ກອງປະຊຸມຂັ້ນສູງຄັ້ງທີ 4 ກ່ຽວກັບບັນດານະຄອນມີສິ່ງແວດລ້ອມໝັ້ນຄົງ
(ພາບປະກອບ: thiennhien.net)
(vovworld)- ກອງປະຊຸມຂັ້ນສູງຄັ້ງທີ 4 ກ່ຽວກັບບັນດານະຄອນມີສິ່ງແວດລ້ອມໝັ້ນຄົງ ໄດ້ດຳເນີນໃນວັນທີ 21-22/3 ຢູ່ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງບັນດາປະເທດຫວຽດນາມ, ຍີ່ປຸ່ນ, ອົດສະຕາລີ, ອິນໂດເນເຊຍ ແລະ ຄະນະເລຂາອາຊຽນ. ກອງປະຊຸມເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວກ່ຽວກັບໂຄງການໜູນຊ່ວຍບັນດາອົງການຈັດຕັ້ງສາກົນ, ແບ່ງປັນເຕັກໂນໂລຊີ ແລະ ວິຊາສະເພາະຂອງພາກເອກະຊົນ ກໍ່ຄືການຮ່ວມມືລະຫວ່າງບັນດານະຄອນກ່ຽວກັບການສ້າງສິ່ງແວດລ້ອມໝັ້ນຄົງ. ກອງປະຊຸມໄດ້ຈັດບັນດາວາລະປະຊຸມຄົບຄະນະຄື: ລາຍການບັນດານະຄອນເປັນແບບຢ່າງໃນບັນດາປະເທດອາຊຽນ ທີ່ມີສິ່ງແວດລ້ອມໝັ້ນຄົງ, ບົດຮຽນ ແລະ ເສັ້ນທາງມຸ້ງໄປເຖິງ; ສົ່ງເສີມການສ້າງນະຄອນມີສິ່ງແວດລ້ອມໝັ້ນຄົງຢູ່ປະເທດອື່ນໆ….