ກອງປະຊຸມຄະນະກຳມະການປະສົມກ່ຽວກັບການຈັດຕັ້ງປະຕິບັດສັນຍາການຄ້າຄັ້ງທີ 16 (CCA) ຢູ່ລາວ
ກອງປະຊຸມຄະນະກຳມະການປະສົມກ່ຽວກັບການຈັດຕັ້ງ
ປະຕິບັດສັນຍາການຄ້າຄັ້ງທີ 16 (CCA) ຢູ່ລາວ
photo:nhanh.net.vn
|
(vovworld)- ກອງປະຊຸມດັ່ງກ່າວດຳເນີນໄປແຕ່ວັນທີ 22-24/10 ຢູ່ ນະຄອນຫລວງ ວຽງຈັນ ໂດຍມີການເຂົ້າຮ່ວມຂອງບັດນາຄະນະຜູ້ແທນມາຈາກ 10 ປະເທດ ອາຊຽນ ແລະ ຜູ້ຕາງຫນ້າຄະນະເລຂາອາຊຽນ. ກອງປະຊຸມແນໃສ່ສືບຕໍ່ປຶກສາຫາລືກ່ຽວກັບວຽກງານຈັດຕັ້ງປະຕິບັດພັນທະຂອງບັນດາປະເທດສະມາຊິກ ອາຊຽນ ຕາມສັນຍາການຄ້າເສລີ ທີ່ໄດ້ປະຕິບັດແຕ່ປີ 2009 ມາຮອດປະຈຸບັນ. ເປັນຫນ້າສົນໃຈ, ທີ່ກອງປະຊຸມຄັ້ງນີ້ ບັນດາປະເທດສະມາຊິກ ອາຊຽນ ຮັບຮອງເອົາເນື້ອໃນສຳຄັນຈຳນວນຫນຶ່ງຄື: ພິຈາລະນາ ແລະ ຮັບຮອງເອົາແຜນການລົບລ້າງອັດຕາພາສີລະຫວ່າງບັນດາປະເທດສະມາຊິກ ອາຊຽນ ຊື່ງເລີ່ມປະຕິບັດແຕ່ປີ 2015 ຮອດປີ 2018, ປືກສາຫາລືກ່ຽວກັບຫລັກການປອດພາສີ, ພິເສດແມ່ນສ້າງແວັບໄຊ ກ່ຽວຂ້ອງເຖິງບັນດາຂໍ້ກຳນົດກ່ຽວກັບດ້ານການຄ້າ. ກອງປະຊຸມດັ່ງກ່າວຖືກຈັດຂຶ້ນ 4 ປີເທື່ອຫນຶ່ງ ໂດຍບັນດາປະເທດສະມາຊິກ ອາຊຽນ ຜັດປ່ຽນກັນເປັນເຈົ້າພາບ.
ນັກຂ່າວ VOV ປະຈຳສປປລາວ