ກອງປະຊຸມບໍ່ເປັນທາງການຜູ້ບັນຊາການກຳລັງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 10
ພົນໂທ ຫງວຽນບ໋າຕິ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນ ຫວຽດນາມເຂົ້າຮ່ວມ ACDFIM - 10
(ພາບປະກອບ)
(vovworld) – ໃນຂອບເຂດບັນດາກອງປະຊຸມການທະຫານ - ປ້ອງກັນປະເທດບັນດາປະເທດ ອາຊຽນ ປີ 2013, ຕອນເຊົ້າວັນທີ 18/3, ພົນໂທ ຫງວຽນບ໋າຕິ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນ ຫວຽດນາມ ໄດ້ເດີນອອກຈາກ ຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຜູ້ບັນຊາການກຳລັງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 10 (ຫຼື ACDFIM - 10) ຢູ່ບຮູໄນ ແຕ່ວັນທີ 19 -21/3/2013. ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ຈະປະກອບຄຳເຫັນ ກ່ຽວກັບບົດຮຽນ ຂອງກອງທັບໃນວຽກງານພັດທະນາເສນາຮັກ, ປະກອບສ່ວນຍົກສູງສຸຂະພາບປະຊາຊົນ, ແກ້ໄຂບັນຫາສິ່ງແວດລ້ອມ, ໜູນຊ່ວຍບັນດາການເຄື່ອນໄຫວມະນຸດສະທຳ ແລະ ກູ້ຊ່ວຍໄພພິບັດ. ຜ່ານກອງປະຊຸມ ໄດ້ຢັ້ງຢືນນະໂຍບາຍການຕ່າງປະເທດຫັນເປັນຫຼາຍຮູບຫຼາຍແບບ, ມີແຜນນະໂຍບາຍຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຕໍບັນດາບັນຫາສາກົນ ແລະ ພາກພື້ນຂອງ ຫວຽດນາມ, ການຕໍ່ສູ້ປົກປ້ອງສິດຜົນປະໂຫຍດຂອງປະເທດຊາດ ແລະ ຊົນຊາດ, ສະແດງ ເຈດຕະນາດີຊຸກຍູ້ການພົວພັນມິດຕະພາບລະຫວ່າງກອງທັບ ຫວຽດນາມ ກັບ ກອງທັບບັນດາປະເທດ ອາຊຽນ, ເພື່ອຈຸດໝາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ສາກົນ, ສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດຂອງ ຫວຽດນາມ ທີ່ມີຕໍ່ ພາກພື້ນ ແລະ ຢູ່ໃນໂລກ.