ກອງປະຊຸມຄະນິດສາດສົມທົບ ຫວຽດນາມ - ຟລັ່ງ

ກອງປະຊຸມຄະນິດສາດສົມທົບ ຫວຽດນາມ - ຟລັ່ງ - ảnh 1
ກອງ​ປະຊຸມ​ຄະນິດສາດ​ສົມທົບ​ຫວຽດນາມ - ຟລັ່ງ
( ພາບ: btv.org.vn )

(vovworld) -     ວັນ​ທີ 20/8, ຢູ່​ນະຄອນ​ເຫ໋ວ (​ເທື່ອ​ທຽນ​ເຫ໋ວ), ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄະນິດສາດ​ສົມທົບ​ຫວຽດນາມ - ຟລັ່ງ. ນີ້​ແມ່ນ​ກອງ​ປະຊຸມ​ທີ່​ມີ​ຂອບ​ຂະ​ໜາດ​ສາກົນ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ​ແລະ ​ແມ່ນ​ຄັ້ງທຳ​ອິດ​ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ຫວຽດນາມ. ກອງ​ປະຊຸມ ​ໄດ້​ດຶງ​ດູດ​ນັກ​ຄົ້ນຄວ້າ​ຄະນິດສາດ​ຂອງ​ຫວຽດນາມ, ຟລັ່ງ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ​ເຂົ້າ​ຮ່ວມ​​ເກືອບ 500 ຄົນ. ກອງ​ປະຊຸມ​​ໄດ້​ສະ​ເໜີ 13 ບົດ​ລາຍ​ງານ ​ແລະ ບົດ​ສອນ​ສຸມ​ໃ​ສ່ເຮັດ​ແຈ້ງ​ບົດບາດ​ຂອງ​ຄະນິດສາດ​​ໃນ​ສົງ​ຄົມ​ເວົ້າ​ລວມ, ການ​ພົວພັນ​ລະຫວ່າງ​ຄະນິດສາດ​​ແລະ ບັນດາ​ຂົງ​ເຂດ​ອື່ນ​ເວົ້າ​ສະ​ເພາະ.

ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ຄະນິດສາດ​​ຫວຽດນາມ ​ແລະ ສະມາຄົມ​ຄະນິດສາດ​​ຟລັ່ງ ກໍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ຄະນິດສາດ​​ລະຫວ່າງ​ຫວຽດນາມ - ຟລັ່ງ; ​ໃນ​ນັ້ນ​ໄດ້​ຢືນຢັນ​ການ​ພົວພັນ​​ແລກປ່ຽນກ່ຽວ​ກັບ​​ຄະນິດສາດລະຫວ່າງ​ສອງ​ປ​ະ​ເທດ ​ເຊິ່ງ​ບັນລຸ​​ໄດ້​ຜົນງານຫຼາຍ​ຢ່າງ. ຍາມ​ໃດ ຫວຽດນາມ ກໍ​ຢາກ​ຮ່ວມ​ມື​, ຄົ້ນຄວ້າ​ດ້ານຄະນິດສາດ​​ກັບ​ຟລັ່ງ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ ​ເພື່ອ​ແບ່​ງປັນ​ບົດຮຽນ ​ແລະ ຂໍ້​ມູນ.

ຂ່າວ/ບົດ​ອື່ນ