ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງຫວຽດນາມ ຊຸດທີ 12

(VOVWORLD) -ສະຫະພັນຄວນສືບຕໍ່ປະຕິບັດບົດບາດເປັນຕົວແທນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງເປັນຢ່າງດີ; ປ່ຽນແປງໃໝ່ເນື້ອໃນ, ຮູບແບບການເຄື່ອນໄຫວຂອງ ສະຫະພັນ

ວັນທີ 19 ທັນວາ, ທີ່ນະຄອນເກິນເທີ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານຄັ້ງທີ 5 (ຊຸດທີ 12).  ເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຕີລາຄາສູງບັນດາຂະບວນການແຂ່່ງຂັນຢ່າງແທດຈິງຂອງ ສະຫະພັນແມ່ຍິງຫວຽດນາມ ໃນໄລຍະຜ່ານມາ ອັນໄດ້ສ້າງກໍາລັງແຮງສາມັກຄີໃຫ້ແກ່ແມ່ຍິງທຸກຊັ້ນວັນນະ, ປະກອບສ່ວນເຂົ້າໃນກິດຈະການແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງຫວຽດນາມ ຊຸດທີ 12 - ảnh 1ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: VTV)

        ກ່ຽວກັບວຽກງານເຄື່ອນໄຫວຂອງສະຫະພັນແມ່ຍິງໃນປີ 2019, ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ, ສະຫະພັນຄວນສືບຕໍ່ປະຕິບັດບົດບາດເປັນຕົວແທນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງເປັນຢ່າງດີ; ປ່ຽນແປງໃໝ່ເນື້ອໃນ, ຮູບແບບການເຄື່ອນໄຫວຂອງ ສະຫະພັນ, ສຸມໃສ່ບັນດາບັນຫາ ເຊິ່ງແມ່ຍິງມີຄວາມສົນໃຈ ເພື່ອດຶງດູດເອົາສະມາຊິກແມ່ຍິງເຂົ້າຮ່ວມ; ໂຄສະນາ, ສຶກສາອົບຮົມ, ຂົນຂວາຍແມ່ຍິງທຸກຊັ້ນວັນນະ ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ ເປັນຢ່າງດີ.

        ທີ່ກອງປະຊຸມ, ສະຫະພັນແມ່ຍິງຫວຽດນາມ ແລະ ອົງການຂອງ ສປຊ ກ່ຽວກັບການຍົກສູງສິດອໍານາດໃຫ້ແກ່ແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ (UN Women) ໄດ້ລົງນາມໃນຂໍ້ຕົກລົງແມ່ການຮ່່ວມມືໃນໄລຍະ 2019 – 2020.


ຕອບກັບ

ຂ່າວ/ບົດ​ອື່ນ