ກອງປະຊຸມທູດການຄ້າປີ 2018 ຢູ່ບັນດາແຂວງ,ນະຄອນທາງພາກໃຕ້

(VOVWORLD) -ບັນດາທູດການຄ້າຄວນໃຫ້ຂ່າວຢ່າງວ່ອງໄວ ແລະ ທັນການກ່ຽວກັບບັນດາຂໍ້ມູນຂ່າວສານຫຼ້າສຸດກ່ຽວກັບສິ່ງກີດຂວາງດ້ານເຕັກນິກ ແລະ ທ່າອ່ຽງໃຊ້ສອຍຕະຫຼາດນຳເຂົ້າຂອງບັນດາປະເທດປະຈຳຖິ່ນ.

ກອງປະຊຸມທູດການຄ້າປີ 2018 ຢູ່ບັນດາແຂວງ,ນະຄອນທາງພາກໃຕ້ - ảnh 1

ກອງປະຊຸມທູດການຄ້າປີ 2018 ຢູ່ບັນດາແຂວງ,ນະຄອນທາງພາກໃຕ້ 

(ພາບ: VOH)

ນັ້ນແມ່ນເນື້ອໃນເຊິ່ງບັນດາທ້ອງຖິ່ນ ແລະ ວິສາຫະກິດຂອງບັນດາແຂວງ, ນະຄອນທາງພາກໃຕ້ ນຳສະເໜີທີ່ກອງປະຊຸມທູດການຄ້າປີ 2018 ໂດຍກະຊວງອຸດສາຫະກຳການຄ້າຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 26 ກຸມພາ, ຢູ່ນະຄອນໂຮ່ຈິມິນ. ທ່ານ ຫງວຽນຫງອກຮ່ວາ, ຮອງຫົວໜ້າພະແນກອຸດສາຫະກຳການຄ້ານະຄອນໂຮ່ຈີມິນ, ໄດ້ເຂົ້າຮ່ວມກອງປະຊຸມ ແລະ ມີຄຳເຫັນວ່າ.

        “ສະເໜີກະຊວງອຸດສາຫະກຳການຄ້າ ຄວນຈັດຕັ້ງບັນດາກອງປະຊຸມເພື່ອຊ່ວຍໃຫ້ວິສາຫະກິດເຂົ້າໃຈແຈ້ງບັນດາຂໍ້ກຳນົດຮັບຮູ້ CO, ພາສີນຳເຂົ້າ ແລະ ສົ່ງອອກຂອງບັນດາຕະຫຼາດ, ຈຸດພິເສດສະເພາະ, ປະເພນີອຸປະໂພກບໍລິໂພກຂອງຕະຫຼາດ. ໂດຍສະເພາະແມ່ນຕະຫຼາດມີບັນດາສັນຍາການຄ້າເສລີ, ພິເສດແມ່ນບັນດາຂໍ້ມູນຂ່າວສານກ່ຽວກັບການປ່ຽນແປງນະໂຍບາຍນຳເຂົ້າ, ສົ່ງອອກ ແລະ ກາລະໂອກາດສົ່ງອອກຂອງວິສາຫະກິດ.”

ຕອບກັບ

ຂ່າວ/ບົດ​ອື່ນ