ກອງປະຊຸມຄະນະປະທານຄັ້ງທີ 6 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ

ກອງປະຊຸມຄະນະປະທານຄັ້ງທີ 6 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ - ảnh 1
ທ່ານຮອງນາຍົກລັດຖະມົນຕີ
ຫງວຽນທ້ຽນເຍີນ ເຂົ້າຮ່ວມກອງປະຊຸມ
(ພາບ: nguyenthiennhan.net)

(vovworld) - ວັນ​ທີ 16/3, ຢູ່​ຮ່າ​ໂນ້ຍ​ໄດ​້​ດຳ​ເນີນ​ກອງ​ປະຊຸມ​ຄະນະ​ປະທານ​ຄັ້ງ​ທີ 6 ຊຸດ​ທີ 4 ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ. ກອງ​ປະຊຸມ​ຄະນະ​ປະທານ​ຄັ້ງ​ນີ້ ​ໄດ້​ຮັບຮອງ​ເອົາ​ບົດ​ລາຍ​ງານ​ສະຫຼຸບ​ວຽກ​ງານ​ລະຫວ່າງ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 4, ບົນ​ພື້ນຖານ​ນັ້ນ, ບັນດາ​ການ​ກຳນົດ​ທິດ​ທາງ​ວຽກ​ງານ​ຂອງ​ສະຫະພັນ​ໃນ​ປີ 2012 ​ແລະ ຮອດ​ທ້າຍ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 4. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ ຫວູຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຢືນຢັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ໜ້າ​ທີ່​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແມ່ນ​ສືບ​ຕໍ​ເປີດ​ກ້ວາງ, ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ປະຊາຊົນ​ບັນດາ​ປະ​ເທດ​​ໃນ​ໂລກເພື່ອ​ແນ​ໃສ່​​ປັບປຸງ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກໍ່ສ້າງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດ, ປະຕິບັດ​ທິດ​ນຳ​ຫວຽດນາມ ​ແມ່ນ​ເພື່ອນ​ມິດ, ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ປະ​ເທດ​​ໃນ​ປະຊາ​ຄົມ​ໂລກ. ຢູ່​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ກ່າວ​ວ່າ:

“ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ໄດ້​ກາຍ​ເປັນ​ພາກສ່ວນ​ສຳຄັນ​ໃນ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ປະ​ເທດ​ເຮົາ. ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ​ຂອງ​ປະ​ເທດ​ຊາດ, ​ເປີດ​ກ້ວາງ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ, ຮັກສາ​ຜົນ​ປະ​ໂຫຍ​ດ ​ແລະ ​ເຮັດ​ໃຫ້​ພາດ​ພົດ​ຂອງ​ຫວຽດນາມ​ເລິກ​ເຊິ່ງ ກ້ວາງ​ຂວາງ​ໃນ​ເວທີ​ສາກົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ສູ້​ລວມຂອງ​ປະຊາຊົນ​ໃນ​ໂລກ ​ເພື່ອ​ສັນຕິພາບ, ​ເອກະລາດ​​ແຫ່ງຊາດ, ປະຊາທິປະ​ໄຕ, ຄວາມ​ກ້າວໜ້າ​ທາງ​ສັງ​ຄົມ ​ເພື່ອ​ການ​ພັດທະນາ​ຢ່າງ​ຍຸຕິ​ທຳ ​ແລະ ຍືນ​ຍົງ”

 

ຂ່າວ/ບົດ​ອື່ນ