດທາງຄົມມະນາຄົມທາງບົກໃນໄລຍະຈະມາເຖິງ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ຊີ້ແຈງວ່າ:
“ຈາກຕຳຫລວດຈໍລະຈອນ, ກະຊວງຕຳຫລວດ ຕະຫລອດຮອດຄະນະກຳມະການຮັບປະກັນຄວາມປອດໄພທາງຄົມມະນາຄົມແຫ່ງຊາດ ຕ້ອງກຳນົດຈະແຈ້ງບົດບາດ ຄວາມຮັບຜິດຊອບຂອງຕົນ ແລະ ພິເສດຕ້ອງປັບໄໝຫົວໜ້າຄະນະຮັບປະກັນຄວາມປອດໄພທາງຄົມມະນາຄົມຢູ່ບັນດາທ້ອງຖິ່ນເກີດອຸບັດຕິເຫດທາງຄົມມະ ນາຄົມຢ່າງລຽນຕິດຢ່າງເຂັ້ມງວດ ແລະ ຕ້ອງມີມາດຕະການແກ້ໄຂ. ທີສອງແມ່ນພວກເຮົາຕ້ອງປິດປະຕູທຸກໆຮາກຖານບຳລຸງສ້າງ, ອອກໃບຂັບຂີ່, ສູນກວດກາລົດໂອໂຕທີ່ລະເມີດ, ຕ້ອງປັບໄໝຜູ້ຂັບລົດ ແລະ ວິສາຫະກິດມີລົດ ເພື່ອຮັບປະກັນລັກສະນະເຂັ້ມງວດຂອງກົດໝາຍ”.